spot_img
Homeນານາສາລະຮັກ​ແນວໃດ ບໍ່​ໃຫ້​ສູນ​ເສຍ​ຄວາມ​ເປັນ​ຕົວ​ເອງ

ຮັກ​ແນວໃດ ບໍ່​ໃຫ້​ສູນ​ເສຍ​ຄວາມ​ເປັນ​ຕົວ​ເອງ

Published on

love_19


1
. ມີ​ຄວາມ​ສຳພັນ​ທີ່​ດີ​ກັບ​ເພື່ອນ​ສະເໝີ   ໃຜ​ທີ່​ມີ​ແຟນ​ແລ້ວ​ລືມ​ເພື່ອນ​ຍົກ​ມື​ຂຶ້ນຢຸດ​ການ​ກະທຳ​ແບບ​ນີ້​ເດັດ​ຂາດ ຢ່າ​ລືມ​ວ່າ​ເພື່ອນ​ໆກໍ​ຄື​ຄົນ​ສຳຄັນ​ໃນ​ຊີວິດ​ຂອງ​ເຈົ້າ​ເຊັ່ນ​ກັນ ຢ່າ​ເອົາ​ເວລາ​ຂອງ​ເຈົ້າ​ທຸ້ມເທ​ໃຫ້​ກັບ​ຄົນ​ຮັກ​ທັງ​ໝົດເພາະ​ທັງ​ເຈົ້າ ​ແລະ ເຂົາ​ກໍ​ຈຳ​ເປັນ​ຕ້ອງ​ໃຊ້​ຊີວິດ​ສ່ວນ​ຕົວ​ຢູ່​ກັບ​ເພື່ອນ​ຝູງ​ນຳ ທີ່​ສຳຄັນ​ເພື່ອນ​ໆຂອງ​ເຈົ້າ​ຍັງ​ເປັນ​ທີ່​ປຶກ​ສາ​ດ້ານ​ຄວາມ​ຮັກ​ໄດ້​ຢ່າງ​ດີ​ເລີຍ​ ໃຊ້​ເວລາ​ຢູ່​ກັບ​ພວກເຂົາ​ບໍ່​ວ່າ​ຈະ​ກິນ ທ່ຽວ ຫລື​ ຊ໋ອບປີ້ງ ເພາະ​ບໍ່​ມີ​ໃຜ​ຈະ​ຮູ້​ໃຈ​ເຈົ້າ​ເທົ່າ​ເພື່ອນ​ອີກ​ແລ້ວ
2. ເຮັດ​ສິ່ງ​ທີ່​ຕົວ​ເອງ​ມັກ ນອກ​ຈາກ​ຈະ​ໃຊ້​ເວລາ​ກັບ​ເພື່ອນ​ແລ້ວ​ກໍ​ຢ່າ​ລືມ​ແບ່ງ​ເວລາ​ໃຫ້​ຕົວ​ເອງ​ໃນ​ການເຮັດ​ສິ່ງ​ທີ່ເຈົ້າ​ມັກ​ຫລື​ການ​ໄປ​ຢ້ຽມຍາມ​ຍາດຕີ່ພີ່ນ້ອງ​ຕ່າງ​ແຂວງ ບໍ່​ຈຳ​ເປັນ​ຕ້ອງ​ເລີກ​ເຮັດ​ສິ່ງ​ນັ້ນ​ພຽງ​ເພາະ​ເຈົ້າ​ມີ​ແຟນ ແມ່ນ​ຢູ່​ທີ່​ເຂົາ​ເຂົ້າ​ມາ​ເຕີມ​ເຕັມ​ຊີວິດ​ຂອງ​ເຈົ້າ​ໃຫ້​ສົມບູນ​ຍິ່ງ​ຂຶ້ນ​ເຈົ້າ​ເອງ​ກໍ​ບໍ່​ຄວນ​ຝາກ​ຝັງ​ຄວາມ​ສຸກ​ຂອງ​ຕົວ​ເອງ​ໄວ້​ກັບ​ໃຜ​ຫາກ​ເຈົ້າ​ສາມາດ​ສ້າງ​ຄວາມສຸກ​ໃຫ້​ຕົວ​ເອງ​ໄດ້​ກ່ອນເຈົ້າ​ກໍ​ພ້ອມ​ຈະ​ສ້າງ​ຄວາມ​ສຸກ​ໃຫ້​ກັບ​ຂົາ​ໄດ້​ເຊັ່ນ​ກັນ
