spot_img
Homeຂ່າວເຫດການສະຫຼອງສາຍພົວພັນການທູດ ຟີລິບປິນ-ລາວ ຄົບຮອບ 60 ປີ

ສະຫຼອງສາຍພົວພັນການທູດ ຟີລິບປິນ-ລາວ ຄົບຮອບ 60 ປີ

Published on

20150115124452

ໃນ​ຕອນ​ຄ່ຳ​ວັນ​ທີ 14 ມັງກອນ 2015 ທ່ານ ທອງ​ລຸນ ສີສຸ​ລິດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ເປັນ​ກຽດ​ເຂົ້າ​ຮ່ວມງານ​ລ້ຽງ​ອາຫານ​ຄ່ຳ​ທີ່​ໂຮງແຮມແລນ​ມາກ ​ແມ່ຂອງ ຣີ​ເວີ​ໄຊ ຈັດໂດຍ​ເອກ​ອັກ​ຄະ​ລັດ​ຖະ​ທູດແຫ່ງ ສ ຟີ​ລິບ​ປິນ ປະຈຳ​ລາວ ເພື່ອ​ສະເຫຼີມ​ສະຫຼອງ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ລະຫວ່າງ ​ສປປ ລາວ ແລະ ສ ຟີ​ລິບ​ປິນ ຄົບຮອບ 60 ປີ ໂດຍ​ມີ​ບັນດາ​ທ່ານ​ລັດ​ຖະມົນຕີ​ວ່າການ ຊ່ວຍ​ວ່າການ ແຂກ​ຖືກ​ເຊີນ ແລະ ພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໂອກາດ​ນີ້ ​ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ການ​ຕ່າງປະເທດ ແລະ ທ່ານ​ນາງ ມາ​ເລຍ ລູມເມນ ປິ ອິດສາ​ເລນ​ຕາ (Maria Lumen B.Isleta) ເອກ​ອັກ​ຄະລັດ​ຖະ​ທູດແຫ່ງຟີ​ລິບ​ປິນ ປະຈຳ ​ສປປ ລາວ ໄດ້​ຜັດປ່ຽນ​ກັນ​ຂຶ້ນ​ປະກອບ​ຄຳ​ເຫັນ ເຊິ່ງ​ທັງ​ສອງ​ຝ່າຍ ໄດ້​ກ່າວ​ເຖິງ​ຜົນສຳເລັດ​ແຫ່ງ​ການພົວພັນ​ຮ່ວມ​ມື​ໃນ​ໄລຍະ 60 ປີຜ່ານ​ມາ ລະຫວ່າງ​ສອງ​ລັດ​ຖະບານ ກໍ່​ຄື​ປະຊາຊົນ​ສອງ​ຊາດລາວ-ຟີ​ລິບ​ປິນສອງ​ປະເທດ ​ໄດ້​ມີການ​ພົວພັນ​ຮັດ​ແໜ້ນ​ຮ່ວມ​ມືຫຼາຍ​ດ້ານທາງ​ດ້ານ​ການເມືອງ ເສດຖະກິດ ວັດທະນະທຳ ການສຶກ​ສາ ກີລາ ລວມ​ທັງ​ການ​ແລກປ່ຽນ​ການ​ຢ້ຽມຢາມ​ຜູ້​ແທນ​ຂັ້ນສູງ​ທັງ​ສອງ​ປະເທດ.

ຢູ່​ໃນ​ຂອບ​ອາ​ຊຽນ ຟີ​ລິບ​ປິນ ໄດ້​ໃຫ້ການ​ສະໜັບສະໜູນ​ຢ່າງສະເໝີ​ຕົ້ນ​ສະເໝີ​ປາຍ​ຕໍ່​ຂໍ້​ລິ​ເລີ່ມ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ອາ​ຊຽນສຳລັບ ກຳປູເຈຍ ລາວ ມຽນ​ມາ ແລະ ຫວຽດນາມ ຫຼື ບັນດາ​ປະເທດ​ລຸ່ມ​ແມ່ນ້ຳ​ຂອງ ໂດຍ​ສະເພາະແມ່ນ ​ໂຄງການ​ຮັດ​ແຄບຄວາມ​ແຕກ​ໂຕນ​ດ້ານ​ການ​ພັດທະ​ນາ ແລະ ໄດ້​ໃຫ້​ທຶນ​ດຳເນີນຫຼາຍ​ໂຄງການ ໃນ​ການ​ພັດ​ທະນາ​ວຽກ​ງານ​ຊັບພະຍາກອນ​ມະນຸດ ໃນ​ຂົງເຂດ​ການ​ສຶກ​ສາ ສາທາ​ລະນະ​ສຸກ ເສດຖະກິດ ກະ​ສິກຳ ແລະ ສິ່ງແວດລ້ອມ.

ໂອກາດ​ດຽວ​ກັນ ​ທັງ​ສອງ​ຝ່າຍກໍ່​ໄດ້​ສະແດງ​ຄວາມ​ຫວັງ​ທີ່​ຈະ​ສືບຕໍ່​ເສີມ​ສ້າງ ແລະ ຮັດ​ແໜ້ນ​ສາຍພົວພັນ​ຮ່ວມ​ມື​ທີ່​ດີ​ໃນ​ປັດຈຸບັນລະຫວ່າງ​ສອງ​ປະເທດ ​ໃຫ້​ເຕີບ​ໃຫຍ່ຂະຫຍາຍຕົວ​ໄປ​ສູ່​ບາດກ້າວ​ອັນໃໝ່​ໃນຕໍ່ໜ້າ ຍິ່ງ​ເພີ່ມ​ທະວີ​ເຮັດໃຫ້​ງານ​ໃນ​ຄັ້ງ​ນີ້ ​ເຕັມ​ໄປ​ດ້ວຍ​ບັນຍາ​ກາດ​ແຫ່ງ​ມິດຕະພາບ​ອັນ​ອົບອຸ່ນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...