spot_img
Homeຂ່າວເຫດການເດືອນ​ໜ້າ ​ເປີດ​ນຳ​ໃຊ້​ຮູບ​ແບບ​ກວດ­ກາ ປະ­ຕູ​ດຽວ - ຄັ້ງ​ດຽວ​ ທີ່​ດ່ານ​ສະ­ຫວັນ - ລາວ​ບາວ

ເດືອນ​ໜ້າ ​ເປີດ​ນຳ​ໃຊ້​ຮູບ​ແບບ​ກວດ­ກາ ປະ­ຕູ​ດຽວ – ຄັ້ງ​ດຽວ​ ທີ່​ດ່ານ​ສະ­ຫວັນ – ລາວ​ບາວ

Published on

92c2ce52ab5102ddcde1023b5aa3a6ad

 

ວັນ​ທີ 6 ມັງ­ກອນ 2014 ກອງປະ­ຊຸມ​ໜ່ວຍ​ງານ​ສະ­ເພາະ​ກິດ​ລາວ-ຫວຽດ­ນາມ ຄັ້ງ​ທີ 3 ກ່ຽວ​ກັບ​ການ​ຈັດ ຕັ້ງ​ຜັນ​ຂະ­ຫຍາຍ​ຮູບ​ແບບ​ການ​ກວດ­ກາປະ­ຕູ​ດຽວ-ຄັ້ງ​ດຽວ ທີ່​ດ່ານ​ສາ­ກົນ​ແດນສະ­ຫວັນ-ລາວ​ບາວ ໄດ້​ຈັດ​ຂຶ້ນ​ທີ່​ເມືອງ ດົງ​ຮ່າ ແຂວງ​ກວາງ​ຈິ ສສ ຫວຽດ­ນາມ ໂດຍ​ການ​ເປັນ​ປະ­ທານ​ຮ່ວມ​ຂອງ​ທ່ານ ຄອນ​ເພັງ ທຳ​ມະ​ວົງ ຮັກ­ສາ​ການ​ຫົວ­ໜ້າກົມ​ເສດ­ຖະ­ກິດ, ກະ­ຊວງ​ການ​ຕ່າງ​ປະ ເທດ​ແຫ່ງ ສປປ ລາວ, ຕາງ­ໜ້າ​ຫົວ­ໜ້າໜ່ວຍ​ງານ​ສະ­ເພາະ​ກິດ​ຂອງ​ລາວ ແລະ ທ່ານ ຫງວ​ຽນ ດັກ ແທ໋ງ ຮອງ​ຫົວ­ໜ້າ ກົມ​ສັງ​ລວມ​ເສດ­ຖະ­ກິດ, ກະ­ຊວງ​ການຕ່າງ­ປະ­ເທດ​ແຫ່ງ ສສ ຫວຽດ­ນາມ, ຕາງ­ໜ້າ​ຫົວ­ໜ້າ​ໜ່ວຍ​ງານ​ສະ­ເພາະ​ກິດຂອງ​ຫວຽດ­ນາມ ພ້ອມ​ນີ້ ​ຍັງ​ມີ​ທ່ານ ດຣ. ຄຳ​ເຜີຍ ຜັນ​ທະ​ຈອນ ຮອງ​ເຈົ້າ­ແຂວງໆສະ­ຫວັນ​ນະ​ເຂດ ແລະ ທ່ານ ດຣ. ຫງວ​ຽນ ຫຶວ ຢຸ໋ງ ຮອງ​ປະ­ທານ​ຄະ­ນະກຳ­ມະ­ການ​ປະ­ຊາ­ຊົນ​ແຂວງ​ກວາງ​ຈິ ພ້ອມ​ດ້ວຍ​ບັນ­ດາ​ຄະ­ນະ​ໜ່ວຍ​ງານ​ສະເພາະ​ກິດ​ຈາກ​ກະ­ຊວງ​ຂະ­ແໜງ­ການກ່ຽວ­ ຂ້ອງ​ຂັ້ນ​ສູນ​ກາງ­ຂອງ​ທັງ​ສອງ​ປະເທດ ພ້ອມ​ດ້ວຍ​ບັນ­ດາ​ຄະ­ນະ​ໜ່ວຍ​ງານ ສະ­ເພາະ​ກິດ​ຈາກ​ກະ­ຊວງ​ຂະ­ແໜງ­ການກ່ຽວ­ຂ້ອງ​ຂັ້ນ​ສູນ​ກາງ­ຂອງ​ທັງ​ສອງ​ ປະເທດ ແລະ ຄະ­ນະ​ຮັບ­ຜິດ­ຊອບ​ວຽກ​ງານດັ່ງ­ກ່າວ​ຈາກ​ແຂວງ​ສະ­ຫວັນ​ນະ​ເຂດ ແລະ ແຂວງ​ກວາງ​ຈິ ເຂົ້າ​ຮ່ວມ.

