spot_img
Homeຄວາມງາມເຄັດລັບສຳລັບຄົນມັກກິນ “ເສັ້ນ”

ເຄັດລັບສຳລັບຄົນມັກກິນ “ເສັ້ນ”

Published on

2

ຖ້າ​ເວົ້າ​ເຖິງ​ເມ​ນູ​ອາຫານ​ທີ່​ສະ​ດວກ ກິນ​ງ່າຍ ແຖມ​ລົດ​ຊາດ​ແຊບ ໜຶ່ງ​ໃນ​ນັ້ນ​​ມີ​ເມ​ນູ​ ເຝີ ເຂົ້າປຽກ​ ຢ່າງ​ແນ່ນອນ ນັ້ນ​ເພາະ​ເລືອກ​ສັ່ງ​ໄດ້​ຕາມ​ມັກ​ໃຈ ທັງ​ແບບ​ ແກງ ຫລື ​ແຫ້ງ​ກໍ​ມີ​ໃຫ້​ເລືອກ ແຖມ​ຍັງມີ​ເສັ້ນ​ໃຫ້​ເລືອກ​ຫລວງຫລາຍ ທັງ ເສັ້ນ​ເຂົ້າປຽກເສັ້ນ​ໃຫຍ່ເສັ້ນນ້ອຍ ເສັ້ນເຂົ້າຊອຍ ເສັ້ນເຝີ ເສັ້ນ​ໝີ່  ເສັ້ນລ້ອນ ແຕ່​​ຮູ້​ຫລື​ບໍ່​ວ່າ ສາລະພັດ​ເສັ້ນ​ທີ່​ເປັນ​ສ່ວນ​ປະກອບ​ຫລັກ​ໃນ​ຄາບອາຫານແຊບ​ໃຫ້​ພະລັງ​ງານ​ເທົ່າໃດ ຢາກ​ຮູ້​ແລ້ວ​ແມ່ນ​ບໍ່​ວ່າ​ໃນ​ບັນດາ​ອາຫານ​ເສັ້ນ​ໆ ເຫລົ່າ​ນີ້ ເຈົ້າ​ຄວນ​ຈະ​ເລືອກ​ທານ​ເສັ້ນ​ໃດດີ

SAMSUNG

ລ້ອນ ໃຫ້​ພະລັງ​ງານ 330 ກິ​ໂລ​ແຄ​ລໍ​ລີ ເຫັນ​ຕົວເລກ​ພະລັງ​ງານ​ຫລາຍ​ຂະໜາດ​ນີ້  ຢ່າ​ຟ້າວ​ຕົກ​ໃຈ ເພາະ​ເສັ້ນລ້ອນ​ມີ​ນ້ຳ​ໜັກ​ເບົາ​ຫລາຍ 1 ຖົງ​ປະ​ມານ 50 ກຣາມ​ເທົ່າ​ນັ້ນ ປົກກະຕິ​ທີ່​ກິນ​​ກໍ​ບໍ່​ເຖິງ 100 ກຣາມ ແຕ່​ມີ​ຫລາຍ​ຄົນ​ເຂົ້າໃຈ​ຜິດ​ວ່າ ​​ເສັ້ນລ້ອນ​ເປັນ​ໂປ​ຕີນ ແມ່ນ​ຢູ່​ວ່າ ​ເສັ້ນ​ຊະນິດ​ນີ້​ເຮັດ​ມາຈາກ​ຖົ່ວ​ຂຽວ ແຕ່​ໃນ​ກະ​ບວນ​ການ​ຜະລິດ​ຖົ່ວ​ຈະ​ຖືກ​​ແຍກ​ໂປ​ຕີນ​ອອກ​ໄປ​ຈົນ​ເຫລືອ​ແຕ່​ແປ້ງ ແລະ ​ຍັງມີ​ການ​ປະສົມ​ແປ້ງ​ມັນ​ລົງ​ໄປ​ເພື່ອ​ເປັນ​ການຫ​ລຸດ​ຕົ້ນ​ທຶນ​ນໍາອີກ ເມື່ອ​ກິນແລ້ວ​ຈະ​ບໍ່​ໜຽວ​ເທົ່າ​​ເສັ້ນລ້ອນ​ຈາກ​ຖົ່ວ​ຂຽວ 100%