3. ແບ່ງ​ປັນ​ຄວາມ​ຄິດ​ເຫັນ​ກັນ ອີກ​ໜຶ່ງ​ວິທີ​ທີ່​ຈະ​ເຮັດໃຫ້​ເຈົ້າ​ບໍ່​ສູນ​ເສຍ​ຄວາມ​ເປັນ​ຕົວ​ເອງກໍ​ຄືການ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັບ​ຄົນ​ຮັກ ເຈົ້າ​ສາມາດ​ເວົ້າ​ໃນ​ສິ່ງ​ທີ່​ເຈົ້າ​ຄິດ​ຫລື​ຕ້ອງ​ການ​ໄດ້ບໍ່​ຈຳ​ເປັນ​ຕ້ອງ​ເອີ​ອໍ ​ຫລື​ ເຫັນ​ນຳ​ກັບ​ເຂົາ​ໄປ​ທຸກ​ເລື່ອງການ​ທີ່​ເຈົ້າ​ພະຍາຍາມ​ເຮັດໃຫ້ເຂົາ​ພໍ​ໃຈ​ທຸກ​ຢ່າງ​ບໍ່​ໄດ້​ກາ​ລັນ​ຕີ​ວ່າ​ຄວາມ​ຮັກ​ຂອງ​ເຈົ້າ​ຈະ​ຢູ່ລອດ​ປອດ​ໄພ​ສະເໝີ້ໄປ ແລະ ​ການ​ມີ​ຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ຈະ​ເຮັດໃຫ້​ເຈົ້າ ​ແລະ ​ຄົນ​ຮັກ​ໄດ້​ເບິ່ງ​ຫຍັງ​ຕ່າງ​ມຸມ​ນຳ ນອກ​ຈາກ​ເຈົ້າ​ທັງ​ຄູ່​ຈະ​ຮູ້ສຶກ​ຜ່ອນ​ຄາຍ​ແລ້ວມັນ​ຍັງ​ເຮັດໃຫ້​ເຈົ້າ​ຮູ້​ຈັກ​ຕົວ​ຕົນ​ຂອງ​ກັນ​ແລະ​ກັນ​ຫລາຍ​ຂຶ້ນ​ນຳ
4. ຢ່າ​ຖິ້ມ​ທຸກ​ຢ່າງ​ພຽງ​ເພື່ອ​ໃຫ້​ໄດ້​ຢູ່​ກັບ​ເຂົາ ຖ້າ​ເຈົ້າ​ມີ​ນັດ​ຢູ່​ແລ້ວ ແລະ​ ເຂົາ​​ວົນ​ເຈົ້າ​ໄປ​ດິນ​ເນີ​ໃຕ້​ແສງ​ທຽນ​ແບບ​ກະ​ທັນ​ຫັນ​ກໍ​ບໍ່​ຈຳ​ເປັນ​ຕ້ອງ​ຍົກ​ເລີກ​ນັດທັງ​ໝົດ​ພຽງ​ເພື່ອ​ໃຫ້​ໄດ້​ຢູ່​ກັບ​ພວກເຂົາ ແລະ ​ມັນ​ກໍ​ບໍ່ແມ່ນ​ຄວາມ​ຜິດ​ຂອງ​ເຈົ້າ​ທີ່​ປະຕິເສດ​ເຂົາທີ່​ສຳຄັນ​ເຈົ້າ​ເອງ​ກໍ​ບໍ່​ຄວນ​ຜິດ​ນັດ​ໃຜ​ນຳ ດັ່ງ​ນັ້ນ​ປະຕິເສດ​ເຂົາ​ໄປ​ຕາມ​ກົງ​ວ່າ​ເຈົ້າ​ມີ​ນັດ​ແລ້ວ​ແລະ​ອາດຈະ​ຊວນ​ເຂົາ​ໃຫ້​ໄປ​ມື້​ອື່ນ​ແທນ ຕ້ອງ​ແຂງ​ໃຈ​ແນ່​ສາວໆບໍ່​ຕ້ອງ​ຕາມ​ໃຈ​ເຂົາ​ທຸກ​ເລື່ອງ​

