spot_img
Homeຊີວິດແລະຄວາມຮັກຢາກຮູ້ບໍ່ວ່າ! ຄົນອື່ນຄິດແບບໃດກັບທ່ານ ?

ຢາກຮູ້ບໍ່ວ່າ! ຄົນອື່ນຄິດແບບໃດກັບທ່ານ ?

Published on

;; GG

ເວລາທີ່ມີຄົນມາຖາມເຮົາ ຕໍ່ໜ້າວ່າເຮົາຄິດວ່າໂຕເຮົາເອງເປັນຄົນແບບໃດກໍ່ຄົງຈະບໍ່ມີໃຜກ້າເວົ້າຈົນໝົດທຸກຢ່າງ ທັງຢ່າງດີ ແລະ ບໍ່ດີ ເອົາເປັນວ່າເຮົາມາ ຫາຄໍາຕອບ ນໍາກັນດີກວ່າ ວ່າ ທີ່ຈິງແລ້ວຄົນອ້ອມຂ້າງເຮົາເຂົາຄິດແບບໃດກັບເຮົາ ວ່າເຮົາມີຂໍ້ເສຍ ແລະ ຂໍ້ດີແບບໃດໃນສາຍຕາຂອງຄົນອຶ່ນ.

>>ໃຫ້ເລືອກ: ກ,ຂ,ຄ,ງ,ຈ,ສ ໃນແຕ່ລະຂໍ້ ແຕ່ 1 -10 ແລ້ວປະຕິບັດຕາມຂັ້ນຕອນຕໍ່ໄປດ້ານລ້າງ. 

1 ເວລາໃດທີ່ທ່ານຮູ້ສຶກດີ ມີຄວາມສຸກທີສຸດ

ກ ຕອນເດີກໆ

ຂ ຕອນກາງເວັນ ແລະ ຕອນແລງ ຄໍ່າໆ

     ຄ ຕອນເຊົ້າ

2 ປົກກະຕິທ່ານມີທ່າທາງການຍ່າງແບບໃດ

ກ ຍ່າງໄວ ແຕ່ກ້າວສັ້ນໆ

ຂ ຍ່າງໄວ ກ້າວຍາວໆ

ຄ ຍ່າງຄ້ອນຂ້າງຊ້າ ອອກແນວ ສໂລໂມຊັນ

ງ ຍ່າງບໍ່ຄ່ອຍໄວແຕ່ກົ້ມໜ້າກົ້ມຕາຕະຫຼອດ

ຈ ຍ່າງບໍ່ຄ່ອຍໄວ ເງີຍໜ້າ ຕາເບິ່ງໄປຮອບໆ

3 ເວລາເວົ້າກັບຄົນອຶ່ນທ່ານ ມັກຈະເຮັດທ່າແບບໃດ

ກ ຄໍ້າແອວ

ຂ ຢືນປະສານມື

ງ ຫຼິ້ນຫູໂຕເອງ ເອົາມືແຕະຄາງ ຫຼື ຫຼິ້ນຜົມໂຕເອງປະມານວ່າຢູ່ຊື່ໆບໍ່ໄດ້

4 ທ່ານນັ່ງແບບສະບາຍໆ ຂອງທ່ານເປັນແບບໃດ

ກ ຢືດຂາຊື່

ຂ ນັ່ງຂາກາຍຫ້າງ

ຄ ນັ່ງທັບຂາໂຕເອງເບື່ອງໜຶ່ງ

ງ ເອົາຂາພັບອຽງ ໄປດ້ານໜ້າ ຂ້າງໃດຂ້າງໜຶ່ງ

5 ເວລາທີ່ທ່ານຮູ້ສຶກດີໃຈ ລ່າເລີງ ທ່ານມັກສະແດງອອກແບບໃດ

ກ ຫົວດັງໆແບບບໍ່ເກງໃຈໃຜ

ຂ ຫົວແຕ່ບໍ່ດັງຫຼາຍ

ຄ ຫົວເລາະຫຶໆ ຢູ່ໃນຮູຄໍ

ງ ຍີ້ມແບບອາຍໆ

6 ເວລາໄປງານລ້ຽງໃດໆ ກໍ່ຕາມ ທ່ານມັກປະກົດກາຍແບບໃດທີ່ສຸດ

ກ ບໍ່ໝັ້ນໃຈຕົວເອງ ຍ່າງເຂົ້າໄປແບບງ່ຽບທີ່ສຸດພະຍາຍາມບໍ່ໃຫ້ເປັນທີ່ສົນໃຈຂອງຄົນອ້ອມຂ້າງ

