spot_img
Homeຄວາມງາມ6 ວິທີຫລຸດອາການທ້ອງລາຍ

6 ວິທີຫລຸດອາການທ້ອງລາຍ

Published on

104271754

ຜູ້ຍິງ​ເຮົາ​ບໍ່ມັກ​ຮ່ອງ​ຮອຍ​ຕ່າງໆ ທີ່ເກີດຂຶ້ນ​ເທິງ​ຮ່າງກາຍ​ເຮົາ​ລວມ​ໄປ​ເຖິງ​ທ້ອງ​ລາຍ​ໃນ​ໄລຍະ​ຖືພາ ສຳຫລັບ​ຜູ້ຍິງ​ທີ່​ຈັດ​ຢູ່ໃນ​ກຸ່ມ​ສ່ຽງ​ບໍ່​ສາມາດ​ຫລີກ​ລ້ຽງ​ທ້ອງ​ລາຍ​ໄດ້ ​ເນື່ອງ​ຈາກ​ກຳມະພັນ​ກໍ​ບໍ່​ຕ້ອງ​ກັງ​ວົນ​ໄປ​ເພາະ​ເຮົາ​ມີ​ວິທີ​ຫລຸດ​ທ້ອງ​ລາຍ​ມາ​ໃຫ້​​ລອງ

ຮີບ​ປິ່ນປົວ​ອາການ​ທ້ອງ​ລາຍ​ແຕ່​ເລີ່ມຕົ້ນ
ສິ່ງ​ທໍາອິດ​ທີ່​​ຄວນ​ເຮັດ​ເພື່ອ​ກຳຈັດ ​ຫລື ​ຫລຸດ​ທ້ອງ​ລາຍ​ຄື​ການ​ກວດ​ເບິ່ງ​ວ່າ ​​ມີ​ຮ່ອງ​ຮອຍ​ຈາກ​ການ​ຖືພາ​ເກີດ​ຂຶ້ນ​ຫລື ​ບໍ່ ຍິ່ງ​​ພົບເຫັນ​ໄວ​ເທົ່າ​ໃດ​ກໍ​ສາມາດ​ແກ້​ໄຂ​ບັນຫາ​ນີ້​ໃຫ້​ໝົດ​ໄປ​ໄດ້ ເພາະຖ້າ​​ຖິ້ມ​ເອົາ​ໄວ້​ຈົນ​ຮ່ອງ​ຮອຍ​ຈາງ​ລົງ ທ້ອງ​ລາຍ​ອາດຈະ​ຕິດ​ໂຕ​ໄປ​ຈົນ​ບໍ່​ສາມາດ​ເຮັດໃຫ້​ຈາງ​ລົງ​ໄປ​ໄດ້​ເລີຍ

ໃຊ້​ຄີມ​ທາ​ຜິວ
ໃຊ້​ຄີມ​ທາ​ຜິວ​ນວດ​ບໍລິເວນ​ໜ້າ​ທ້ອງ​ມື້​ລະ​ຫລາຍໆເທື່ອ ​ເພື່ອ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ແກ່​ຜິວ​ໜັງ​ບໍລິເວນ​ໜ້າ​ທ້ອງ ເຖິງວ່າ​ ຄີມ​ທີ່​​ໃຊ້​ຈະ​ບໍ່ແມ່ນ​ຄີມ​ສະເພາະ​ສຳຫລັບ​ຜິວ​ແຕ​ກກາຍ​ກໍ​ຕາມ ຫລາຍ​ຄົນ​ນິຍົມ​ໃຊ້​ຄີມ​ທີ່​ມີ​ສ່ວນ​ປະສົມ​ຂອງ ​ໂຄ​ໂຄ​ບັດ​ເຕີ ແຕ່​ກໍ​ຍັງ​ບໍ່​ມີ​ຜົນ​ການ​ວິ​ໄຈ​ມາ​ຮອງ​ຮັບ​ເຖິງ​ຄຸນສົມບັດ​ຂໍ້​ນີ້ ແຕ່​ມີ​ຜົນ​ການ​ວິ​ໄຈ​ວ່າ ​ຄີມ​ທີ່​ມີ​ສ່ວນ​ປະສົມ​ຂອງ​ສານ​ສະ​ກັດ​ຈາກ​ ໂກ​ໃຫຍ່​ໂຄ​ລາ ຫລື ​ທີ່​ຮູ້​ຈັກ​ກັນ​ວ່າ ​ໄລ​ກອງ​ເຈນ ​ຫລື ​ວາ​ລາ​ເຣຍ ວິ​ຕາ​ມິນ​ອີ ​ແລະ ​ຄໍ​ລາ​ເຈນ​ໄຮ​ໂດນ​ໄລ​ເສດ ​ມີ​ສ່ວນ​ຊ່ວຍ​ຫລຸດ​ຟູ​ແຕ​ກກາຍໄດ້