ຈຸດ­ປະ­ສົງ​ຂອງ​ກອງ​ປະ­ຊຸມ​ຄັ້ງ​ນີ້ ແມ່ນ​ເພື່ອ​ທົບ​ທວນ​ຄວາມ​ຄືບ​ໜ້າ­ການ ກະ­ກຽມ​ວຽກ​ງານ​ການ­ຈັດ­ຕັ້ງ​ຜັນ​ຂະ ຫຍາຍ​ຮູບ​ແບບ​ການ​ກວດ­ກາ​ປະ­ຕູ​ດຽວ-ຄັ້ງ​ດຽວ ຢູ່​ດ່ານ​ສາ­ກົນ​ແດນ​ສະ­ຫວັນ-ລາວ​ບາວ​ທາງ​ດ້ານ​ນິ­ຕິ​ກຳ, ບຸກ​ຄະ­ລາ ກອນ, ອຸ­ປະ­ກອນ​ຮັບ​ປຶກ­ສາ​ຫາ­ລື​ກ່ຽວ ກັບ​ການ​ກະ­ກຽມ​ພິ­ທີ​ເປີດ​ນຳ​ໃຊ້​ຮູບ​ແບບ ການ​ກວດ­ກາ​ປະ­ຕູ​ດຽວ-ຄັ້ງ​ດຽວ​ທີ່​ດ່ານ ສາ­ກົນ​ແດນ​ສະ­ຫວັນ-ລາວ​ບາວ ຢ່າງ ເປັນ​ທາງ​ການ​ໃນ​ຕົ້ນ​ເດືອນ​ກຸມ­ພາ 2015 ພາຍ​ໃຕ້​ການ​ເປັນ​ປະ­ທານ​ຮ່ວມ ຂອງ​ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ຂອງ ທັງ​ສອງ​ປະ­ເທດ.

ໃນ​ຕອນ​ທ້າຍ​ກໍ​ໄດ້​ມີ​ພິ­ທີ​ລົງ​ນາມ​ຮັບ ຮອງ​ເອົາ​ບົດ​ບັນ­ທຶກ​ກອງ​ປະ­ຊຸມ​ດັ່ງ­ກ່າວ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ປະ­ຕິ­ບັດວຽກ​ງານ​ໃນ­ຕໍ່­ໜ້າ ເພື່ອ​ປະ­ຕິ­ບັດ ແຜນການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ຮູບ​ແບບ​ການກວດ­ກາ​ປະ­ຕູ​ດຽວ​ ຄັ້ງ​ດຽວ.

