spot_img
Homeຂ່າວເຫດການປຶກສາຫາລື ວຽກງານຄຸ້ມຄອງອິນເຕີເນັດ

ປຶກສາຫາລື ວຽກງານຄຸ້ມຄອງອິນເຕີເນັດ

Published on

mr.bounpon

ຂປລ.ໃນ ​ຕອນແລງຂອງວັນ​ທີ 14 ມັງກອນ 2015 ຢູ່​ຫ້ອງ​ວ່າການ​ລັດຖະບານ ​ໄດ້​ຈັດ​ກອງ​ປະຊຸມປືກສາ​ຫາລື ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ແຫ່ງ​ຊາດ(ຄຄອຊ) ພາຍ​ໃຕ້ການ​ເປັນ​ປະທານ​ຂອງ​ທ່ານ ດຣ. ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້​ນຳ​ຂົງ​ເຂດ​ເສດຖະກິດ​ມະຫາ​ພາກ ​ແລະ ບໍລິການ ​ໂດຍ​ມີ​ບັນດາ​ທ່ານລັດຖະມົນຕີວ່າການ, ​ຊ່ວຍ​ວ່າການ, ຫົວໜ້າກົມ,ຮອງກົມ​ ຈາກບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ຈຸດປະສົງຂອງ​ກອງປະຊຸມ ​​​​ເພື່ອທົບ​ທວນຄືນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານໃນໄລຍະ​ຜ່ານ​ມາ ​ໂດຍ​ສະ​ເພາະວຽກ​ງານການ​ກວດກາ ​ແລະ ການ​​ແກ້​ໄຂ​ບັນຫາ​ປະກົດ​ການ​ຫຍໍ້​ທໍ້ ທີ່​ເກີດ​ຂຶ້ນ​ຢູ່ໃນ​ສື່ສັງຄົມ​ອອນ​ລາຍ. ນອກນັ້ນ, ຄະນະ​ກຳມະການ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ແຫ່ງ​ຊາດ ຍັງໄດ້ພ້ອມກັນ​ປືກສາ​ຫາລື ​ແລະ ຖອດ​ຖອນ​ບາງ​ບົດຮຽນ​ໃນ​ຕໍ່ໜ້າ. ໂດຍສະເພາະການ​ເຄື່ອນ​ໄຫວສະ​ເພາະ​ກິດທີ່​ປະຕິບັດ​ໄດ້ ເຊັ່ນ:ດ້ານ​ນິຕິ​ກຳ, ດ້ານ​ເຕັກນິກ. ຫລັງຈາກ​ນັ້ນ, ​ກອງ​ປະຊຸມ ກໍຍັງ​ໄດ້​ຕີ​ລາຄາ​ດ້ານ​ດີ-ດ້ານອ່ອນ, ຂໍ້ຄົງ​ຄ້າງ ​ແລະ ​ແຜນການ​ໃນ​ຕໍ່ໜ້າ.

ຜ່ານການ​ປະກອບ​ຄຳຄິດຄໍາເຫັນ ແລະ ປືກສາ​ຫາລືຢ່າງ​ກົງ​ໄປ​ກົງ​ມາແລ້ວ, ທ່ານ ປະທານ ກອງປະຊຸມກໍໄດ້​ໃຫ້​ທິດ​ຊີ້​ນຳ​ ແລະ ເນັ້ນໜັກຕື່ມອີກວ່າ: ​ໃນ​ຕໍ່ໜ້າ​ໃຫ້ຄະນະຄຸ້ມຄອງອິນເຕີເນັດແຫ່ງຊາດເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດ ໂຄສະນາເຜີຍແຜ່ດຳລັດ​ວ່າດ້ວຍ​ການ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ໃຫ້​ທົ່ວ​ເຖິງ, ຄຽງຄູ່ກັນນັ້ນ ກໍຈະຕ້ອງໄດ້ສືບ​ຕໍ່​ເຜີຍ​ແຜ່​ຜົນສຳ​ເລັດ​ການ​ສ້າງສາພັດທະນາ​ປ​ະ​ເທດ​ຊາດ ​ແລະ ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ ໂດຍຜ່ານ​ອິນ​ເຕີ​ເນັດ ​ຄຽງຄູ່ກັນນັ້ນ ຈະຕ້ອງໄດ້ສືບ​ຕໍ່​ເກັບ​ກຳ​ຂໍ້​ມູນ​ ແລະ ສືບ​ໃຫ້ຮູ້​ໄວ ກັບຜູ້​ທີ່​ບໍ່​ຫວັງ​ດີ​ຕໍ່​ປະ​ເທດ​ຊາດ ​ໂດຍ​ຜ່ານສື່​ສັງຄົມ​ອອນ​ລາຍ.

 

ແຫລ່ງ​ຂ່າວ: ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...