spot_img
Homeນານາສາລະ12 ວິທີທີ່ຈະເຮັດໃຫ້ທ່ານເປັນຄົນມີສະເໜ ໃນສາຍຕາຂອງຄົນອຶ່ນ

12 ວິທີທີ່ຈະເຮັດໃຫ້ທ່ານເປັນຄົນມີສະເໜ ໃນສາຍຕາຂອງຄົນອຶ່ນ

Published on

203611-attachment

ສິ່ງໜຶ່ງທີ່ພວກເຮົາທຸກຄົນຕ້ອງການນັ້ນກໍ່ຄື ການເຮັດໃຫ້ໂຕເອງເບິ່ງມີສະເໜໃນສາຍຕາຂອງຜູ້ອຶ່ນ. ແລະ ວິທີການຕ່າງໆເຫຼົ່ານີ້ຈະເຮັດໃຫ້ທ່ານ ເປັນຄົນໜຶ່ງທີ່ມີສະເໜ່ ແລະ ເບິ່ງເປັນທີ່ຈັບໃຈຂອງຄົນອຶ່ນໄດ້ຫຼາຍຂຶ້ນ.

1 ຮອຍຍີ້ມ

ການຍີ້ມເປັນສິ່ງໜຶ່ງທີ່ເຮັດໃຫ້ຄົນອຶ່ນເບິ່ງທ່ານແລ້ວເປັນຄົນທີ່ເປັນກັນເອງ ເຮັດໃຫ້ຄົນອຶ່ນຢາກເຂົ້າມາທັກທາຍ ແລະ ເປັນຄົນທີ່ໜ້າໄວ້ໃຈໄດ້.

2 ຄິ້ວ ແລະ ໜວດເຄົາເທີງໃບໜ້າ

ການເບິ່ງແຍງໃບໜ້າກໍ່ເປັນສິ່ງສໍາຄັນ ສໍາລັບຜູ້ຊາຍແລ້ວຖ້າໃຫ້ດີແທ້ກໍ່ຄວນແຖໜວດໃຫ້ກ້ຽງ ບໍ່ຄວນປ່ອຍໃຫ້ມັນຍາວ, ແຕ່ຖ້າຕ້ອງການປ່ອຍໃຫ້ມັນຍາວກໍ່ຄວນມີການຮັກສາໃຫ້ເປັນລະບຽບຈົບງາມ ແລະ ສໍາລັບຜູ້ຍິງກໍ່ຄວນຕົບແຕ່ງຄິ້ວໃຫ້ມັນສວຍງາມ. ຈະເປັນການສ້າງສະເໜໃຫ້ກັບໂຕເອງອີກແບບໜຶ່ງ.

3 ຊົງຜົມ

ຜົມກໍ່ເປັນສ່ວນໜຶ່ງທີ່ສ້າງໃຫ້ທ່ານເປັນຈຸດສົນໃຈຂອງຄົນອຶ່ນໄດ້. ສະນັ້ນ ຄວນຮັກສາຜົມໃຫ້ມີສຸຂະດີ ມີຄວາມມສະອາດ ແລະ ເວລາຈັດຊົງຜົມກໍ່ຄວນໃຫ້ມັນເຂົ້າກັບໜ້າຕາຂອງໂຕເອງ ເພາະມັນຈະເຮັດໃຫ້ທ່ານເບິ່ງມີສະເໜໄດ້ຫຼາຍຂຶ້ນ.

4 ນຸ່ງເຄື່ອງ

ສິ່ງສໍາຄັນອັນໜຶ່ງກໍ່ຄືການນຸ່ງເຄື່ອງ ການນຸ່ງເຄື່ອງຄວນນຸ່ງເຄື່ອງທີ່ມັນພໍດີ ບໍ່ຄວນນຸ່ງຄັບ ຫຼື ຫຼວມເກີນໄປ.

