spot_img
Homeຂ່າວການພັດທະນາຂົວ​ນ້ຳ​ຄານ 3 ຈະ​ເປີດ​ນຳ​ໃຊ້​ໃນ​ມໍ່ໆ​ນີ້

ຂົວ​ນ້ຳ​ຄານ 3 ຈະ​ເປີດ​ນຳ​ໃຊ້​ໃນ​ມໍ່ໆ​ນີ້

Published on

7b1abd55dd9b81910dddc2611d064a48

 

ຂົວ​ຂ້າມ​ນ້ຳ​ຄານ​ແຫ່ງ​ທີ 3 ຕັ້ງ​ຢູ່ເຂດ​ບ້ານ​ຜາ​ນົມ​ແມ່ນ​ໜຶ່ງ​ໜ້າ​ວຽກ​ໃຫຍ່ທີ່​ນອນ​ໃນ​ໂຄງ­ການ​ ກໍ່­ສ້າງ​ເສັ້ນ­ທາງເວັ້ນ​ຕົວ​ເມືອງ​ຫຼວງ​ພະ​ບາງ​ແຕ່​ບ້ານ​ກົກ ງິ້ວ​ຫາ​ບ້ານ​ພອນ​ໄຊ ປະ­ຈຸ​ບັນ​ແມ່ນ​ໄດ້ເປີດ​ໃຫ້​ລົດ​ແລ່ນ​ຜ່ານ​ແລ້ວ, ສ່ວນ​ຈະເປີດ​ເປັນ​ທາງ​ການ​ຄາດ​ມີ​ຂຶ້ນ​ໃນ​ມໍ່ໆ​ນີ້.

ທ່ານ ດວງ ປະ­ທຸມ​ມະ​ລັກ ຮອງ​ປະທານ​ບໍ­ລິ­ສັດ​ພູ​ສີ​ກໍ່­ສ້າງ​ຂົວ​ທາງ ຊຶ່ງ​ເປັນບໍ­ລິ­ສັດ​ຮັບ​ເໝົາ​ກໍ່­ສ້າງ​ໃຫ້​ສຳ­ພາດ​ຕໍ່​ສື່ຂ່າວ​ເສດ­ຖະ­ກິດ- ສັງ­ຄົມ​ໃນ ວັນ​ທີ 6 ມັງກອນ 2015 ນີ້​ຮູ້​ວ່າ: ຂົວ​ນ້ຳ​ຄານ​ແຫ່ງ ທີ 3 ແມ່ນ​ນອນ​ຢູ່​ໃນ​ເສັ້ນ­ທາງ​ຜ່ານ ເພື່ອເຊື່ອມ​ຈອດ​ທາງ​ເລກ​ທີ 13 ເໜືອ ແຕ່​ບ້ານກົກ​ງີ້ວ​ຫາ​ບ້ານ​ພອນ​ໄຊ​ເປັນ​ທາງ​ເວັ້ນຕົວ​ເມືອງ​ມໍ­ລະ­ດົກ​ໂລກ​ ທີ່​ຕັ້ງ​ຢູ່​ເຂດ​ບ້ານຜາ​ນົມ ເມືອງ ແລະ ແຂວງ​ຫຼວງ​ພະ​ບາງຂົວ​ແຫ່ງ​ນີ້​ມີ​ຄວາມ​ກວ້າງ 10 ແມັດ, ຍາວ 165 ແມັດ, ສາ­ມາດ​ຮັບ​ນ້ຳ­ໜັກ​ໄດ້ 80 ໂຕນ. ປະ­ຈຸ​ບັນ​ແມ່ນ​ໄດ້​ເປີດ​ໃຫ້​ລົດ ແລ່ນ​ຜ່ານ​ໄປ​ມາ​ໄດ້​ແລ້ວ ແຕ່​ຍັງ​ບໍ່​ທັນ​ໄດ້ເປີດ​ເປັນ​ທາງ​ການ, ເນື່ອງ​ຈາກ​ຈະ​ຕ້ອງປັບ­ປຸງ, ຕົກ­ແຕ່ງ​ໄຟ​ເຍືອງ​ທາງ  ແລະ ສີດ​ຢາງ​ສົ້ນ​ຂົວ​ໃຫ້​ລະ­ອຽດ​ກ່ອນ ແຕ່ຄາດ​ຈະ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການໃນ​ລະ­ຫວ່າງ​ທ້າຍ​ເດືອນ​ນີ້.

