spot_img
Homeຂ່າວຕ່າງປະເທດສະ​ຫະ​ພາບ​ເອີ​ຣົບ ຮຽກ​ຮ້ອງ​ປະ​ເທດ​ສະ​ມາ​ຊິກ ຮ່ວມ​ມື​ຊາດ​ອາ​ຫລັບ ຮັບ​ມື​ກຸ່ມ​ຫົວ​ຮຸນ​ແຮງ

ສະ​ຫະ​ພາບ​ເອີ​ຣົບ ຮຽກ​ຮ້ອງ​ປະ​ເທດ​ສະ​ມາ​ຊິກ ຮ່ວມ​ມື​ຊາດ​ອາ​ຫລັບ ຮັບ​ມື​ກຸ່ມ​ຫົວ​ຮຸນ​ແຮງ

Published on

593468-01

ຜູ້​ແທນ​ສະ​ຫະ​ພາບ​ເອີ​ຣົບ ອອກ​ຮຽກ​ຮ້ອງ​ໃຫ້​ຊາດ​ເອີ​ຣົບ ຮ່ວມ​ມື​ກັບ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ຫລາຍ​ຂຶ້ນ ເພື່ອ​ຮັບ​ມື​ກັບ​ໄພ​ຄຸກ​ຄາມ​ຈາກ​ກຸ່ມ​ກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 21 ມັງ​ກອນນີ້​ວ່າ ທ່ານ ນາງ ເຟ​ເດີ​ຣິ​ກ້າ ໂມ​ເກີ​ຣິ​ນີ ຜູ້​ແທນ​ລະ​ດັບ​ສູງ​ດ້ານ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ ຂອງ​ສ​ະ​ຫະ​ພາບ​ເອີ​ຣົບ ຫລື EU ໄດ້​ອອ​ກ​ຖະ​ແຫລງ​ການ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ ຮ່ວມ​ມື​ກັບ​ໂລກ​ອາຫ​ລັບ​ໃຫ້​ຫລາຍ​ຂຶ້ນ ເພື່ອ​ຕໍ່​ສູ້​ກັບ​ໄພ​ຄຸກ​ຄາມ​ຈາກ​ແນວ​ຄິດ​ອິດ​ສະ​ລາມ​ສຸດ​ໂຕ່ງ.

ທ່ານ ນາງ ໂມ​ເກີ​ຣິ​ນີ ຍັງ​ໄດ້​ກ່າວ​ພາຍ​ຫລັງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຂອງ​ສະ​ຫະ​ພາບ​ເອີ​ຣົບ ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງບ​ຣຸກ​ແຊນ ປະ​ເທດ​ແບນ​ຊິກ ໂດຍ​ໄດ້​ລະ​ບຸ​ວ່າ ຫລັງ​ຈາກ​ເກີດ​ເຫດ​ກໍ່​ການ​ຮ້າຍ​ຮຸນ​ແຮງ ຢູ່​ນະ​ຄອນ​ຫລວງ​ປາ​ຣີ ເມື່ອ​ວັນ​ທີ 7 ມັງ​ກອນ​ຜ່ານ​ມາ, ສະ​ຫະ​ພາບ​ເອີ​ຣົບ ຈຳ​ເປັນ​ຕ້ອງ​ໄດ້​ມີ​ມາດ​ຕະ​ການ​ເພື່ອ​ຕອບ​ສະ​ໜອງ​ຕໍ່​ໄພ​ຄຸກ​ຄາມ ​ຈາກ​ກຸ່ມ​ຕິດ​ອາ​ວຸດລັດ​ອິດ​ສະ​ລາມ ດ້ວຍ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ແລະ ສິ່ງ​ທີ່​ເອີ​ຣົບ​ຕ້ອງ​ການ​ຄື​ການ​ເປັນ​ພັນ​ທະ​ມິດ, ການ​ປຶກ​ສາ​ຫາ​ລື ແລະ ເຮັດ​ວຽກ​ຮ່ວມ​ກັນ ເພື່ອ​ຄວາມ​ຮ່ວມ​ມື ເນື່ອງ​ຈາກ​ທຸກ​ຄົນ​ຕ້ອງ​ໄດ້​ປະ​ເຊີນ​ກັບ​ໄພ​ຄຸກ​ຄາມ​ ເຊັ່ນ​ດຽວ​ກັນ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...