5 ສົບຕາ

ການສົບຈາ ຫຼື ການຈ້ອງຕາກັບບຸກຄົນທີ່ເຮົາກໍາລົງສົນທະນາຢູ່ນັ້ນ ກໍ່ເປັນສິ່ງສໍາຄັນອີກຢ່າງໜຶ່ງ ເພາະຈະເຮັດໃຫ້ຄູ່ຮ່ວມສົນທະນານໍາເຮົານັ້ນ ຮູ້ສຶກວ່າເຮົາມີຄວາມຕັ້ງໃຈ, ໃສ່ໃຈ ແລະ ໃຫ້ຄວາມສໍາຄັນໃນສິ່ງທີ່ຕົນເອງກໍາລັງເວົ້າ.

6 ຍ່າງ

ການຍ່າງທີ່ເຮັດໃຫ້ຄົນອຶ່ນເບິ່ງແລ້ວມີສະເໜ ກໍ່ຄືການຍ່າງຢ່າງ ໝັນໃຈ ຍ່າງແບບຜ່ອນຄາຍ ແລະ ເປັນທໍາມະຊາດທີ່ສຸດ ເງີຍໜ້າຍ່າງສາຍຕາເບິ່ງໄປທາງໜ້າຢ່າງສະຫງ່າ.

7 ກິ່ນໂຕ

ແນ່ນອນວ່າທຸກຄົນບໍ່ມີໃຜມັກຄົນທີ່ມີກິ່ນໂຕບໍ່ດີ, ສະນັ້ນ ການຮັກສາເລື່ອງກິ່ນໂຕກໍ່ເປັນອີກຢ່າງໜຶ່ງທີ່ສໍາຄັນ ຄວນຮັກສາໂຕເອງເພື່ອບໍ່ໃຫ້ເກີດກິນໂຕທີ່ບໍ່ດີ. ຮັກສາໂຕເອງເຊັ່ນວ່າ ການອາບນໍ້າທຸກໆມື້, ການຖູແຂ້ວ ຫຼື ບາງຄັ້ງເຮົາໃຊ້ ນໍ້າຫອມ ຫຼື ຄ້ຽວເຂົ້າໜົມເພື່ອລະງັບກິນປາກ ເປັນຕົ້ນ.

8 ໝັ້ນໃຈໃນໂຕເອງ

ຖ້າທ່ານກໍາລັງຍກັງວົນຢູ່ວ່່າຄົນອຶ່ນຈະຄິດແບບໃດກັບເຮົາ ໃນເວລາທີ່ເຮົາອອກໄປພົບປະກັບຜູ້ຄົນໃນສັງຄົມ ເຮົາຈະວາງໂຕຈັງໃດ, ຖ້າທ່ານກໍາລັງເປັນຢູ່ຄວນຢຸດຄິດເລີຍ. ເພາະວ່າການທີ່ເຮົາກັງວົນນັ້ນ ຈະເຮັດໃຫ້ເຮົາເບິ່ງແລ້ວບໍ່ມີສະເໜບໍ່ເປັນທໍາມະຊາດໃນເວລາທີ່ ພົບປະກັບຄົນອຶ່ນໃນສັງຄົມ ສະນັ້ນ ເຮົາຄວນມີຄວາມໝັ້ນໃຈໃນຕົວເອງ ແລະ ເວລາທີ່ເຮົາມີຄວາມໝັ້ນໃຈແລ້ວມັນຈະເຮັດໃຫ້ເຮົາສະແດງອອກໄດ້ຢ່າງເປັນທໍາມະຊາດ ແລະ ເບິ່ງແລ້ວຈະມີສະເໜກວ່າ.

9 ການຫົວ

ການຫົວເປັນການສື່ສານທີ່ດີອີກສິ່ງໜຶ່ງ ແລະ ເວລາທ່ານຫົວຈະເຮັດໃຫ້ຄົນອ້ອມຂ້າງຮູ້ສຶກຜ່ອນຄາຍ ແລະ ມີຄວາມສຸກໄປກັບທ່ານດ້ວຍ.

