spot_img
Homeນານາສາລະວິທີປະຢັດໃຫ້ພໍກິນພໍໃຊ້ຕະຫຼອດເດືອນ !

ວິທີປະຢັດໃຫ້ພໍກິນພໍໃຊ້ຕະຫຼອດເດືອນ !

Published on

ມື້ນີ້ທາງທີມງານ laopost.com ໄດ້ຄົ້ນຫາຂໍ້ມູນທີ່ອ່ານແລ້ວໜ້າຈະໃຫ້ປະໂຫຍດກັບຫຼາຍໆທ່ານ ແລະ ເໝາະສົມກັບສະຖານະການຂອງຍຸກເສດຖະກິດໃນປັດຈຸບັນ ກໍ່ເລີຍເອົາມາຝາກບັນດາທ່ານໃຫ້ໄດ້ອ່ານນໍາກັນ.

1. ຖ້າຈະເຮັດຫຍັງກິນຄວນຈະຮູ້ກ່ອນວ່າຈະຮັດຫຍັງກ່ອນ – ຫຼັງ, ເຮົາຕ້ອງກຽມໄວ້ກ່ອນ ເພື່ອເປັນການປະຢັດໄຟ.

2. ເວລາຊື່ໄກ່ຄວນຊື່ໝົດທັງໂຕ ຈະຖືກກວ່າໄກ່ແບບຕັດເປັນຕ່ອນໆ ແຕ່ຖ້າມີເງິນພໍ່ຊື່ແຕ່ເປັນຕ່ອນ ກໍ່ຊື່ໄດ້… ຢ່າຊື່ຈົນເກີນໂຕ.

3. ກ່ອນຈະອອກໄປຊື່ເຄື່ອງ ຄວນກິນຫັຍງໃຫ້ອີ່ມທ້ອງສາກ່ອນ ຈະໄດ້ບໍ່ຕ້ອງເສຍເງິນຊື່ກິນຕາມຮ້ານຕື່ມອີກ ຂໍ້ໃຫ້ເອົາຕິດໂຕໄປໃນຈໍານວນທີ່ຄາດວ່າ ຈະຊື່ສະເພາະສິ່ງທີ່ຕ້ອງການແທ້ໆເທົ້ານັ້ນ.

4. ຖ້າມີລົດສ່ວນຕົວໃຊ້ ຄວນເຊັກເບິ່ງລົດເລື່ອຍໆ ໂດຍສະເພາະແມ່ນ ຢ່າງລົດຕ້ອງໃຫ້ເຄັງຢູ່ສະເໝີເວລາຂັບຈະແລ່ນຄ່ອງກວ່າປະຢັດນໍ້າມັນລົງ.

5. ປະຢັດໄຟຟ້າດ້ວຍການປິດໄຟຟ້າເວລາທີ່ບໍ່ໃຊ້ງານ ຫຼື ຖ້າເປັນຫ້ອງແອຣ໌ ຄວນປິດປະຕູ-ປະຕ່າງໃຫ້ແນ້ນ ມັນຈະເຮັດໃຫ້ຫ້ອງເຢັນຢູ່ຕະຫຼອດ ເຄື່ອງປັບອາກາດຈະບໍ່ຕ້ອງໄດ້ສະຕາຣ໌ດໃໝ່ເລື່ອຍໆ ຈະເຮັດໃຫ້ປະຢັດໄຟໄດ້ຫຼາຍ.

6. ຊື່ອາຫານບໍ່ວ່າຈະເປັນ ຊີ້ນໝູ, ປາ ກຸ້ງ ຜັກ ໝາກໄມ້ ຄວນຊື່ຈາກແມ່ຄ້າໂດຍກົງ ບໍ່ຄວນຜ່ານຄົນກາງ ລາຄາຈະຖືກລົງ ຖ້າຈະໃຫ້ດີ ໃຫ້ໄປຕອນຕະຫຼາດໄກ້ຈະເລີກຈະໄດ້ຂອງຖືກກວ່າແຕ່ ເຄື່ອງຂອງກໍ່ອາດຈະບໍ່ສົດເທົ້າຕອນເຊົ້່າພໍເທົ່າໃດ.

7. ຖ້າລູກໆຂໍເງິນໄປເບິ່ງໜັງ ໃຫ້ບອກວ່າໄປສວນສາທາລະນະດີກວ່າລູກ ຈະໄດ້ບໍ່ຕ້ອງເສຍເງິນ.

8.​ ເງິນເດືອນອອກແຕ່ລະຄັ້ງ ຖ້າເຮັດໄດ້ພະຍາຍາມເກັບເງິນຈໍານວນໜຶ່ງເອົາໄວ້ຝາກອອມຊັບສິນ ເພື່ອຈະໄດ້ນໍາມາໃຊ້ໃນເວລາທີ່ຈໍາເປັນ ແລະ ກໍ່ຈະໄດ້ຂີ້ດອກຈາກບ່ອນຝາກນໍາອີກດ້ວຍ.

9. ຖ້າເງິນບໍ່ພໍໃຊ້ ຈໍາເປັນຕ້ອງກູ້ ຄວນຈະກູ້ແບບໄລຍະສັ້ນ ໃນທາງເລືອກທີ່ມີອັດຕາດອກເບ້ຍທີ່ຕໍາ ເພາະຖ້າກູ້ແບບສົ່ງຜ່ອນໄລຍະຍາວດອກເບ້ຍກໍ່ຈະຍາວຕາາມໄປດ້ວຍ.

10. ຖ້າມີປະກັນຊີວິດ ຫຼື ປະກັນໄພ ຄວນສົ່ງເປັນລາຍປີດີກວ່າລາຍເດືອນ ເພາະຈະປະຢັດເງິນໄດ້ຫຼາຍກວ່າ.

11. ເວລາຂຽນຈົດໝາຍ ຄວນໃຊ້ແບບໄປສະນີຍະບັດຈະຖືກກວ່າຂຽນແບບໃສ່ຊອງ.

12. ຖ້າມີຄົນຢູ່ໃນຄອບຄົວເຈັບເປັນຖ້າບໍ່ຈໍາປັນຢ່າໄປຊື່ຢາກິນເອງ ເພາະມັນອາດຈະເຮັດໃຫ້ອາການໜັກຂຶ້ນ ແລະ ເສຍເວລາເສຍຄ່າໃຊ້ຈ່າຍຫຼາຍຂຶ້ນ,  ຖ້າໃນເມື່ອກິນຢາແລ້ວບໍ່ຖືກກັບອາການທີ່ເປັນ ເຮົາຄວນໄປກວດຕາມໂຮງໝໍຢາງລະອຽດ.

13. ຈະຊື່ຫັຍງ ຄວນຄິດໃຫ້ດີກ່ອນຊື່ ວ່າແມ່ນຫຍັງຈໍາເປັນ ຫຼື ບໍ່ຈໍາເປັນ ເພາະບາງຢ່າງທີ່ເຮົາຊື່ມາເຖິງແມ່ນວ່າມັນຈະເປັນລາຄາທີ່ຖືກລໍ່ຕາລໍ່ໃຈເຮົາແຕ່ເວລາຊື່ມາແລ້ວ ພັດບໍ່ໄດ້ເກີດປະໂຫຍດຫຍັງແກ່ເຮົາກໍ່ເປັນໃດ.

>>http://www.krabork.com/2009/09/13/วิธีการประหยัดให้พอกินพอใช้ตลอดเดือน/

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...