spot_img
Homeຂ່າວເຫດການລັດຖະມົນຕີຊ່ວຍການຕ່າງປະເທດ ລົງນາມໄວ້ອາໄລ ຕໍ່ສຳນັກງານໜັງສືພິມຝຣັ່ງ

ລັດຖະມົນຕີຊ່ວຍການຕ່າງປະເທດ ລົງນາມໄວ້ອາໄລ ຕໍ່ສຳນັກງານໜັງສືພິມຝຣັ່ງ

Published on

20150113164830

 

ໃນ​ວັນ​ທີ 13 ມັງກອນ 2015 ທີ່ສະຖານທູດ​ຝຣັ່ງ​ປະຈຳ​ລາວ ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະເທດ ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ນາມ​ໄວ້ອາໄລ​ແກ່​ຜູ້ເສຍ​ຊີວິດ ​ຈາກ​ເຫດການ​ບຸກໂຈມ​ຕີ​ສຳນັກງານ​ໜັງສືພິມ “CHARLIE HEBDO” ໃນ​ວັນ​ທີ 7 ມັງກອນ 2015 ຢູ່ນະຄອນຫຼວງ​ປາ​ຣີ ຂອງ​ປະເທດ​ຝຣັ່ງ ທີ່ໄດ້​ນຳ​ມາ​ເຊິ່ງ​ການ​ສູນ​ເສຍ​ຊີວິດ​ຂອງ​ຄົນ​ເປັນ​ຈຳນວນ​ຫຼວງຫຼາຍ.

ທ່ານ​ລັດ​ຖະ​ມົນ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະເທດ ໄດ້​ລົງນາມ​ສະແດງ​ຄວາມ​ໂສກເສົ້າເສຍ​ໃຈ​ຕໍ່​ເຫດການ​ດັ່ງກ່າວ ໂດຍໃນ​ນາມ​ລັດຖະບານ ແລະ ປະຊາຊົນແຫ່ງ ສາທາລະນະ​ລັດ ປະຊາ​ທິ​ປະ​ໄຕ ປະຊາຊົນ​ລາວ ຂໍ​ສະແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງສຸດ​ຊຶ້ງ ໄປ​ຍັງ​ລັດຖະບານ ແລະ ປະຊາຊົນ​ຝຣັ່ງ ໂດຍ​ສະເພາະແມ່ນ​ຄອບຄົວ​ຂອງ​ຜູ້​ທີ່​ປະສົບເຄາະ​ຮ້າຍ ທີ່​ເປັນ​ຍ້ອນ​ການ​ບຸກໂຈມ​ຕີຂອງ​ພວກ​ກໍ່​ການ​ຮ້າຍ ຊຶ່ງ​ພວກ​ເຮົາຂໍ​ກ່າວ​ປະນາມຢ່າງ​ແຂງແຮງ.

​ສປປ ລາວ ກຽມພ້ອມ​ທີ່​ຈະຮ່ວມ​ມື​ນຳ​ປະຊາ​ຄົມ​ສາກົນ ເພື່ອການ​ຮັບປະກັນ​ຄວາມ​ໝັ້ນຄົງ ປອດ​ໄພ ແລະ ການ​ປົກ​ປັກ​ຮັກສາສັນຕິພາບຢູ່​ໃນ​ໂລກ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...