spot_img
Homeຂ່າວການພັດທະນາໂຄລາວ ສົມທົບທຶນບູລະນະປະຕິສັງຂອນຫໍພະແກ້ວ

ໂຄລາວ ສົມທົບທຶນບູລະນະປະຕິສັງຂອນຫໍພະແກ້ວ

Published on

20150106150740

 

ໂດຍ​ອີງ​ຕາມ​ຂໍ້​ຕົກລົງ​ຂອງນາຍົກລັດຖະມົນຕີ ວ່າ​ດ້ວຍ​ການແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ລະດັບຊາດ ເພື່ອ​ບູລະນະ​ປະຕິສັງຂອນ ພິ​ພິ​ທະ​ພັນ​ຫໍພະແກ້ວ ເມືອງຈັນທະ​ບູ​ລີ ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ມີ​ທ່ານ​ຮອງ​ນາຍົກ​ລັດ​ຖະ​ມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ຂົງເຂດ​ວັດທະນະ​ທຳ-ສັງຄົມ ເປັນ​ຫົວໜ້າຄະນະ ທ່ານ​ລັດຖະມົນຕີ​ວ່າການກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ແລະ ທ່ານເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ເປັນ​ຮອງ​ຫົວໜ້າ​ຄະນະ.

ໂຄງການ​ປະຕິສັງຂອນ​ພິ​ພິທະ​ພັນ​ຫໍພະແກ້ວ​ຄັ້ງ​ນີ້ ແມ່ນເປັນ​ຄັ້ງ​ທີ​ສາມ ເຊິ່ງ​ຫ່າງ​ຈາກ​ຄັ້ງທີ​ສອງ​ເຖິງ 78 ປີ (ຄ.ສ 1936) ເພື່ອ​ເປັນ​ການ​ສືບ​ສານ​ບູລະນະຮັກສາຮີດຄອງ​ປະເພນີ ແລະ ວັດທະນະ​ທຳ​ລະດັບ​ຊາດ​ໃຫ້​ຄົນ​ຮຸ້ນຫຼັງ ​ໄດ້​ສືບ​ທອດ​ຕະຫຼອດ​ໄປ ໃນຕອນ​ບ່າຍ​ວັນ​ທີ 6 ມັງກອນ 2015 ທີ່​ຜ່ານ​ມາ ຢູ່​ທີ່​ຫ້ອງວ່າການ​ນະຄອນຫຼວງ ກຸ່ມ​ບໍລິສັດ ໂຄ​ລາວ ໄດ້​ນຳ​ເງິນສົດ​ຈຳນວນ 150 ລ້ານ​ກີບ ມາ​ປະກອບສ່ວນສົມທົບ​ທຶນ​ບູລະນະ​ປະຕິສັງຂອນ ພິ​ພິ​ທະ​ພັນ​ຫໍພະແກ້ວ ເປັນ​ກຽດກ່າວ​ມອບ​ເງິນ​ຈຳນວນ​ດັ່ງກ່າວ ໂດຍ​ທ່ານນາງ ຖາວອນ ວົງ​ສົມບັດ ປະທານ​ກຸ່ມ​ບໍລິສັດ ໂຄ​ລາວ ແລະ ກ່າວ​ຮັບ​ໂດຍ​ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງເຈົ້າ​ຄອງນະຄອນຫຼວງ ເຊິ່ງ​ມີ​ພາກສ່ວນທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ​ເຂົ້າຮ່ວມ​ເປັນ​ສັກຂີ​ພິຍານ.

ພິ​ພິ​ທະ​ພັນ​ຫໍພະແກ້ວ ​ເປັນສິ່ງ​ສັກສິດ​ຂອງ​ຊາດ ແລະ ສັນຍະ​ລັກ​ທີ່​ຕິດ​ພັນ​ກັບ​ຄວາມ​ສົມບູນ​ພູນ​ສຸກ ຄວາມ​ເຊື່ອ​ຖື ຄວາມ​ສັກກາລະ​ບູຊາ ແລະ ຄວາມ​ວັດ​ທະນາຖາວອນ​ຂອງ​ຊາດ ສາເຫດຂອງ​ການ​ປະຕິສັງຂອນ​ໃນ​ຄັ້ງ​ນີ້ ເນື່ອງ​ຈາ​ກວ່າ​ພິ​ພິ​ທະ​ພັນ​ຫໍ​ພະແກ້ວ​ມີ​ຄວາມ​ຊຸດໂຊມ ​ຕ້ອງ​ໄດ້​ມີການ​ປະຕິສັງຂອນ​ຄືນໃໝ່ ​ຕາມຄວາມ​ເໝາະ​ສົມ​ກັບ​ສະພາບຄວາມ​ເປັນ​ຈິງ ເພື່ອ​ຮັບປະກັນຄວາມ​ປອດ​ໄພ​ໃຫ້​ກັບ​ນັກ​ທ່ອງທ່ຽວ ທັງ​ພາຍ​ໃນ ແລະ ຕ່າງ​ປະເທດ​ ທີ່​ເຂົ້າ​ມາ​ແວ່​ຊົມສະຖານທີ່ແຫ່ງ​ນີ້ທຸກ​ລະດູ​ການ​ທີ່​ຍັງ​ຄົງ​ຮັກສາ​ ໄດ້​ເອກະລັກ​ທາງ​ດ້ານ​ວັດ​ທະນະ​ທຳ​ດັ້ງເດີມ ໃນ​ເບື້ອງ​ຕົ້ນ ​ຄາດວ່າ​ຈະ​ໃຊ້​ທຶນ​ບູລະນະ​ທັງ​ໝົດ​ປະມານ 15 ຕື້​ກີບ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...