10 ພາສາກາຍ

ພາສາກາຍເປັນອີກສ່ວນໜຶ່ງທີ່ສໍາຄັນໃນການສ້າງສະເໜໃຫ້ກັບທ່ານ. ການສະແດງອອກທາງຮ່າງກາຍໂດຍສະເພາະແມ່ນທາງໃບໜ້າ ມັນກໍ່ຈະບົງບອກເຖີງອາລົມຄວາມຮູ້ສຶກຂອງທ່ານ ຖ້າທ່ານສະແດງອາລົມຄຽດ ຫຼື ບໍສະບາຍໃຈຢ່າງໃດຢ່າງໜຶ່ງອອກມາ ກໍ່ຈະເຮັດໃຫ້ຄົນອ້ອມຂ້າງຂອງທ່ານ ບໍ່ກ້າເຂົ້າໄປຫາທ່ານເພາະຢານລົບກວນ ແລະ ເຮັດໃຫ້ທ່ານຮູ້ສຶກບໍ່ດີຂຶ້ນຕື່ມອິກ. ແຕ່ຖ້າທ່ານເປັນຄົນອາລົມດີ ມີໃບໜ້າຍີ້ມແຍ້ມແຈ່ມໃສ ຮູ້ສຶກຜ່ອນຄາຍ ເປັນກັນເອງ ກໍ່ຈະສາມາດສ້າງສະເໜໃຫ້ກັບໂຕເອງໄດ້ ເຮັດໃຫ້ຄົນອຶ່ນຢາກເຂົ້າມາທັກທ້າຍໂອ່ລົມນໍາ.

11 ການຕັ້ງຄໍາຖາມ.

ການຖາມຄວນຄໍານືງເຖີງຄວາມເໝາະສົມຂອງກາລະເທສະ ວ່າສິ່ງທີ່ເຮົາຈະຖາມນັ້ນມັນສົມຄວນບໍ່, ເພາະວ່າເວລາທີ່ເຮົາຕັ້ງຄໍາຖາມໄປນັ້ນ ຜູ້ຖືກຖາມຈະຄິດວ່າເຮົາມີຄວາມສົນໃຈໃນສິ່ງນັ້ນ ແລະ ຕ້ອງການທີ່ຈະຢາກຮູ້ໃນສິ່ງນັ້ນແທ້ໆ. ເຊິ່ງອາດຈະເຮັດໃຫ້ທ່ານຖືກເບິ່ງໃນ່ລົບຖ້າຫາກຖາມບໍ່ຖືກເວລາ. ແຕ່ຖ້າຫາກວ່າທ່ານຖາມຖືກເວລາ ແລະ ເປັນຄໍາຖາມທີ່ເໝາະສົມ ກໍ່ຈະເຮັດໃຫ້ທ່ານເປັນທີ່ປະທັບໃຈຂອງຄົນອຶ່ນໃດ້.

12 ເຄື່ອງສີສົດໃສ

ສີຂອງເຄື່ອງນຸ່ງກໍ່ເປັນອີກສິ່ງໜຶ່ງທີ່ສາມາດເສີມລາສີໃຫ້ກັບທ່ານ ເຮັດໃຫ້ທ່ານເບິ່ງມີສະເໜ ແລະ ສາມາດດືງດູດສາຍຕາຂອງຄົນອຶ່ນໄດ້. ສະນັ້ນ ຄວນນຸ່ງເຄື່ອງທີ່ມີສີສັນ ບໍ່ເສົ້າເກີນໄປ ແລະ ສິ່ງສໍາຄັນຄວນເລືອກນຸ່ງໃຫ້ມັນເຂົ້າກັບສີຜິວຂອງຕົນເອງ ແລະ ເວລາທີ່ຈະອອກໄປງານສ້າງສັນຕ່າງໆຄວນນຸ່ງໃຫ້ເໝາະສົມກັບງານອີກດ້ວຍ, ຈະເຮັດໃຫ້ທ່ານເບິ່ງມີຄວາມໝັ້ນໃຈ ແລະ ມີສະເໜຫຼາຍຂຶ້ນ.

>>ຂອບໃຈhttp://www.tenetnews.com/ways-to-be-attractive_54.html/11

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...