ກ່ອນ​ມື້​ກອງ​ປະ­ຊຸມ​ຄື​ວັນ​ທີ 5 ມັງກອນ 2015 ຄະ­ນະ​ຜູ້​ແທນ​ໄດ້​ເຂົ້າ​ຮ່ວມພິ­ທີ​ເປີດ​ທົດ​ລອງ​ນຳ​ໃຊ້​ຮູບ​ແບບ​ກວດກາ​ ປະ­ຕູ​ດຽວ-ຄັ້ງ​ດຽວ​ຢູ່​ດ່ານ​ສາ­ກົນ ລາວ​ບາວ ໂດຍ​ການ​ເປັນ​ປະ­ທານ​ຮ່ວມ ຂອງ​ທ່ານ​ຮອງ​ປະ­ທານ​ຄະ­ນະ​ກຳ​ມະ ການ​ປະ­ຊາ­ຊົນ​ແຂວງ​ກວາງ​ຈິ ແລະ ທ່ານ​ຮອງ​ເຈົ້າ­ແຂວງໆ​ສະ­ຫວັນ​ນະ​ເຂດ ຊຶ່ງ​ພາຍ­ຫຼັງ​ສຳ­ເລັດ​ພິ­ທີ​ເປີດ​ທົດ​ລອງ ດັ່ງ­ກ່າວ​ຄະ­ນະ​ຜູ້​ແທນ​ໄດ້​ລົງ​ສຳ​ຫຼວດ ກວດ­ກາ​ເບິ່ງ​ສະ­ຖານ­ທີ່ ແລະ ອຸ­ປະ­ກອນຢູ່​ດ່ານ​ສາ­ກົນ​ແດນ​ສະ­ຫວັນ ແລະ ດ່ານ ສາ­ກົນ​ລາວ​ບາວ ເພື່ອ​ກະ­ກຽມ​ໃຫ້​ແກ່​ພິທີ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນເດືອນ​ກຸມ­ພາ 2015 ທີ່​ຈະ​ມາ​ເຖິງ​ນີ້​ໃນ ໂອ­ກາດ​ດັ່ງ­ກ່າວ​ກອງ​ບັນ­ຊາ​ການ​ທະຫານ​ຊາຍ​ແດນ​ຂອງ ສສ ຫວຽດ­ນາມ ໄດ້​ມອບ​ອຸ­ປະ­ກອນ​ຮັບ​ໃຊ້​ວຽກ​ງານ​ຢູ່ ດ່ານ​ສາ­ກົນ​ແດນ​ສະ­ຫວັນ​ໃຫ້​ແກ່​ໜ່ວຍງານ​ຕຳ­ຫຼວດ​ກວດ​ຄົນ​ເຂົ້າ-ອອກ ເມືອງ​ແດນ​ສະ­ຫວັນ, ກອງ​ບັນ­ຊາ​ການ ແດນ​ສະ­ຫວັນ​ນະ​ເຂດ, ກະ­ຊວງ​ປ້ອງ​ກັນຄວາມ​ສະ­ຫງົບ​ຂອງ ສປປ ລາວ ເປັນຈຳ­ນວນ 19 ລາຍ­ການ ລວມ​ມູນ​ຄ່າ 2,5 ຕື້​ດົງ.

ກ່ອນ​ໜ້າ​ນີ້ ໃນ​ວັນ​ທີ 25 ທັນ­ວາ 2014 ຜ່ານ​ມາ ແຂວງ​ສະ­ຫວັນ​ນະ​ເຂດ ໄດ້​ຈັດ​ພິ­ທີ​ເປີດ​ທົດ​ລອງ​ນຳ​ໃຊ້​ຮູບ​ແບບ ກວດ­ກາ​ປະ­ຕູ​ດຽວ-ຄັ້ງ​ດຽວ​ທີ່​ດ່ານ​ສາ ກົນ​ແດນ​ສະ­ຫວັນ ໂດຍ​ການ​ເປັນ​ປະ­ທານຮ່ວມ​ຂອງ​ທ່ານ​ຮອງ​ເຈົ້າ­ແຂວງໆ​ສະຫວັນ​ນະ​ເຂດ ແລະ ທ່ານ​ຮອງ​ປະ­ທານຄະ­ນະ​ກຳ­ມະ­ການ​ປະ­ຊາ­ຊົນ​ແຂວງກວາງ​ຈິ ຊຶ່ງ​ຜ່ານ​ການ​ທົດ​ລອງ​ນຳ​ໃຊ້ຮູບ​ແບບ​ດັ່ງ­ກ່າວ​ມາ​ໄດ້​ໄລ­ຍະ​ໜຶ່ງ​ເຫັນວ່າ​ ໄດ້​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່ປະ­ຊາ­ຊົນ​ຂອງ​ທັງ​ສອງ​ປະ­ເທດ ແລະ ບັນ­ດາ​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ ລວມທັງ​ການ​ບໍ­ລິ­ການ​ຂົນ­ສົ່ງ​ສິນ­ຄ້າ​ທີ່​ຜ່ານ ເຂົ້າ-ອອກ​ດ່ານ​ສາ­ກົນ​ແດນ​ສະ­ຫວັນ-ລາວ​ບາວ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ

 

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...