spot_img
Homeຄວາມງາມວິທີ​ເຕີມ​ເຕັມ​ຜິວ​ເພື່ອ​ແກ້​ໄຂ​ອາການ​ຜິວ​ຂາດ​ນ້ຳ

ວິທີ​ເຕີມ​ເຕັມ​ຜິວ​ເພື່ອ​ແກ້​ໄຂ​ອາການ​ຜິວ​ຂາດ​ນ້ຳ

Published on

9375_1

         ດື່ມ​ນ້ຳ​ສະ​ອາດ​ໃຫ້​ຫລາຍໆເພາະ​ເນື່ອງ​ຈາກ​ຜິວ​ຂອງ​ເຮົາ​ຂາດ​ນ້ຳ ເຮົາ​ກໍ​ພຽງ​ເຕີມ​ເຕັມ​ນ້ຳ​ໃຫ້​ກັບ​ຜິວ​ດ້ວຍ​ການ​ດື່ມ​ນ້ຳ​ຫລາຍ​ໆໂດຍ​ໃຫ້​ດື່ມ​ນ້ຳ​ມື້​ລະ 8 ຈອກຫລືປະ​ມານ 1.5 ລີດ​ທຸກ​ມື້ ນອກ​ຈາກ​ຈະ​ຊ່ວຍ​ຮັກສາອາການ​ຜິວ​ຂາດ​ນ້ຳ​ໄດ້​ແລ້ວ ຍັງ​ຈະ​ເຮັດໃຫ້​ຜິວ​ນຸ່ມ​ຊຸ່ມ​ຊື່ນ​ຂຶ້ນ​ອີກ​ດ້ວຍ
ນອນ​ພັກ​ຜ່ອນ​ໃຫ້​ພຽງ​ພໍ ເພາະ​ການ​ນອນ​ຄື​ຢາ​ຮັກສາພະຍາດ​ທີ່​ດີ​ທີ່ສຸດ​ຢ່າງ​ໜຶ່ງ ເນື່ອງ​ຈາກ​ຮ່າງກາຍ​ເຮົາ​ນັ້ນ​ຈະ​ຟື້ນ​ຟູ​ຕົວ​ຊ່ອມ​ແຊມ​ສ່ວນ​ທີ່​ເສຍໄປ​ໃນ​ຊ່ວງ​ທີ່​ເຮົາ​ນອນ ສົ່ງ​ຜົນ​ເຮັດໃຫ້​ຜິວ​ຟື້ນ​ຟູ​ໄດ້​ຢ່າງ​ເຕັມ​ທີ່

ໃຊ້​ຜະລິດຕະພັນ​ທີ່​ຊ່ວຍ​ເຕີມ​​ນ້ຳ​ໃຫ້​ກັບ​ຜິວ ເຊັ່ນ ໂທນ​ເນີ, ຄີມ ຫລື ​ເຈວ​ຕະກູນ Hydration ຊຶ່ງ​ອາດຈະ​ໃຊ້​ຄອບຄູ່​ກັບ​ຄີມ​ບຳ​ລຸງ​ທີ່​ມີ​ຢູ່ ເພື່ອ​ໃຫ້​ຜິວ​ຊຸ່ມ​ຊື້ນ ກັກ​ເກັບ​ນ້ຳ​ໄດ້​ດີ ແລະ ​ລັອກ​ຜິວ​ບໍ່​ໃຫ້​ຖືກ​ອາ​ກາດ​ດູດ​ຄວາມ​ຊຸ່ມ​ຊື້ນ​ອອກ​ໄປຜົນ​ຄື​ຜິວ​ກໍ​ຈະ​ຊຸ່ມ​ຊື້ນ​ຂຶ້ນເບິ່ງ​ອິ່ມ​ນ້ຳ ແລະ​ ມີ​ສຸກຂະພາບ​ດີ​ຂຶ້ນ
ສຳລັບສາວໆ ທີ່​ກຳ​ລັງ​ມີ​ບັນຫາ​ຜິວ​ຂາດ​ນ້ຳ​ກໍ​ຢ່າ​​ຕົກ​ໃຈ​ໄປ​ນ ເພາະ​ອາການ​ແບບ​ນີ້​ສາມາດ​ຮັກສາ​ໄດ້ ພຽງ​ແຕ່​ເຮັດ​ຕາມ​ວິທີ​ທີ່​ລາວໂພສ​ແນະ​ນຳ​ໄປ ແລະ​ເບິ່ງແຍງ​ເອົາ​ໃຈ​ໃສ່​ຜິວ​ໃຫ້​ຫລາຍ​ຂຶ້ນ ພຽງ​ເທົ່ານີ້​​ສາວໆ ກໍ​ຈະ​ກັບ​ມາ​ມີ​ຜິວ​ສຸກຂະພາບ​ດີ ​ແລະ ​ນຽນ​ນຸ່ມ​ຊຸ່ມ​ຊື່ນ​ອີກ​ຄັ້ງ​ໄດ້​ຢ່າງ​ແນ່ນອນ​

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...