ຂ ໝັ້ນໃຈ ແຕ່ຂໍຍ່າງເຂົ້າໄປແບບງ່ຽບໆ ດີກວ່າແລ້ວຊອກຫາຄົນທີ່ຮູ້ຈັກໂດຍໄວ

ຄ ມີຄວາມໝັ້ນໃຈໃນຕົວເອງ ແລະ ກ້າວຍ່າງເຂົ້າໄປເຮັດໃຫ້ເປັນຈຸດສົນໃຈຂອງຕົນອ້ອມຂ້າງ

7 ທ່ານກໍາລັງຂຸ້ນຂ້ຽວ ທຸ່ມເທກັບວຽກງານແບບສຸດໆ ແຕ່ຖ້າມີຄົນມາຂັດຈັງຫວະ ທ່ານຈະຮູ້ສຶກແບບໃດ

ກ ກໍ່ເສີຍໆ ບໍ່ຮູ້ສຶກອີຫຍັງເປັນພິເສດ ທໍາມະດາ

ຂ ຮູ້ສຶກຫງຸດຫງິດແຕ່ກໍ່ບໍ່ເປັນຫຍັງພໍ່ຮັບໃດ້

ຄ ຮູ້ສຶກຫງຸດຫງິດ ອາລົມເສຍຂຶ້ນມາທັນທີ

8 ທ່ານມັກສີໃດຫຼາຍທີ່ສຸດ

ກ ເຫຼືອງ ຫຼື ຟ່າອ່ອນ

ຂ ນໍ້າຕານ ຫຼື ເທົາ

ຄ ແດງ ຫຼື ສົ້ມ

ງ ຂຽວ

ຈ ຟ້າເຂັ້ມ ຫຼື ມ່ວງ

ສ ຂາວ

9 ຕອນກາງຄືນທ່ານມັກຈະນອນທ່າໃດ

ກ ຢືດໂຕ ໜ້າເບິ່ງທີ່ທ້ອງ

ຂ ຢືດໂຕຊື່

ຄ ສະແຄງຂ້າງ ນອນຂົດ

ງ ນອນເອົາຫົວທັບແຂນຂ່າງໜຶ່ງ

ຈ ຄູມໂປງ

10 ເວລານອນທ່ານມັກຈະຝັນແບບໃດ

ກ ຝັນແຕ່ສິ່ງທີ່ດີ

ຂ ຝັນບໍ່ຄ່ອຍດີເໝືອນກັບວ່າກໍາລັງຈະບໍ່ດີລົງເລື່ອຍໆ

ຄ ກໍາລັງຊອກຫາໃຜບາງຄົນ ຫຼື ບາງສິ່ງບາງຢ່າງຢູ່

ງ ກໍາລັງຕໍ່ສູ້

ຈ ບໍ່ຄ່ອຍຝັນ

 

     ລອງມາກວດເບິ່ງຄະແນນນໍາກັນ: ວ່າທ່ານເລືອກ ເອົາໂຕໃດໃນແຕ່ລະຂໍ້ ແລະ ຂໍ້ນັ້ນໄດ້ຄະແນນເທົາໃດ ແລ້ວເອົາມາລວມກັນວ່າໄດ້ຈັກຄະແນນ ເພື່ອປຽບທຽບກັບຜົນຂອງຄໍາຕອບດ້ານລ່າງ.

