spot_img
Homeຄວາມງາມວິທີ​ຮັກສາສົ້ນ​ຕີນ​ແຕກ ດ້ວຍ​ວິທີ​ທຳມະຊາດ

ວິທີ​ຮັກສາສົ້ນ​ຕີນ​ແຕກ ດ້ວຍ​ວິທີ​ທຳມະຊາດ

Published on

1038278jlh8q1uzz98m9lq

1. ກ່ອນ​ອື່ນ​ກໍ​ຕ້ອງ​ກຽມ​ເປືອກ​ໝາກກ້ວຍ​ຫອມ​ມາ​ຖູໆ​ບ່ອນ​ສົ້ນ​ຕີນ​ທີ່​ມີ​ຟູ​ແຕກຖູ​ໄປ​ຖູ​ມາ າກ​ນັ້ນ​ປະໄວ້​ປະ​ມານ 10-15 ນາ​ທີແລ້ວ​ກໍ​ລ້າງ​ອອກ​ດ້ວຍ​ນ້ຳ​ສະ​ອາດເຊັດ​ໃຫ້​ແຫ້ງ​ພ້ອມ​ກັບ​ທາ​ຄີມ​ບຳ​ລຸງ​ຕີນວິທີ​ນີ້​ຄວນ​ຈະ​ເຮັດ​ຢ່າງ​ນ້ອຍ​ອາທິດ​ລະ 2-3 ຄັ້ງ ເພາະ​ກົດ​ຫມາກໄມ້ ​ແລະ ​ສານ​ອາຫານ​ໃນ​ເປືອກ​ກ້ວຍ​ຈະ​ຊ່ວຍ​ລອກ​ຜິວ ​ແລະ ​ສະ​ໝານ​ຕີນ​ທີ່​ແຕກ​ໄດ້ເປັນ​ຢ່າງ​ດີ​ເລີຍ​ກິນ​ກ້ວຍ​ສຳເລັດ​ແລ້ວ​ເປືອກ​ກໍ​ສາມາດ​ມາ​ເຮັດ​ປະໂຫຍດ​ໄດ້​ແບບ​ນີ້​ອີກ​
2. ແຊ່​ຕີນ​ໃນ​ນ້ຳ​ອຸ່ນ​ປະ​ມານ 15 ນາທີ ຈາກ​ນັ້ນ​ໃຊ້​ຫິນ​ສຳລັບ​ຂັດ​ຕີນ​ຖູ​ເບົາໆເຮັດ​ແບບ​ນີ້​ຫລາຍໆ​ຄັ້ງອາທິດ​ລະ 2-3ເທື່ອເຊລ໌​ທີ່​ຕາຍ​ກໍ​ຈະ​ຄ່ອຍໆ​ຫລຸດ​ອອກ​ໄປ​ເອງ ຜິວ​ໜັງ​ກໍ​ຈະ​ຜະລິດ​ເຊລ໌​ໃໝ່​ຂຶ້ນ​ມາ​ແທນ​ທີ່​ເລື່ອ​ຍໆ​ຈົນ​ເຊົາໄປເອງຈາກ​ນັ້ນ​ທາ​ຄີມ​ບຳ​ລຸງ ແລ້ວເຊັດ​ຕີນ​ໃຫ້​ແຫ້ງ​ ພຽງເທົ່າ​ນີ້​ກໍ​ຈະ​ເຮັດໃຫ້​ຕີນ​ຂອງ​ສາວໆ​ດີ​ຂຶ້ນ ແຕ່​ວິທີ​ທັງ​ຫລາຍ​ເຫລົ່າ​ນີ້​ກໍ​ຕ້ອງ​ໃຊ້​ເວລາ​ແລະ​ຄວາມ​ຂະຫຍັນ​
3. ກ່ອນ​ນອນ​ຄວນ​ສວມ​ຖົງ​ຕີນ​ເອົາ​ໄວ້ ເພື່ອ​ຄົງ​ຄວາມ​ຊຸ່ມ​ຊື່ນ​ຂອງ​​ຕີນ​ໃຫ້​ຢູ່​ຕະຫລອດ​ຄືນ​​ຊ່ວງ​ອາ​ກາດ​ໜາວ​ໄດ້​ປຽບ​ເລີຍອຸ່ນ​ນຳຮັກສາ​ຕີນ​ນຳ  ຫາກ​ເຮັດ​ແບບ​ນີ້​ເປັນ​ປະຈຳ​ຈະ​ເຮັດໃຫ້​​ຕີນ​ເຊົາ​ຈາກ​ອາການ​ແຕກ ແລະ​ ມີ​ຜິວ​ນຽນ​ນຸ່ມ​ຂຶ້ນ​
4. ໃນ​ລະຫວ່າງ​ທີ່​ເພື່ອນ​ໆ ຮັກສາ​ສົ້ນ​ຕີນ​ແຕກ​ຢູ່​ນັ້ນ​ກໍ​ຄວນ​ໃສ່ເກີບ​ທີ່​ມີ​ສົ້ນ​ໄປ​ກ່ອນ​ຈົນ​ກວ່າ​ຕີນ​ຈະ​ເຊົາ​ເປັນ​ປົກກະຕິ​
5. ສໍາລັບ​ໃຜ​ທີ່​ມີ​ອາການ​ໜັກ​ຈົນ​ສົ້ນ​ຕີນ​ແຕກ​ເປັນ​ຮອຍ​ເລືອດແລະມີ​ອາການ​ເຈັບ​ແສບ ຄວນ​ຮີບ​ໄປ​ພົບ​ແພດ​ທັນ​ທີ ເພື່ອ​ກໍ່ການ​ຮັກສາ​ໃຫ້​ຖືກ​ຈຸດ ຊຶ່ງ​ຈະ​ຊ່ວຍ​ໃຫ້​ອາການ​ສົ້ນ​ຕີນ​ແຕກ​ຫາຍ​ໄດ້​ໄວ​ຂຶ້ນ
6. ອີກ1ວິທີ​ນຳນ້ຳ​ອຸ່ນ​ເກືອບ​ຮ້ອນ ແລະ​ ນ້ຳ​ຢາ​ບ້ວນ​ປາກ,ນ້ຳ​ສົ້ມ​ສາຍຊູ  ມາ​ປະສົມ​ເຂົ້າ​ນຳກັນ ແລ້ວ​ແຊ່​ຕີນ​ເປັນ​ປະຈຳວິທີ​ນີ້​ບໍ່​ໄດ້​ແກ້​ສົ້ນ​ຕີນ​ແຕກ​ຢ່າງ​ດຽວ ຍັງ​ຮັກສາ​ຕີນ​ເໝັນ ອີກ​ດ້ວຍ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...