spot_img
Homeນານາສາລະ5 ຂໍ້​ບໍ່​ຄວນ​ໂພສ​ເທິງ Facebook

5 ຂໍ້​ບໍ່​ຄວນ​ໂພສ​ເທິງ Facebook

Published on

facebook-inc-news-feed

  1. ວັນເດືອນເກີດ​ຕົວ​ເອງ/ລາຍ​ຊື່​ຄອບຄົວ ເຫລົ່າ​ມິດ​ສາ​ຊີບ​ມັກ​ມີ​ເຄື່ອງ​ມື​ສ່ວນ​ຕົວ​ສຳລັບ​ຄັດ​ລອກ​ຂໍ້​ມູນ ໂດຍ​ໃຊ້ Facebook ເປັນ​ຊ່ອງ​ທາງ​ລັກ​ຢ່າງ​ສະ​ດວກ ເລີ່ມ​ຈາກ​ແຮກ​ແອກ​ເຄົ້າ (ອາດ​ໃຊ້​ໂປ​ແກມ​ຫລື​ແຝງ​ຕົວ​ໃຊ້​ງານ​ຫາກ​ເຮົາ​ລືມ Log Out) ເພື່ອ​ເບິ່ງ​ຂໍ້​ມູນ​ວັນເດືອນ​ປີ​ເກີດ​ຂອງ​ເຈົ້າ​ແລະ​ຄົນ​ໃກ້​ຕົວ, ເບິ່ງ​ປະຫວັດ​ການ​ຄົ້ນ​ຫາ​ໃນ Facebook ແລະອື່ນໆ ແລ້ວ​ລັກ​ຕົວ​ຕົນ​ໄປ​ຢືນຢັນ​ສິດ​ທິ​ຕ່າງໆ​ເທິງ​ໂລກ​ອອນ​ໄລ​ງ່າຍ​ຂຶ້ນ ຫາກ​ໃຜ​ຄິດວ່າ​ການ​ບອກ​ວັນ​ເກີດ​ຈະ​ຊ່ວຍ​ໃຫ້​ເພື່ອນ​ເຂົ້າ​ມາ​ອວຍພອນ​ຫລາຍໆລອງ​ປ່ຽນດວ່ນ
  2. ຊື່​ແທ້ ນາ​ມສະ​ກຸນ​ຈິງ ຈາກ​ຂໍ້​ທຳອິດ ຖ້າ​ຮູ້​ວັນ​ເດືອນ​ປີ​ເກີດ​ໃຜໆ​ກໍເກິດ​ຊ້ຳ​ກັນ​ໄດ້ ແຕ່​ຖ້າ​ຮູ້​ຊື່​ກັບ​ນາ​ມສະກຸນ​ແທ້ ໂອ​ກາດ​ລັກ​ຕົວ​ຕົນ​ຈະ​ຍິ່ງ​ສູງ​ຂຶ້ນ
  3. ສະຖານ​ະ ໂສດ”, “ບໍ່​ໂສດ ຊ່ວງ​ທຳອິດຂອງ​ຮັກ ​ນ້ຳ​ຕົ້ມ​ຜັກ​ຍັງ​ວ່າ​ຫວານປ່ຽນ​ສະຖານ​ະ relationship ແຕ່​ເມື່ອ​ໄດ​ຮັກ​ຂົມ​ກັບ​ມາ​ໃຊ້​ສະ​ຖາ​ນະ​ໂສດ​ອີກ​ເທື່ອ ນອກ​ຈາກ​ເພື່ອນ​ຊ້ຳ​ແລ້ວ​ຍັງ​ເຈີ​ພວກ​ບໍ່​ຫວັງ​ດີ​ສວຍ​ໂອ​ກາດ​ຕິດ​ຕາມ ແລະ ​ລໍ​ເວລາ​ຕອນ​ຢູ່​ຄົນ​ດຽວ​ໄດ້​ງ່າຍໆ ດັ່ງ​ນັ້ນ​ທາງ​ອອກ​ທີ່​ດີ​ເຂົ້າໄປ​ຕັ້ງ​ຄ່າ relationships ໃຫ້ເປັນ only me ຈະ​ດີ​ທີ່ສຸດ ເພາະ​ທີ່​ໜ້າ​ຢ້ານ​ບໍ່ແມ່ນ​ໃຜ​ຢູ່ໃສ ເປັນ​ແຟນ​ເກົ່າ​ຂອງ​ເຮົາ​ນີ້​ເອງ ຫາກ​ໃຜ​ໄດ້​ນຳ​ຂ່າວ​ໜຸ່ມ​ໄວ 17 ປີ​ຖືກ​ບອກ​ເລີກ ແຄ້ນ​ແຟນ​ສາວ​ອາຍຸ 15 ປີ ສະ​ກົດ​ຮອຍ​ຕາມ​ຈາກ Facebook ແລ້ວ​ບຸກ​ຂ້າ​ຢ່າງ​ເລືອດ​ເຢັນ ຄົງ​ຕ້ອງ​ຫັນ​ມາ​ເບິ່ງ​ຖາ​ນະ​ຂອງ​ຕົວ​ເອງ​ນຳ​ແນ່
  4. ແທັກ​ທີ່​ຢູ່​ປະຈຸບັນ ຫາກ​ສະຖານນະການ​ເລີ່ມ​ຄຸມ​ເຄືອ​ຄື​ໃນ​ຂໍ້​ທີ່ 3 ຫລື​ກຳ​ລັງ​ບໍ່​ໄວ້​ວາງ​ໃຈ​ໃຜ​ກໍ​ຕາມ ສິ່ງ​ທຳອິດ​ທີ່​ເຫັນ​ແຈ້ງ​ຈາກ​ກໍລະນີ​ສະ​ກົດ​ຮອຍ​ນຳ​ແຟນ​ເກົ່າ​ຈາກ Facebook ນັ້ນສະແດງ​ໃຫ້​ເຫັນ​ວ່າ​ມີ​ການ​ເປີດ​ໂລ​ເຄ​ຊັ່ນ ເຊັ່ນ ໂພດ​ຮູບ, ເຊັກ​ອິນແລ້ວ​ແທັກ​ຕຳແໜ່ງ​ປະຈຸບັນ​ໄວ້​ຮຽບຮ້ອຍ ແຕ່​ຖ້າ​ໃຜ​ໝັ່ນໃຈ​ວ່າ​ແທັກ​ໄດ້​ບໍ່​ມີ​ບັນຫາ​ກໍ​ບໍ່​ວ່າ​ກັນ​ ແຕ່​ຕ້ອງ​ລະ​ວັງ​ນິດ​ນຶງ! ຍິ່ງ​ຊ່ວງ​ເທດສະການ​ຫລື​ມີ​ໃຜ​ຮູ້​ວ່າ​ເຮົາ​ຢູ່​ຄົນ​ດຽວ​ຈະ​ເປັນ​ການ​ເປີດ​ໂອ​ກາດ​ທາງ​ອ້ອມ​ໃຫ້ ໂຈນຕີ​ແບບ​ບໍ່​ຮູ້​ຕົວ
  5. ຢູ່​ເຮືອນ​ຄົນ​ດຽວ​ ປະ​ເດັນ​ສຸດ​ທ້າຍ​ໜັກ​ກວ່າ​ແທັກ​ທີ່​ຢູ່​ປະຈຸບັນ​ອີກ ​ບອກ​ໄປ​ເລີຍ​ກົງ​ໆ “​ຢູ່​ເຮືອນ​ຄົນ​ດຽວ” ເຮົາ​ອາດ​ຕ້ອງ​ການ​ສື່​ໃຫ້​ຮູ້​ວ່າ​ເຫງົາ ອິດສາ​ຄົນ​ໄດ້​ໄປ​ທ່ຽວ ​ແລະອື່ນໆ ແຕ່​ນັ້ນ​ເປັນ​ການ​ບອກຄົນບໍ່ຫວັງດີ ຍິ່ງ​ເປັນ​ຜູ້ຍິງ​ຍິ່ງ​ບໍ່​ຄວນ​ໂພດ​ແບບ​ນີ້ ດ໋ຽວ​ຈະມີໃຜບາງຄົນໄປ​ຫາ​ໄດ້​ງ່າຍໆ​

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...