spot_img
Homeຄວາມງາມເຊນ​ລູ​ໄລ ສາລະພັດ​ວິທີ​ກຳຈັດ​ງ່າຍ ໆ ດ້ວຍ​ຕົວ​ເອງ

ເຊນ​ລູ​ໄລ ສາລະພັດ​ວິທີ​ກຳຈັດ​ງ່າຍ ໆ ດ້ວຍ​ຕົວ​ເອງ

Published on

qu5vo1c9

 

ເຊ​ນລູ​ໄລທ  ຖື​ເປັນ​ບັນຫາ​ໃຫຍ່​ຫລາຍ​ສຳລັບ​ສາວໆ  ບໍ່​ວ່າ​ຈະ​ສາວ​ຫຸ່ນ​ນ້ອຍ ຫລື ​ສາວ​ອວບ  ກໍ​ມີ​ໂອ​ກາດ​ເກີດ​ເຊນລູ​ໄລໄດ້  ວິທີ​ເຊັກ ເຊນ​ລູ​ໄລງ່າຍໆ ດ້ວຍ​ການ​ບີບ​ບໍລິເວນ​ຜິວ​ຫາກ​ເກີດ​ລັກສະນະ​ຄ້າຍ​ຜິວ​ເປືອກ​ສົ້ມ ນັ້ນ​ສະແດງ​ວ່າ​ເຈົ້າ​ກຳ​ລັງ​ມີ ເຊນ​ລູ​ໄລ  ຊຶ່ງ​ເຊນ​ລູ​ໄລ ເກີດ​ຈາ​ກການ​ທີ່​ບໍລິເວນ​ນັ້ນ​ເລືອດ​ໄຫລ​ວຽນ​ຊ້າ  ໃນ​ຮ່າງກາຍ​ຂອງ​ເຮົາ​ມີ​ຂອງ​ເສຍ​ເກາະ​ຢູ່​ຕາມ​ເນື້ອ​ເຍື່ອ ຂອງ​ແຫລວ​ທີ່​ເປັນ​ຂອງ​ເສຍ​ຈະ​ເຂົ້າໄປ​ດັນ​ເຮັດໃຫ້​ໄຂ​ມັນ​ທີ່​ຢູ່​ບໍລິເວນ​ນັ້ນ​ແຂງ​ຕົວ​ເປັນຖົງ ເຮັດໃຫ້​ເລືອດ​ໄຫລ​ວຽນ​ຕາມ​ຮ່າງກາຍ​ບໍ່​ສະ​ດວກ ຈຶ່ງ​ເຮັດໃຫ້​ເກີດ​​ຢູ່​ຕາມ​ຕົ້ນ​ແຂນ ຕົ້ນ​ຂາ​ ແລະ​ ສະ​ໂພກ ມາ​ເລີ່ມ​ຕົ້ນ​ກຳຈັດ ເຊນ​ລູ​ໄລວິທີ​ງ່າຍໆ ດ້ວຍ​ຕົນເອງ

ເລີ່ມ​ຕົ້ນ​ຈາກ​ການ​ຕື່ນ​ນອນ​ໃນ​ຕອນ​ເຊົ້າ​ກ່ອນ​ສີແຂ້ວ  ດື່ມ​ນ້ຳ​ໃນ​ອຸນຫະພູມ​ປົກກະຕິ 2 ຈອກຊ່ວຍ​ໃຫ້​ຮ່າງກາຍ​ຕື່ນ​ຕົວ ​ແລະ ​ເພີ່ມ​ການ​ເຜົາ​ຜານ​ໃນ​ຕົວ​ໃຫ້​ຍ່ອຍ​ອາຫານ​ໄດ້​ດີ​ຂຶ້ນ

ການ​ດື່ມ​ນ້ຳ​ມື້​ລະ 3 ລິດ ດ້ວຍ​ວິທີ​ການ​ຄ່ອຍ​ໆກິນ​ເທື່ອລະ​ນິດ​ຊ່​ວຍ​ລຸດ ເຊນ​ລູ​ໄລ ຕົ້ນ​ຂາ ຢ່າ​ດື່ມ​ລວດ​ບາດດຽວ ເພາະ​ບໍ່​ເຊັ່ນ​ນັ້ນ​ການ​ດື່ມ​ນ້ຳ​ຂອງ​ເຈົ້າ​ອາດຈະ​ກໍ່​ໃຫ້​ເກີດ​ອາການ​ບວມ​ນ້ຳ​ໄດ້

