spot_img
Homeຂ່າວການພັດທະນາຈະ​ສ້າງ​ທໍ່​ສົ່ງນ້ຳມັນ​ເຊື້ອ​ໄຟ ແຕ່ທ່າ​ເຮືອຮອນ​ລາຫວຽດນາມ ຫາແຂວງຄຳ​ມ່ວນຂອງ​ລາວ

ຈະ​ສ້າງ​ທໍ່​ສົ່ງນ້ຳມັນ​ເຊື້ອ​ໄຟ ແຕ່ທ່າ​ເຮືອຮອນ​ລາຫວຽດນາມ ຫາແຂວງຄຳ​ມ່ວນຂອງ​ລາວ

Published on

gass

 

ໃນວັນ​ທີ 10-11 ມັງກອນນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນ ພ້ອມ​ດ້ວຍ ຄະນະຊີ້​ນຳໂຄງການ​ສົ່ງ​ທໍ່​ນ້ຳມັນ​ແຫ່ງ​ຊາດຝ່າຍ​ລາວ​ ​ເຮັດ​ວຽກ​ຮ່ວມ​ກັບ​ແຂວງກວາງ​ບິງ ສສ ຫວຽດນາມ, ​ໃນ​ໂອກາດ ນຳພາຄະນະ​ຊີ້​ນຳໂຄງການ​ດັ່ງ​ກ່າວ ໄປ​ແນະນຳ​ໃຫ້​ແກ່​ຝ່າຍ​ຫວຽດນາມ​ຮັບ​ຮູ້.

​​ໃນໂອກາດນີ້, ທ່ານຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ພ້ອມຄະນະ ໄດ້​​ໄປ​ສຳ​ຫຼວດສະຖານ​ທີ່​​ກໍ່ສ້າງສາ​ງພັກ​ນ້ຳມັນ ຢູ່ສາມແຍກລັງຄັງ ເມືອງຍົມມະລາດ ແຂວງຄຳມ່ວນ ຫ່າງຈາກຊາຍແດນລາວ-ຫວຽດນາມ 30 ກິໂລແມັດ. ​ແລະ ໄປສຳຫຼວດທ່າ​ທຽບ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳມັນ ຢູ່​ທ່າ​ເຮືອ​ຮອນ​ລາ ແຂວງ ກວາງບິງ ສສ ຫວຽດນາມ ເຊິ່ງແມ່ນຈຸດເລີ່ມຕົ້ນໃນການລຳລຽງຂົນສົ່ງນ້ຳມັນຜ່ານທໍ່ຈາກຫວຽດນາມຫາລາວ.

ຈາກນັ້ນ, ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ພ້ອມ​ດ້ວຍ​ຄະນະ ​ໄດ້​ເຮັດ​ວຽກ​ຮ່ວ​ມກັບຜູ້ຕາງໜ້າ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​​ກ່ຽວຂ້ອງ ຂອງ​ລັດຖະບານ ສສ ຫວຽດນາມ ​ແລະ ​ແຂວງ​ກວາງ​ບິງ ຢູ່​​ເມືອງ​ດົງ​ເຮີຍ ​ແຂວງ​ກວາງ​ບິງ, ​ໂດຍ​ໄດ້​ຮັບ​ຟັງການ​ລາຍ​ງານແຜນການ ​ແລະ ຄວາມ​ຄືບ​ໜ້າຂອງ​ການ​ສຶກສາ, ສຳ​ຫຼວດ ສ້າງ​ບົດ​ລາຍ​ງານ​ຄວາມ​ເປັນ​ໄປ​ໄດ້ ​ແລະ ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ລົງທຶນ​ຂອງ​ໂຄງການ (FS) ຈາກບໍລິສັດEC (Energy Com moditie)​ ແລະ ບໍລິສັດ​ເປ​ໂຕຣລາວ​ຈຳກັດ. ພ້ອມ​ນີ້, ທັງ​ສອງ​ຝ່າຍ ​ໄດ້​ປຶກສາ​ຫາລື​ ​ແລະ ຕົກລົງ​ເປັນ​ກະພາບ​ກັນ ​ເປັນ​ຕົ້ນ: ​ເນື້ອ​ໃນ​ຂັ້ນ​ຕອນ​ການ​ສ້າງ​ຕັ້ງ​ບໍລິສັດ​ລູກ ຂອງ​ເປ​ໂຕຣລາວຢູ່​ສສ ຫວຽດນາມ( ດ້ວຍ​ທຶນ100% ຂອງ​ບໍລິສັດ​ເປ​ໂຕຣລາວ) ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ນີ້; ​ການ​ນຳ​ໃຊ້​​ເນື້ອ​ທີ່​ດິນ​ກໍ່ສ້າງ​ຢູ່​ທ່າ​ເຮືອ​ຮອນ​ລາ ​ແລະ ລະບົບ​ທໍ່ສົ່ງ​ນ້ຳມັນທີ່​ຜ່ານ​ດິນ​ຫວຽດນາມ; ວິທີ​ຈັດ​ຕັ້ງ​ປະຕິບັດ​ການ​ທົດ​ແທນ​ຄືນ, ປັບ​ໜ້າດິນ ​ແລະ ​ການເກັບ​ກູ້​ລະ​ເບີດ ​ແລະ ບັນດາ​ຂັ້ນ​ຕອນ​ການວາງ​ແຜນການ​ຢູ່​ທ່າ​ເຮືອ​ຮອນ​ລາ ​ເພື່ອ​ສ້າງສາ​ງພັກ​ນ້ຳມັນ ​ແລະ ທ່າ​ທຽບ​ກຳ​ປັ່ນ​ບັນທຸກ​ນ້ຳມັນ.

ໂຄງການນີ້ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດໂດຍ ບໍລິສັດ ເປໂຕຣລາວ ຊຶ່ງເປັນ ຫົວໜ່ວຍທຸລະກິດທີ່ມີແຫຼ່ງທຶນເປັນຕົວແທນຈາກລັດຖະບານລາວ ໂດຍຜ່ານຮູບແບບຂອງການຖືຮຸ້ນ ຂອງກົມສະສົມແຫ່ງລັດ ທີ່ຂຶ້ນກັບກະຊວງການເງິນ ສປປ ລາວ ເຄື່ອນໄຫວຕາມພາລະບົດບາດ ທີ່ໄດ້ມອບໝາຍຄື: ສະສົມຮັບປະກັນຄວາມປອດໄພແຫຼ່ງພະລັງງານແຫ່ງຊາດ, ເປັນໃຈກາງສະໜອງເຊື້ອໄຟໃຫ້ແກ່ລັດຖະບານລາວ ​ໂດຍລັດຖະບານຮ່ວມ​ຮຸ້ນ 15% ແລະ ບັນດາບໍລິສັດ 85% ​ໂດຍ​ໄດ້​ຮັບການຮ່ວມມື ທາງດ້ານການເງິນກັບສາທາລະນະລັດສະໂລວັກ ໃນການສະໜັບສະໜູນແຫຼ່ງທຶນສຳລັບໂຄງການກໍ່ສ້າງສາງ ແລະ ທໍ່ສົ່ງນ້ຳມັນຈາກທ່າເຮືອ​ຮອນລາ ຈາກແຂວງກວາງບິງ ສສ ຫວຽດນາມ ມາຫາແຂວງຄຳມ່ວນຂອງ​ລາວ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...