2

ເສັ້ນ​ໝີ່ ໃຫ້​ພະລັງ​ງານ 300 ກິ​ໂລ​ແຄ​ລໍ​ລີ ໂດຍ​​ເສັ້ນໝີ່​ສີ​ເຫລືອງ​ເຮັດ​ມາ​ຈາກ​ແປ້ງ​ສາ​ລີ ຊຶ່ງ​ເປັນ​ແປ້ງ​ທີ່​ມີ​ໂປ​ຕີນ ສູງ​ພໍ​ສົມຄວນ ແຖມ​ຍັງ​ໄດ້​ປະໂຫຍດ​ຈາກ​ ແຄ​ໂລ​ທີ​ນອຍ ແລະ ຟະ​ລາ​ໂວ​ນອຍ ຊຶ່ງ​ເປັນ​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ໃນ​ກຸ່ມ​ ວິ​ຕາ​ມິນ​ເອ ນໍາອີກ​ ສ່ວນ​ໝີ່​ເຄິ່ງ​ສຳ​ເລັດ​ຮູບ​ ເຖິງແມ່ນ​ຈະ​ມີສີ​ເຫລືອງ​ຄືກັນ ແຕ່​ກໍ​ຜ່ານ​ການ​ຈືນ​ ແລະ ​ປຸງ​ລົດ​ຈົນ​ມີ​ໄຂ​ມັນ ​ແລະ ​ໂຊ​ດຽມ​ສູງ ປະລິມານ 1 ຖົງ (60 ກຣາມ) ກໍ​ໃຫ້​ພະລັງ​ງານ​ເຖິງ 280 ກິ​ໂລ​ແຄ​ລໍ​ລີ ແລະ ​ຍັງ​ເປັນ​ພະລັງ​ງານ​ຈາກ​ໄຂ​ມັນ​ເກືອບ​ເຄິ່ງ​ໜຶ່ງ​ ຖ້າ​ຢາກ​ກິນ​ ໝີ່​ເຄິ່ງ​ສຳ​ເລັດ​ຮູບ ຄວນ​ຊື້​ຊະນິດ​ທີ່​ມີ​ການ​ເຕີມ​ສານ​ອາຫານ ເຊັ່ນ ​ໄອ​ໂອ​ດີນ ທາດ​ເຫລັກ ຫລື​ວິ​ຕາ​ມິນ​ເອ​ເພີ່ມ​ເຂົ້າໄປ ເພື່ອ​ເພີ່ມ​ຄຸນຄ່າ​ທາງ​ໂພສະນາ​ການ​ໃຫ້​ຫລາຍ​ຂຶ້ນ

3

ເສັ້ນ​ເຝີ ໃຫ້​ພະລັງ​ງານ 150 – 220 ກິ​ໂລ​ແຄ​ລໍ​ລີ ເຝີ​ເສັ້ນ​ຂາວໆ ທັງ​ເສັ້ນ​ໃຫຍ່ ເສັ້ນ​ນ້ອຍ ແລະ​ ເສັ້ນ​ໝີ່ ລ້ວນ​ເຮັດ​ມາ​ຈາກ​ແປ້ງ​ເຂົ້າ​ເຈົ້າ​ຄືກັນ​ ແຕ່​ໃຫ້​ພະລັງ​ງານ​ທີ່​ຕ່າງ​ກັນ​ຂຶ້ນ​ຢູ່​ກັບ​ຄວາມ​ຊຸ່ມ​ຂອງ​ເສັ້ນ ໂດຍ​ເສັ້ນ​ໃຫຍ່​ຈະ​ມີ​ແຄ​ລໍ​ລີ​ສູງ​ທີ່ສຸດ ເພາະ​ມັກ​ຈະ​ເຄືອບ​ນ້ຳ​ມັນ ເຮັດໃຫ້​ໃນ​ປະລິມານ 100 ກຣາມ ໃຫ້​ພະລັງ​ງານ​ສູງ​ເຖິງ 220 ກິ​ໂລ​ແຄ​ລໍ​ລີ ໃນ​ຂະນະ​ທີ່​ເສັ້ນ​ນ້ອຍ​ໃຫ້​ພະລັງ​ງານ​ປະ​ມານ 180 ກິ​ໂລ​ແຄ​ລໍ​ລີ ແລະ ​ເສັ້ນ​ໝີ່​ໃຫ້​ພະລັງ​ງານ​ປະ​ມານ 150 ກິ​ໂລ​ແຄ​ລໍ​ລີເທົ່າ​ນັ້ນ

