spot_img
Homeນານາສາລະ10 ເທັກນິກທີ່ຊ່ວຍໃຫ້ວຽກທ່ານສໍາເລັດໄວຂຶ້ນ

10 ເທັກນິກທີ່ຊ່ວຍໃຫ້ວຽກທ່ານສໍາເລັດໄວຂຶ້ນ

Published on

1. ສ້າງພະລັງ active ພະລັງທີ່ວ່ານີ້ສ້າງໄດ້ບໍ່ຍາກ ຂໍພຽງແຕ່ທ່ານໃສ່ຄວາມຮູ້ສຶກກະຕືລືລົ້ນ ຫຼືຕື່ນເຕັນທີ່ຈະເຮັດວຽກນັ້ນ ພຽງເທົ້ານີ້ພະລັງ  active ກໍ່ຈະສົ່ງໃຫ້ທ່ານຢາກເລີ່ມຕົ້ນລົງມືເຮັດກ່ອນ ກໍ່ໝາຍເຖິງໂອກາດທີ່ງານນັ້ນຈະສໍາເລັດ ກໍ່ມີຫຼາຍກວ່າຄົນທີ່ຍັງບໍ່ລົງມືເຮັດຈັກເທື່ອ.

2. ຫຍໍ້ຕົວເອງກ່ອນ ງານຈະສໍາເລັດໄດ້ຕ້ອງມີການວາງແຜນທີ່ດີ ທ່ານຕ້ອງຄວນຂຽນ list (to do list ) ຈັດລໍາດັບສິ່ງທີ່ຕ້ອງເຮັດເພື່ອທີ່ຈະບໍ່ຕ້ອງເຮັດວຽກຊໍ້າໄປຊໍ້າມາ ຫຼືຜິດພາດເພາະຫຼົງລືມບາງຢ່າງໄປ.

3. ບໍ່ຕ້ອງລໍຖ້າ ເຖິງແມ່ນວ່າທ່ານຈະມີເວລາຫຼາຍພໍທີ່ຈະເຮັດວຽກໂດຍບໍ່ຕ້ອງຮີບຮ້ອນ  ແຕ່ກໍ່ບໍ່ຕ້ອງທໍາໂຕ ສະບາຍປ່ອຍເວລາຜ່ານໄປ ຈົນຮ້ສຸດທ້າຍກໍ່ຕ້ອງເຮັດຢ່າງຮີບຮ້ອນ ຢ່າລືມວ່າທຸກຄົນມີເວລາເທົ້າກັນຜູ່ທີ່ວ່າທ່ານຈະບໍລິຫານມັນແບບໃດ.

4. ກໍານົດເສັ້ນຕາຍ ກະຕຸ້ນຕົວເອງດ້ວຍການກໍານົດ ຂອງແຕ່ລະຂັ້ນຕອນ ແລະ ເຮັດໃຫ້ໄດ້ຕາມນັ້ນ ສຸດທ້າຍ ທ່ານກໍ່ຕ້ອງເຮັດວຽກສໍາເລັດສົມບູນຕາມເວລາທີ່ຕັ້ງໃຈໄວ້.

5. ຮູ້ຈັກກະຈາຍງານ ຄົນເກັງບໍ່ແມ່ນຄົນທີ່ເຮັດທຸກຢ່າງດ້ວຍໂຕອງໄດ້ ແຕ່ເປັນຄົນ ທີ່ຮູ້ຈັກກະຈາຍວຽກງານໄປຍັງຄົນທີ່ເກັງໃນແຕ່ລະສ່ວນ ເມື່ອວຽກງານແຕ່ລະສ່ວນສາມາດຮັດໄດ້ພ້ອມໆກັນ ວຽກງານກໍ່ຍ່ອມຈະສໍາເລັດໄວກວ່າການລໍຖ້າໃຫ້ຄົນພຽງຄົນດຽວເຮັດ.

6. ຄວາມຫາທາງລັດ ຜົນລັບແບບດຽວກັນ ສາມາດອອກມາຈາກໄດ້ຈາກຫລາກຫຼາຍວິທີ ດັ່ງນັ້ນຕ້ອງເລືອກວິທີ ທີ່ມີປະໂຫຍດດ້ວຍ ້ມີເຄື່ອງມືຫຼືຫົນທາງໃດແດ່ທີ່ຊ່ວຍໃຫ້ເຮັດວຽກໄດ້ໄວຂຶ້ນ ຕ້ອງຮູ້ຈັກນໍາມາໃຊ້ໃຫ້ເກີດປະໂຫຍດ.

7. ກໍາຈັດສິ່ງລົບກວນ ສິ່ງທີ່ລົບກວນເຮັດໃຫ້ທ່ານບໍ່ມີສໍາມະທິ ແລະ ເສຍສໍາມະທິໄດ້ງ່າຍທີ່ສຸດຄື ໂທລະສັບອີເມລ໌ ແລະ ວົງສົນທະນາ ຄວນຈັດສະພາບແວດລ້ອມໃນການເຮັດວຽກໃຫ້ປາສະຈາກສິ່ງເຫຼົ່ານີ້ ເພື່ອໃຫ້ທ່ານມີສໍາມະທິກັບວຽກຢ່າງເຕັມທີ່.

8. ແຜນລວມເລັງແກ້ໄຂ ຫາກແມ່ນຫຍັງບໍ່ເປັນໄປຕາມທີ່ຄິດໄວ້ ຢ່າຝືນເຮັດໃນແບບເກົ່າ ເພາະຍັງມີວິທີອີກຕັ້ງຫຼາຍ ທີ່ເປັນໄປໄດ້ ຖອນໂຕໃຫ້ໄວແລັວໄປຫາທາງອຶ່ນທີ່ດີກວ່າໂດຍໄວ້.

9. ຢາກສະຫມອງໄວຕ້ອງພັກ ຄົນທີ່ໝົກໝຸ່ນຢູ່ກັບງານຈົນບໍ່ໄດ້ພັກຜ່ອນນັ້ນ ແທ່ນທີ່ວຽກງານຈະສໍາເລັດໄວແຕ່ກັບຜິດພາດ ເພາະຮ່າງກາຍບໍ່ພ້ອມ ການພັກຜ່ອນ ຊ່ວຍໃຫ້ສະໝອງແລ່ນ ຄິດງານໄວ ເຮັດວຽກໄດ້ຢ່າງມີປະສິທິພາບ.

10. ຝັນໄຝ່ໃນຄວາມສໍາເລັດ ໝັ່ນສ້າງແຮງຈູງໃຈໃຫ້ກັບຕົວເອງແມ້ງານຈະມີອຸປະສັກ ແຕ່ຫາກທ່ານຄິດໃນແງ່ບກ ແລະ ຝັນເຖິງຄວາມສໍາເລັດ ທ່ນາຈະມີພະລັງ ແລະ ເຮັດໃນສິ່ງນັ້ນໆ ໃຫ້ສໍາເລັດຈົນໄດ້.

>>http://campus.sanook.com/1375737/10-เทคนิคเด็ดช่วยให้งานเสร็จก่อนเวลา/

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...