  1. ກ = 6 ຂ = 4 ຄ = 2
  2. ກ = 4 ຂ = 6 ຄ = 1   ງ = 2   ຈ = 7
  3. ກ = 5 ຂ = 2 ຄ = 4   ງ = 7   ຈ = 6
  4. ກ = 2 ຂ = 6 ຄ = 1   ງ = 5
  5. ກ = 6 ຂ = 4 ຄ = 3   ງ = 5
  6. ກ = 2 ຂ = 4 ຄ = 6
  7. ກ = 6 ຂ = 4 ຄ = 2
  8. ກ = 5 ຂ = 1 ຄ = 6   ງ = 4   ຈ = 3   ສ = 1
  9. ກ = 6 ຂ = 7 ຄ = 4   ງ = 2   ຈ = 1
  10. ກ = 1   ຂ = 4 ຄ = 3 ງ = 5   ຈ = 2   ສ = 6

ຖ້າທ່ານໃດ້:

     61 ຄະແນນຂຶ້ນໄປ : ຄົນອຶ່ນໆ ເບິ່ງວ່າທ່ານເປັນທີ່ ເຫັນແກ່ຕົວ ແລ້ວກໍ່ຄ່ອຍແຍກຫ່າງອອກມາ ເຮັດໃຫ້ຮູ້ສຶກວ່າເວລາຢູ່ກັບທ່ານເຂົາຕ້ອງລະວັງຕົວເອງຢູ່ສະເໝີໃນເວລາດຽວກັນນັ້ນໆ ຫຼາຍໆຄົນອາດຈະຊື້ນຊົມທ່ານຢາກເປັນຄືທ່ານ ແຕ່ເຂົາກໍ່ຈະບໍ່ສາມາດໄວ້ໃຈທ່ານໄດ້ເຕັມທີ່ ແລະ ລັງເລທີ່ຈະເຂົ້າມາທໍາຄວາມຮູ້ຈັກເປັນເພື່ອນກັບທ່ານ.

     51-60 ຄະແນນ : ຄົນອຶ່ນເບິ່ງວ່າທ່ານເປັນຄົນແປ່ປ່ວນ ຂຶ້ນໆລົງໆ ຕະຫຼອດເວລາ ເຮັດຫຍັງບໍ່ຄ່ອຍຄິດໄຕຕ້ອງເທົ້າໃດ ແຕ່ບາງຄັ້ງ ການທີ່ເຮັດໃຫ້ໄດ້ຢູ່ໄກ້ໆທ່ານນັ້ນເປັນໜ້າຕື່ນເຕັນດີ ທ່ານມີຄວາມເປັນຜູ້ນໍາໂດຍທໍາມະຊາດຕັດສິນໄດ້ສັບໄວປານສາຍຟ້າແຫລບ ແຕ່ກໍ່ບໍ່ໄດ້ຖືກສະເໝີໄປ ຈຸດດີທີ່່ຄົນອຶນເບິ່ງເຫັນໃນຕົວທ່ານ ຄືຄວາມເປັນຄົນກ້າຫານ ກ້າໄດ້ກ້າເສຍ ບໍ່ປ່ອຍໃຫ້ໂອກາດທີ່ມີຫຼຸດລອຍໄປໄດ້ງ່າຍໆ ແລະ ມີຄວາມສຸກກັບການປະຈົນໄພ.

41-50 ຄະແນນ :  ຄົນອຶ່ນໆ ເບິ່ງວ່າທ່ານເປັນສາວຊົງສະເໜ ທີ່ເບິ່ງໜ້າສົນໃຈຫຼາຍ ທ່ານເປັນສາຍລ່າເລີງ ສົດໃສມີຊີວິດຊີວາ ຈຶ່ງບໍ່ແປກທີ່ມັກຈະເປັນສູນກາງຂອງຄວາມສົນໃຈຂອງຄົນຮອບດ້ານນອກຈາກນີ້ຄົນອຶ່ນໆ ຍັງເບິ່ງວ່າທ່ານເປັນຄົນໃຈດີ ຂີ້ເກງໃຈຄົນອຶ່ນ ແລະ ຄວາມເຂົ້າອົກເຂົ້າໃຈຄົນອຶ່ນດ້ວຍ ພ້ອມທີ່ຈະຕອຍໃຫ້ກໍາລັງໃຈຄົນ ແລະ ຊ່ວຍເຫຼືອຄົນອຶ່ນສະເໝີ ຟັງເບິ່ງແລ້ວເໝືອນກັບວ່າເປັນນາງເອກສຸດໆເລີຍ.