ຂັດ​ຜິວ​ເລື້ອຍ
ເວລາ​​ຍ່າງ​ຊື້ເຄື່ອງເລືອກ​ຊື້​ເຄື່ອງ​ຕາມ​ຫ້າງສັບພະສິນຄ້າ​ກໍ​ຢ່າ​ລືມ​ລອງ​ແວະ​ເບິ່ງ​ຄີມ​ຂັດ​ຜິວ​ສູດ​ອ່ອນ​ໂຍນ​ທີ່​ເໝາະ​ກັບ​ ສະພາບ​ຜິວ​​ມາ​ລອງ​ໃຊ້​ເບິ່ງ ນອກ​ຈາກ​ນີ້​​ອາດຈະ​ລອງ​ເຮັດ​ເອງ​ກໍ​ໄດ້​ ພຽງ​ແຕ່​ນຳ​ເອົາ​ເປືອກ​ໝາກກ້ຽງ​ແຫ້ງ​ປະສົມ​ກັບ ​ໂຍເກີດ ນຳ​ມາ​ຂັດ​ຜິວ

ກິນ​ວິ​ຕາ​ມິນ​ເສີມ
ວິ​ຕາ​ມິນ​ອີ ​ຊ່ວຍ​ຊ້ອມ​ແຊມ​ ແລະ ​ເສີມ​ສ້າງ​ຄໍ​ລາ​ເຈນ ພຽງ​ກິນ​ວິ​ຕາ​ມິນ​ອີ​ ມື້​ລະ 1 ເມັດ ຫລື ​ນວດ​ດ້ວຍ​ນ້ຳ​ມັນ​ວິ​ຕາ​ມິນ​ອີ ​ກໍ​ສາມາດ​ຊ່ວຍຫ​ລຸດ​ຮອຍ​ແຕ​ກກາຍ​ໄດ້ ນ້ຳ​ມັນ​ດັງ​ເຂົ້າ ​ຫລື ​ເຄື່ອງ​ສຳອາງ​ທີ່​ມີ​ສ່ວນ​ປະສົມ​ຂອງ​  ເປັບ​ທາຍ​ ແລະ ​ເລ​ຕິ​ນອຍ ​ກໍ​ເຊື່ອ​ກັນ​ວ່າ ​ສາມາດ​ຊ່ວຍຫ​ລຸດ​ເລືອນ​ຮ່ອງ​ຮອຍ​ແຕກ​ກາຍ​ໄດ້​ແຕ່​ຍັງ​ບໍ່​ມີ​ຂໍ້​ມູນ​ທາງ​ການ​ແພດ​ຍືນ​ຢັນ

ດື່ມ​ນ້ຳ​ຫລາຍໆ
ວິທີ​ນີ້​ຈະ​ຊ່ວຍ​ໃຫ້​ຜິວ​ຂອງ​​ຊຸ່ມ​ຊື່ນ​ ແລະ ​ຊ່ວຍ​ປ້ອງ​ກັນ​ຮອຍ​ແຕກ​ກາຍ​ໄດ້

ອອກ​ກຳ​ລັງ​ກາຍ​ຂະນະ​ຖືພາ
ຜູ້ຍິງ​ຫລາຍ​ຄົນ​ຫລີກ​ລ້ຽງ​ການ​ອອກ​ກຳ​ລັງ​ກາຍ​ທຸກ​ຮູບ​ແບບ ​ແລະ ​ໃຊ້​ເວລາ​ສ່ວນ​ໃຫຍ່​ໄປ​ກັບ​ການ​ພັກ​ຜ່ອນ ນີ້​ອາດຈະ​ສົ່ງ​ຜົນ​ເສຍ​ຕໍ່​ສຸຂະພາບ ​ແລະ ​ຜິວ​ໜັງ​ໄດ້ ລອງ​ຍ່າງ​ອອກ​ກຳ​ລັງ​ກາຍ​ທຸກ​ມື້​ ມື້​ລະ 5 ນາ​ທີ ຫລື ​ລອ​ງຫລິ້ນ​​ໂຍ​ຄະ​ສຳຫລັບ​​ແມ່​ຖືພາ​​ກໍ​ໄດ້​ນະ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...