spot_img
Homeຄວາມງາມການອາບນ້ຳໃຫ້ຖືກວິທີ

ການອາບນ້ຳໃຫ້ຖືກວິທີ

Published on

197268

​ການ​ອາບ​ນ້ຳ​ກໍ​ຄືຮັກສາ​ຄວາມ​ສະ​ອາດ​ ແລະ ​ເປັນ​ການ​ກະຕຸ້ນ​ເລືອດ​ລົມ​ໃນ​ຮ່າງກາຍ​ໃຫ້​ໄຫລ​ວຽນ​ໄດ້​ດີ​ຂຶ້ນ​ ນອກ​ຈາກ​ນີ້​ເຮົາ​ຍັງມີ​ເຄັບ​ລັບ​ໃນ​ການ​ອາບ​ນ້ຳ​ສຳລັບ​ສາວໆ ທີ່​ຢາກ​ມີ​ຜິວ​ພັນ​ນວນ​ນຸ້ມ​ມາ​ຝາກ​

ອາບນ້ຳ​ເຢັນ ຊຶ່ງ​ຈະ​ເປັນ​ການ​ຄົງ​ໄວ​ໜຸ່ມ​ສາວ ເພາະ​ເມື່ອ​ຜິວ​ໜັງ​ສຳ​ຜັດ​ຄວາມ​ເຢັນ​ຈາກ​ນ້ຳ ເລືອດ​ຈະ​ມາ​ທີ່​ຜິວ​ໜັງ ເພື່ອ​ໃຫ້​ຮ່າງກາຍ​ອົບ​ອຸ່ນ​ຂຶ້ນ​ນັບ​ເປັນ​ການ​ເລັ່ງ​ຂັບ​ຖ່າຍ​ຂອງ​ເສຍ​ຈາກ​ຮ່າງ​ກາຍບາງຄົນ​ມັກ​ອາບ​ນ້ຳ​ອຸ່ນ​ແກ້​ໜາວໃນ​ກໍລະນີ​ເຊັ່ນ​ນີ້ ອຸນຫະພູມ​ຂອງ​ນ້ຳ​ອຸ່ນ​ບໍ່​ຄວນ​ຫລາຍກວ່າ​ອຸນຫະພູມ​ຂອງ​ຮ່າງກາຍ​ເກີນ​ສອງ​ອົງ​ສາບໍ່ດັ່ງນັ້ນ​ຈະ​ເຮັດໃຫ້​ຜິວ​ແຫ້ງ​ເກີດ​ອາການ​ຄັນການ​ອາບ​ນ້ຳບໍ່​ວ່າ​ເປັນ​ນ້ຳ​ຮ້ອນ​ຫລື​ນ້ຳ​ເຢັນ ​ຄວນ​ອາບ​ນ້ຳ​ກ່ອນ​ຮັບປະທານ​ອາຫານ​ໜຶ່ງ​ຊົ່ວ​ໂມງ ແລະ ​ຫລັງ​ອາຫານ​ຢ່າງ​ນ້ອຍ​ສອງ​ສາມ​ຊົ່ວ​ໂມງການແຊ່​ຕົວ​ໃນ​ນ້ຳ​ອຸ່ນ​ກ່ອນ​ນອນ ນັບ​ວ່າ​ຊ່ວຍ​ໃຫ້​ທ່ານ​ນອນ​ຫລັບ​ສະນິດ ເພາະ​ນ້ຳ​ອຸ່ນ​​ຊ່ວຍ​ເພີ່ມ​ອຸນຫະພູມ​ພາຍ​ໃນ​ຮ່າງກາຍ ຫລັງ​ຈາກ​ນັ້ນ​ເມື່ອ​ຮ່າງກາຍ​ເຢັນ​ລົງຈະ​ເປັນ​ການ​ຊ່ວຍ​ໃຫ້​ທ່ານ​ຫລັບ​ສະນິດຈາກ​ການ​ທົດລອງ​ໃນ​ກຸ່ມ​ແມ່ຍິງ​ 9 ​ຄົນ​ຜູ້​ຕ່າງ​ມີ​ບັນຫາ​ເລື່ອງ​ນອນ​ບໍ່​ຫລັບໂດຍ​ໃຫ້ແຕ່​ລະ​ຄົນ​ອາບ​ນ້ຳ​ອຸ່ນ​ໆ​ປະ​ມານ​ໜຶ່ງ​ຊົ່ວ​ໂມງເ​ຄຶ່ງ​ກ່ອນ​ເຖິງ​ເວລາ​ເຂົ້າ​ນອນ​ເປັນ​ເວລາ ຕິດ​ຕໍ່​ກັນ​ສອງ​​ອາທິດ ຕໍ່​ມາ​ສະຕີ​ກຸ່ມ​ດຽວ​ກັນ​ນີ້​ທົດລອງ​ອາບ​ນ້ຳ​ອຸ່ນ​ບໍ່​ຫລາຍ​ເທົ່າ​ທີ່​ເຄີຍ​ອາບ​ມາ​ ຜົນ​ປຽບທຽບ​ກັນ ສະແດງ​ວ່າ​ການ​ອາບ​ນ້ຳ​ອຸ່ນ​ໆ​ຍ່ອມ​ເຮັດໃຫ້​ແມ່ຍິງຫລັບ​ສະນິດ​ກວ່າ ການ​ອາບ​ນ້ຳ​ອຸ່ນ​ບໍ່​ຫລາຍ​ນິ້ເປັນ​ວິທີ​ແກ້​ການ​ນອນ​ບໍ່​ຫລັບ​ຊຶ່ງ​ພົບ​ຫລາຍ​ຂຶ້ນ​ຕາມ​ອາ​ຍຸ​ໄຂ
ການ​ອາບ​ນ້ຳ​ອຸ່ນ​ ການ​ໃຊ້​ສະ​ບູ່​ຖູ​ຟອກ​ຕົວ​ແຮງ​ໆຍ່ອມ​ເຮັດໃຫ້​ຜິວ​ໜັງ​ແຫ້ງ ເພາະ​ນ້ຳ​ມັນ​ທີ່​ມີ​ຢູ່​ເທິງ​ຜິວ​ໜັງ​ຕາມ​ທຳມະຊາດ​ຖືກ​ກຳຈັດ​ອອກ​ໄປຖ້າຜິວ​ຂອງ​ທ່ານ​ແຫ້ງ​ລົງຄວນ​ເຕີມ​ນ້ຳ​ມັນ​ມະ​ກອກ​ຢ່າງ​ໃສ​ໜຶ່ງ​ບ່ວງກາແຟ​​ໃນ​ນ້ຳ​ອາບ ຫລື ​ກ່ອນ​ອາບ​ນ້ຳ​ທາ​ນວດ​ຜິວ​ໜັງ​ດ້ວຍ​ນ້ຳ​ມັນ​ບາງໆໃຫ້​ທົ່ວ​ກ່ອນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...