spot_img
Homeຂ່າວເຫດການສສຊ ເຂດເລືອກຕັ້ງທີ 1 ມອບເຄື່ອງໃຫ້ທະຫານ

ສສຊ ເຂດເລືອກຕັ້ງທີ 1 ມອບເຄື່ອງໃຫ້ທະຫານ

Published on

20150119101134

ສະມາຊິກສະພາ​ແຫ່ງ​ຊາດ ເຂດ 1 ນະຄອນຫຼວງ​ວຽງ​ຈັນ (​ສສຊ) ນຳ​ໂດຍ​ທ່ານ ລາດ​ຊະນີວົງ ອະ​ມາ​ຣາ​ທິ​ທາດາ ປະທານຄະນະ​ສະພາ​ແຫ່ງ​ຊາດ ປະຈຳເຂດ​ເລືອກ​ຕັ້ງ​ທີ 1 ນະຄອນຫຼວງວຽງ​ຈັນ ພ້ອມ​ດ້ວຍ​ຄະນະ ໄດ້​ລົງພົບ​ປະ ແລະ ມອບ​ເຄື່ອງ​ໃຫ້​ນາຍ ແລະ ພົນທະຫານ ກອງຮ້ອຍ​ທີ 1 ທີ່​ຂຶ້ນ​ກັບ​ກອງ ຄ 512 ຢູ່​ບ້ານ​ສັງຄີ ເມືອງ​ປາກ​ງື່ມ ນະຄອນຫຼວງວຽງ​ຈັນ ໃນ​ວັນ​ທີ 17 ມັງກອນ 2015 ທີ່​ຜ່ານ​ມາ.

ເຄື່ອງ​ທີ່​ນຳໄປ​ມອບ​ໃຫ້​ຄັ້ງ​ນີ້ ປະກອບ​ມີ​ເຄື່ອງ​ອຸປະໂພກ-ບໍ​ລິໂພກ ເຄື່ອງ​ວິທະຍຸໂທລະ​ໂຄ່ງຊຸດ​ໃຫຍ່ ແລະ ຊຸດ​ນ້ອຍ ລວມມູນ​ຄ່າ​ທັງ​ໝົດ 14 ລ້ານ​ກວ່າ​ກີບ ທ່ານ ​ຮອ.ສອນ​ວິໄລ ວິ​ໄຊ​ສອນ ຫົວໜ້າ​ກອງຮ້ອຍ​ທີ 1 ໄດ້​ສະແດງຄວາມ​ຂອບໃຈ​ມາ​ຍັງ​ສະມາຊິກສະພາ​ແຫ່ງ​ຊາດ ເຂດ​ເລືອກ​ຕັ້ງທີ 1 ນະຄອນຫຼວງ​ວຽງ​ຈັນ ທີ່​ເປັນຫ່ວງ​ເປັນ​ໄຍ​ອ້າຍ​ນ້ອງ​ທະຫານ ທີ່​ໄດ້​ລົງ​ມາ​ພົບ​ປະ ແລະ ມອບເຄື່ອງ​ດັ່ງກ່າວ​ນີ້​ໃຫ້​ນາຍ ແລະ ພົນທະຫານ​ທີ່ຢູ່​ຫ່າງ​ໄກ​ສອກຫຼີກ ແລະ ຈະ​ນຳ​ໃຊ້​ເຄື່ອງ​ນີ້​ໃຫ້​ເກີດປະໂຫຍດ​ສູງ​ສຸດ ທັງ​ນີ້ ເພື່ອ​ເປັນການ​ຕ້ອນຮັບ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 66 ປີ ວັນ​ສ້າງຕັ້ງ​ພັກ​ປະຊາຊົນປະຕິວັດ​ລາວ ຄົບຮອບ 60 ປີ ແລະ ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ.

ໃຫ້​ກຽດ​ກ່າວ​ມອບ​ແມ່ນ​ທ່ານ ລາດ​ຊະນີ​ວົງ ອະ​ມາ​ຣາ​ທິ​ທາດາ ປະທານ​ຄະນະ​ສະພາ​ແຫ່ງ​ຊາດ ປະຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ນະຄອນຫຼວງ​ວຽງ​ຈັນ ແລະ ກ່າວ​ຮັບແມ່ນ​ທ່ານ ​ຮອ.ສອນ​ວິໄລ ວິ​ໄຊສອນ ຫົວໜ້າ​ກອງຮ້ອຍ​ທີ 1 ໂດຍ​ຊ້ອງ​ໜ້າ​ສະມາຊິກ​ສະພາແຫ່ງ​ຊາດ​ ເຂດ​ເລືອກ​ຕັ້ງ​ທີ 1 ນະຄອນ​ຫຼວງ​ວຽງ​ຈັນ ການ​ນຳເມືອງ​ປາກ​ງື່ມ ອຳນາດ​ການ​ປົກຄອງ​ບ້ານນາຍ ແລະ ພົນ​ທະຫານ​ເປັນ​ສັກຂີ​ພິຍານ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...