ທ່ານ​ຮອງ​ປະ­ທານ​ບໍ­ລິ­ສັດ​ຍັງ​ໃຫ້​ຮູ້ຕື່ມ​ວ່າ: ສຳ­ລັບ​ການ​ກໍ່­ສ້າງ​ເສັ້ນ­ທາງ ແມ່ນ​ມີ​ຄວາມ​ຍາວ 18,4 ກິ­ໂລ­ແມັດ ຊຶ່ງລົງ­ມື​ຈັດ​ຕັ້ງ​ປະ­ຕິ­ບັດ​ນັບ​ແຕ່​ວັນ​ທີ 27 ມິ­ຖຸ­ນາ 2011 ເປັນ­ຕົ້ນ​ມາ, ມາ​ຮອດ​ປະ­ຈຸບັນ​ໜ້າ​ວຽກ​ໂດຍ​ລວມ​ຂອງ​ໂຄງ­ການແມ່ນ​ສຳ­ເລັດ 95%, ເປັນ­ຕົ້ນ​ແມ່ນ​ວຽກດິນ​ຕັດ​ລະ­ດັບ, ຊັ້ນ​ພື້ນ​ທາງ, ສີດ​ຢາງ ພື້ນ​ທາງ ແລະ ລະ­ບົບ​ລະ­ບາຍ​ນ້ຳ, ສ່ວນອີກ 5% ແມ່ນ​ວຽກ​ການ​ຕົກ­ແຕ່ງ​ປ້າຍການ​ສັນ­ຈອນ, ໄຟ​ເຍືອງ​ທາງ ແລະ ສີດຢາງ​ຊັ້ນ​ເທິງ​ຕື່ມ​ອີກ ໂດຍ​ມູນ​ຄ່າ​ການກໍ່­ສ້າງ​ລວມ​ທັງ​ຂົວ ແລະ ເສັ້ນ­ທາງ​ມີ​ທັງ ໝົດ 22,9 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະມານ 183, 2 ຕື້​ກີບ.

ການ​ກໍ່­ສ້າງ​ຂົວ​ນ້ຳ​ຄານ 3 ເປັນ­ຄວາມຫວັງ​ໜຶ່ງ​ຂອງ​ລັດ​ກໍ​ຄື​ແຂວງ​ຫຼວງ​ພະບາງ ເພື່ອ​ເຊື່ອມ​ຈອດ​ເສັ້ນ­ທາງ​ເວັ້ນ​ຕົວເມືອງ​ທ່ອງ​ທ່ຽວ​ເມືອງ​ມໍ­ລະ­ດົກ​ໂລກ ເພື່ອ​ຫຼຸດ­ຜ່ອນ​ຄວາມ​ແອ​ອັດ​ການ​ສັນຈອນ​ຢູ່​ໃນ​ເຂດ​ເທ­ສະ​ບານ​ເມືອງ​ ເນື່ອງຈາກ​ແຕ່​ລະ​ປີ​ລົດ​ມີ​ຈຳ­ນວນ​ທີ່​ເພີ່ມ​ຂຶ້ນແລ່ນ​ເທິງ​ເສັ້ນ­ທາງ​ແຄບ ຈິ່ງ​ມັກ​ເກີດ​ອຸ­ບັດເຫດ​ຕາມ​ທາງ​ສາຍ​ນີ້ ແນວ­ໃດ​ກໍ​ຕາມ ເຊື່ອ​ວ່າ​ຫຼັງ​ຈາກ​ທີ່​ເປີດ​ນຳ​ໃຊ້​ເສັ້ນ­ທາງ ເວັ້ນ​ຕົວ​ເມືອງ​ແລ້ວ​ການ​ສັນ­ຈອນ​ຢູ່​ພາຍໃນ​ເທ­ສະ​ບານ​ກໍ​ຈະ​ສະ­ດວກ​ຂຶ້ນ​ຫຼາຍກວ່າ​ເກົ່າ.

 

ແຫລ່ງ​ຂ່າວ: ເສ​ດ​ຖະ​ກິດ – ສັງ​ຄົມ

 

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...