4

ເສັ້ນ​ເຂົ້າປຸ້ນ ໃຫ້​ພະລັງ​ງານ 80 ກິ​ໂລ​ແຄ​ລໍ​ລີ ເສັ້ນ​ເຂົ້າປຸ້ນເຖິງແມ່ນ​ຈະ​ເຮັດ​ຈາກ​ແປ້ງ​ສາ​ລີ​ຄື​ກັບ​ເສັ້ນ​ເຝີ ແຕ່​ແປ້ງ​ສຳລັບ​ເສັ້ນ​ເຂົ້າປຸ້ນ​ຈະ​ໝັກ​ແຊ່​ນ້ຳ​ໄວ້​ກ່ອນ ຈຶ່ງ​ນຳ​ໄປ​ຜ່ານ​ຂະ​ບວນ​ການ​ຕ່າງໆ ແລະ ​ມັກ​ເປັນ​ເສັ້ນ​ສົດ​ໃໝ່​ທີ່​ເຮັດ​ມື້​ຕໍ່​ມື້ ເສັ້ນ​ຈຶ່ງ​ມີ​ອົງ​ປະກອບ​ຂອງ​ນ້ຳ​ຫລາຍ ແລະ ​ໃຫ້​ພະລັງ​ງານ​ຕ່ຳ​ກວ່າ​ເສັ້ນ​ເຝີ ແຕ່​ຂໍ້​ເສຍ​ຢ່າງ​ໜຶ່ງ​ຂອງ​ເສັ້ນ​ທີ່​ມີ​ຄວາມ​ຊຸ່ມ​ສູງ​ແບບ​ນີ້​ກໍ​ຄື​ ກິນແລ້ວ​ຮູ້ສຶກ​ວ່າ ​ບໍ່​ຢູ່​ທ້ອງ ວິທີ​ການ​ເລືອກ​ຊື້​ຄວນ​ເລືອກ​ແບບ​ທີ່​ເປັນ​ສີ​ທຳມະຊາດ ບໍ່​ມີ​ການ​ແຕ່ງ​ສີ​ເພີ່ມເຕີມ ແລະ ​ຖ້າຊື້​ມາ​ແລ້ວ​ຍັງ​ບໍ່​ກິນ​ຄວນ​ແຊ່ ຕູ້​ເຢັນ​ເອົາໄວ້ ແມ່ນ​ຈະ​ເປັນ​ແປ້ງ​ໝັກ​ແຕ່​ກໍ​ບໍ່​ຄວນ​ຖິ້ມ​ໄວ້​ຂ້າມ​ມື້

ຮູ້​ແບບ​ນີ້​ແລ້ວ ການ​​ອາຫານ​ປະ​ເພດ​ທີ່​ມີ​ເສັ້ນ​ເປັນ​ສ່ວນ​ປະກອບ​ໃນ​ມື້ ຕໍ່ໄປ ​ເຮັດໃຫ້​​ຕັດ​ສິນ​ໃຈ​ງ່າຍ​ຂຶ້ນ​ວ່າ ​ຄວນ​ກິນເສັ້ນ​ແບບ​ໃດ​ໃນ​ມື້​ໃດ ເພື່ອ​ໃຫ້​ໄດ້​ພະລັງ​ງານ​ພຽງ​ພໍ​ໃນ​ແຕ່​ລະ​ມື້​

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...