  1. ບໍ່​ຕ້ອງ​ເກາະ​ຕິດ​ເຂົາ​ທຸກ​ສະຖານ​ນະການ ເມື່ອ​​ຮັກໃໝ່ໆ​ນັ້ນ​ເຈົ້າ​ຄົງ​ຢາກ​ຢູ່​ນຳກັນ​ຕະຫລອດ​ເວລາ ພຽງ​ແຕ່ແກວງ​ມື​ລາ​ກັນ​ແປ໊​ບດຽວ​ກໍ​ຄິດ​ຮອດ​ກັນ​ອີກ​ແລ້ວ ແລະ​ ເຖິງວ່າ​ເຈົ້າ​ຈະ​ໂຫຍ​ຫາ​ຢາກ​ຢູ່​ໃກ້ເຂົາ​ຂະໜາດ​ໃດ​ກໍ​ບໍ່​ຈຳ​ເປັນ​ຕ້ອງ​ໂທ​ຫາ​ເຂົາ​ຖີ່​ໆ ຫລື ​ສົ່ງ​ຂໍ້ຄວາມ​ຫວານໆໃຫ້​ກັບ​ເຂົາ​ທັງ​ມື້​ດອກ ເພາະ​ການ​ກະທຳ​ແບບ​ນີ້​ມັນ​ສະແດງ​ວ່າ​ເຈົ້າ​ກຳ​ລັງ​ສູນ​ເສຍ​ຄວາມ​ເປັນ​ຕົວ​ເອງ​ແບບ​ເຕັມໆ ແຖມ​ຍັງ​ໜ້າ​ລຳ​ຄານ​ອີກ​ດ້ວຍເອົາ​ເປັນ​ວ່າ​ຄິດ​ເຖິງ​ກັນ​ແຕ່​ພໍ​ງາມ​ຈະ​ດີກວ່າບໍ່​ເຊັ່ນ​ນັ້ນ​ໜຸ່ມໆອາດຈະ​ເຊັງ​ທີ່​ເຈົ້າ​ຄອຍຖ້າ​ຕາມ​ຕິດ​ເຂົາ​
    6. ເຮັດ​ກິດຈະກຳ​ທີ່​ມີ​ຄວາມ​ສຸກ​ຮ່ວມ​ກັນ ຫາກວ່າ​ເຈົ້າ​ກັບ​ເຂົາ​ຫາກໍ່​ຈະ​ຮຽນ​ຮູ້​ກັນ​ໄດ້​ບໍ່ດົນ ​ໃຫ້​ເຈົ້າ​ຮູ້​ຈັກ​ກັນ​ຫລາຍ​ຂຶ້ນ​ໂດຍ​ທີ່​ກິດຈະກຳ​ນັ້ນ​ຕ້ອງ​ເປັນ​ຄວາມ​ມັກ​ຂອງ​ເຈົ້າ​ທັງ​ຄູ່ບໍ່ແມ່ນ​ຄວາມ​ມັກ​ຂອງ​ຄົນ​ໃດ​ຄົນ​ໜຶ່ງເຊັ່ນ ການ​ທ່ອງ​ທ່ຽວ, ການ​ຖ່າຍ​ຮູບ, ເບິ່ງ​ໜັງ, ສະໝັກ​ສະມາຊິກ​ຟິດ​ເນດຫລື​ຫຍັງ​ກໍ​ຕາມຫລື​ຫາກ​ເຈົ້າ​ມີ​ຄວາມ​ມັກ​ທີ່​ຕ່າງ​ກັນ​ກໍ​ອາດຈະ​ເວົ້າ​ເວົ້າ​ແລກ​ປ່ຽນ​ຄວາມ​ມັກ​ຂອງ​ກັນ​ແລະ​ກັນ ກໍ​ເປັນ​ໄອ​ເດຍ​ທີ່​ດີ
    7. ຊື່ນ​ຊົມ​ກັນ​ແລະ​ກັນ ການ​ຊື່ນ​ຊົມ​ກັນ​ ແລະ​ ກັນ​ເປັນ​ສິ່ງ​ທີ່​ເຮັດໃຫ້​ເຈົ້າ ​ແລະ ​ເຂົາ​ເຫັນ​ວ່າ​ຄວາມ​ຮັກ​ທີ່ເກິດຂື້ນ​ນັ້ນມາ​ຈາກ​ການ​ຫລົງ​ຮັກ​ຕົວ​ຕົນ​ຂອງ​ກັນ​ແລະ​ກັນ ເຊັ່ນເຂົາ​ມັກ​ຖ່າຍ​ຮູບເຈົ້າ​ອາດຈະ​ຫາ​ເລື່ອງ​ຊື່ນ​ຊົມ​ເຖິງ​ຄວາມ​ເກັ່ງ​​ຂອງ​ເຂົາ ຫລື​ ຫາກ​ເຈົ້າ​ຮູ້ສຶກ​ວ່າ​ພວກເຂົາ​ເບິ່ງແຍງ​ເຈົ້າ​ເປັນ​ຢ່າງ​ດີ​ກໍ​ຄວນ​ຈະ​ຊື່ນ​ຊົມ​ແລະ​ຂອບໃຈ​ເຂົາ​ນຳຄວາມ​ຈິງ​ໃຈນອກ​ຈາກ​ນີ້​ການ​ຊື່ນ​ຊົມ​ຄວາມ​ຄິດ​ທີ່​ແຕກ​ຕ່າງ​ກໍ​ສຳຄັນ​ບໍ່​ແພ້​ກັນຢ່າ​ຊື່ນ​ຊົມ​ເຂົາ​ພຽງ​ເພາະ​ເຂົາ​ແລະ​ເຈົ້າ​ມີ​ຄວາມ​ຄິດ​ດີໆກົງ​ກັນ​ເທົ່າ​ນັ້ນການ​ຊື່ນ​ຊົມ​ແມ່ນ​ໃນ​ຂະນະ​ທີ່​ເຈົ້າ​ຄິດ​ເຫັນ​ຕ່າງ​ກັນ​ຈະ​ເຮັດໃຫ້​ເຈົ້າ​ທັງ​ຄູ່​ເຂົ້າໃຈ​ຄວາມ​ເປັນ​ຕົວຕົນ​ຂອງ​ກັນ​ແລະ​ກັນ​ຫລາຍ​ຂຶ້ນ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...