     31- 40 ຄະແນນ : ຄົນອຶ່ນເບິ່ງທ່ານວ່າເປັນຄົນ sensitive ຄິດຫຼາຍ ແຕ່ຂໍ້ດີຄືຮອບຄອບ ສະຫຼາດ ມີພອນສະຫວັນ ທ່ານເບິ່ງເປັນຄົນລຽບງ່າຍ ແຕ່ບໍ່ແມ່ນຄົນທີ່ຈະມີເພື່ອນໄດ້ງ່າຍໆ ຈໍາເປັນຕ້ອງໃຊ້ປັດໃຈຫຼາຍຕໍ່ຫຼາຍສິ່ງ ແລະ ໃຊ້ເວລານານກວ່າທ່ານຈະຮັບໃຜ້ຈັກຄົນມາເປັນເພື່ອນ ຢ່າງໃດກໍ່ຕາມໃຜທີ່ມາເປັນເພື່ອນກັບທ່ານກໍ່ຖືວ່າໂຊກດີແລ້ວ ເພາະທ່ານມີຄວາມຊື່ສັດກັບເພື່ອທ່ານສຸດໆ ການມີແຟນກໍ່ເຊັ່ນດຽວກັນ ແລະ ຖ້າຫາກຄວາມສໍາພັນນັ້ນໆ ບໍ່ປະສົບຄວາມສໍາເລັດທ່ານກໍ່ຈະໃຊ້ເວລາດົນນານໃນການຮັກສາຄວາມຮູ້ສຶກ ແລະ ແຜໃຈ.

     21-30 ຄະແນນ :  ຄົນອຶ່ນເບິ່ງວ່າທ່ານເປັນຄົນມານະບາກບັນດຸໝັ່ນອົດທົນ ແຕ່ຂ່ອນຂ້າງຈຸກຈິກ ແຖມຍັງຂ່ອນຂ້າງລະແວງ ລະມັດລະວັງ ຈົນເກີນໄປ ຈົນເຮັດໃຫ້ ເຮັດຫຍັງເຊື່ອງຊ້າຈະລົງມືເຮັດອີຫຍັງຈັກຢ່າງກໍ່ຕ້ອງນອນເອົາມືກ່າຍໜ້າຜາກຄິດແລ້ວຄິດອີກແຕ່ຂໍ້ດີທີ່ຄົນອຶນເບິ່ງເຫັນໃນໂຕທ່ານກໍ່ຄືຄວາມພະຍາຍາມທີ່ເໜືອຄົນອຶ່ນສຸດໆ ຄືລະດັບພະເຈົ້າກໍ່ວ່າໄດ້.

ຕໍ່າກວ່າ 21 ຄະແນນ : ຄົນອຶ່ນເບິ່ງທ່ານວ່າເປັນຄົນທີ່ບໍ່ເອົາຫຍັງເລີຍ ເປັນຄົນທີ່ບໍ່ກ້າຕັດສິນໃຈ ບໍ່ກ້າທີ່ຈະຢູ່ຄົນດຽວໄດ້ ຕ້ອງການ ການເບິ່ງແຍງຕະຫຼອດເວລາ ແຕ່ກໍ່ບໍ່ເຖິງຂັ້ນວ່າໃຫ້ຄົນອຶ່ນຕັດສິນໃຈແທນສະເໝີ ເພາະທ່ານເປັນຄົນມີນໍ້າໃຈແຕ່ຖ້າໃຜ້ຮູ້ກັນຢ່າງສະໜິດສະໜົມແລ້ວ ກໍ່ອາດຈະລໍາຄານທ່ານໄດ້ງ່າຍໆ.

>>ຂອບໃຈhttp://www.krabork.com/จิตวิทยา/

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...