spot_img
Homeຂ່າວເຫດການປະຊັນສີມື ຊອກຫາຜູ້ປຸງແຕ່ງເຂົ້າປຸ້ນແຊບ ປະຈຳປີ 2015

ປະຊັນສີມື ຊອກຫາຜູ້ປຸງແຕ່ງເຂົ້າປຸ້ນແຊບ ປະຈຳປີ 2015

Published on

20150113151601

 

ເທ​ສະການ​ອາຫານ​ລາວ ທີ່​ເປັນ​ການ​ໂຮມ​ເອົາ​ບັນດາ​ແມ່ຄົວ​ມື​ເອກ ແລະ ຮ້ານ​ອາຫານດັງ​ໃນ​ທົ່ວ​ປະເທດ ​ເຂົ້າ​ຮ່ວມ​ສະແດງ-ຂາຍ ເພື່ອ​ເປັນ​ການ​ສົ່ງເສີມ​ທາງ​ດ້ານ​ການ​ຕະຫຼາດ ແລະ ໃຫ້​ສັງຄົມ​ນັບ​ມື້​ຮັບ​ຮູ້​ກວ້າງຂວາງ ໂດຍ​ປີ​ນີ້​ທາງ​ຄະນະ​ກຳ​ມະການ​ໄດ້​ເລືອກ​ເອົາ “ການ​ປຸງ​ແຕ່ງ​ເຂົ້າປຸ້ນ​ແຊບ” ເປັນ​ຫົວຂໍ້​ໃນ​ການ​ແຂ່ງຂັນ ເຊິ່ງ​ຈະ​ມີ​ນັກ​ແຂ່ງຂັນ​ຈາກ 11 ໂຮງຮຽນ​ວິຊາ​ຊີບ​ໃນ​ທົ່ວ​ປະເທດ​ເຂົ້າ​ຮ່ວມ.

ງານ​ຖະແຫຼງ​ຂ່າວ​ຈັດ​ເທສະການ​ອາຫານ​ລາວ ຄັ້ງ​ທີ 10 ປະຈຳ​ປີ​ໄດ້​ມີ​ຂຶ້ນໃນ​ວັນ​ທີ 13 ມັງກອນ 2015 ທີ່​ສະມາຄົມ​ນັກ​ຂ່າວແຫ່ງ ​ສປປ ລາວ ໂດຍ​ການເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສະໜຸກ ມີ​ໄຊ ຮອງ​ປະທານ​ສະມາຄົມ​ນັກຂ່າວ​ແຫ່ງ ​ສປປ ລາວ ພ້ອມ​ດ້ວຍຄະນະ​ສະມາຄົມ​ນັກທຸລະກິດແມ່ຍິງ ແລະ ສື່​ມວນ​ຊົນ​ເຂົ້າ​ຮ່ວມ.

ທ່ານນາງ ຈັນທະ​ຈອນ ວົງ​ໄຊ ປະທານ​ສະມາຄົມ​ນັກ​ທຸລະ​ກິດ​ແມ່ຍິງ ທັງ​ເປັນ​ປະທານຈັດ​ງານ​ກ່າວ​ຈຸດປະສົງ​ຂອງ​ການຈັດ​ງານ​ຄັ້ງ​ນີ້​ວ່າ: ເປັນ​ການ​ສືບຕໍ່​ຊຸກຍູ້ ແລະ ສົ່ງເສີມ​ທຸກ​ຫົວໜ່ວຍ​ທຸລະ​ກິດ​ຂອງ​ແມ່ຍິງ ນັບແຕ່​ການ​ຜະລິດ ປູກ​ພືດ​ກະສິກຳ ລ້ຽງສັດ ປຸງ​ແຕ່ງ ທຸລະ​ກິດ​ຮ້ານອາຫານ ໂຮງຮຽນ ສະ​ຖາ​ບັນ​ທີ່ເຝິກອົບຮົມ​ການ​ປຸງ​ແຕ່ງອາຫານ ຈາກ​ນະຄອນຫຼວງ​ວຽງ​ຈັນ ແລະ ບັນດາ​ແຂວງ​ພາຍ​ໃນ​ໄດ້​ມີ​ໂອກາດ​ເຂົ້າ​ມາ​ວາງສະແດງ ແລະ ຈຳໜ່າຍ​ຜະລິດ​ຕະ​ພັນ ທັງ​ເປັນການ​ເປີດ​ໂອກາດ​ໃຫ້​ແມ່ຍິງ ​ຜູ້​ປະກອບ​ການ​ຂະແໜງການ​ຜະລິດ ແລະ ປຸງ​ແຕ່ງອາຫານ​ໄດ້​ມີ​ການແລກປ່ຽນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ.

ໂດຍ​ງານ​ເທ​ສະການ​ອາຫານ​ລາວ​ ປະຈຳ​ປີ 2015 ຈະ​ໄດ້ເລີ່ມ​ຈັດ​ແຕ່​ວັນ​ທີ 29-31 ມັງກອນ ທີ່​ຈະ​ເຖິງ​ທີ່​ສວນ​ເຈົ້າ​ອາ​ນຸວົງ ​ຈະ​ມີ​ຮ້ານ​ອາຫານ​ເຂົ້າ​ຮ່ວມທັງ​ໝົດ​ຫຼາຍ​ກວ່າ 100 ຮ້ານ ຈາກ​ໃນ​ທົ່ວ​ປະເທດ ຄາດ​ວ່າ​ຈະໄດ້​ຮັບ​ຄວາມ​ສົນໃຈ​ຈາກ​ບັນດານັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງປະເທດ​ເຂົ້າ​ຮ່ວມ​ເປັນ​ຈຳນວນຫຼາຍ ສຳລັບ​ຜູ້​ທີ່​ສົນໃຈ​ຕ້ອງການຮັບ​ປະທານ​ອາຫານ​ແບບ​ລາວໆ ກໍ່​ສາມາດ​ເຂົ້າ​ຮ່ວມ​ໄດ້​ຕາມ​ທີ່​ລະບຸ​ຊັດ​ເຈນ​ໃນ​ເບື້ອງ​ຕົ້ນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...