ຢ່າ​ໃສ່​ໂສ້ງ​ຂາ​ສັ້ນ ຫລື ​ກະ​ໂປງ​ສັ້ນໆ ໃນ​ຂະນະ​ທີ່​ຢູ່ໃນ​ຫ້ອງ​ແອ ເພາະ​ອາ​ກາດ​ເຢັນ​ຈະ​ເຮັດໃຫ້​ຮ່າງກາຍ​ສ້າງ​ໄຂ​ມັນ​ເພື່ອ​ໃຫ້​ຮ່າງກາຍ​ອົບ​ອຸ່ນ ເມື່ອ​ສ່ວນ​ທີ່​ຢູ່​ດ້ານ​ນອກ​ເຄື່ອງ​ນຸ່ງ​ຫົ່ມ ເຊັ່ນ ແຂນ ຂາ  ກໍ​ຈະ​ເຮັດໃຫ້​ບໍລິເວນ​ດັ່ງ​ກ່າວ​ສະ​ສົມ​ໄຂ​ມັນ​ເພີ່ມ​ຫລາຍ​ຂຶ້ນ​ກວ່າ​ເດີມ

ລ້ຽງ​ການ​ດື່ມ ຊາ ກາ​ແຟ ຫລື ​ເຄື່ອງ​ດື່ມ​ທີ່​ເຈົ້າ​ໄດ້ຍິນ​ມາ​ວ່າ​ສາ​ມາດລົດນ້ຳໜັກໄດ້ເພາະ​ໃນ​ເຄື່ອງ​ດື່ມ​ເຫລົ່າ​ນັ້ນ​ອຸດົມ​ໄປ​ດ້ວຍ​ສານ​ເຕີມ​ຄວາມ​ຫວານ  ເມື່ອ​ເຈົ້າ​ດື່ມ​ເຂົ້າໄປ​ຄວາມ​ຫວານ​ເຫລົ່າ​ນັ້ນ​ອາດຈະ​ເຮັດໃຫ້​ເຈົ້າ​ບໍ່​ຮູ້ສຶກ​ຫິວ  ແຕ່​ການ​ດື່ມ​ສານ​ເຕີມ​ຄວາມ​ຫວານ​ເຂົ້າໄປ​ຫລາຍ​ໆ ກໍ​ມີ​ໂອ​ກາດ​ສ່ຽງ​ຕຸ້ຍ​ໄດ້

ປ່ຽນ​ການ​ຮັບປະທານ​ອາຫານ​ຈາກ​ໄຂ​ມັນ​ບໍ່​ດີ ດ້ວຍ​ການ​ຮັບປະທານ​ໄຂ​ມັນ​ດີ​ເຂົ້າໄປ  ຫລີກ​ລ້ຽງ​ອາຫານ​ຟາດຟູ້​ດ ນົມ​ເນີຍ ອາຫານ​ປະສົມ​ສີ​ອາຫານ​ທຽມ  ເພື່ອ​ບໍ່​ໃຫ້​ຕັບ​ເຮັດວຽກ​ໜັກ​ຫລາຍ​ເກີນ​ໄປ

ອອກ​ກຳ​ລັງ​ກາຍ​ດ້ວຍ​ການ​ແລ່ນ ຫລິ້ນ​ຟິດ​ເນດ ຈະ​ຊ່ວຍ​ເລັ່ງ​ໃຫ້​ເກີດ​ການ​ໄຫລ​ວຽນ​ຂອງ​ເລືອດ​ໄດ້​ດີ ຍົກ​ນ້ຳ​ໜັກ ຈະ​ຊ່ວຍ​ລຸດ​ການ​ໄຫລ​ວຽນ​ຂອງ​ເລືອດ​ໄດ້​ດີ ຫລື​ການ​ອອກ​ກຳ​ລັງ​ກາຍ​ສະເພາະ​ສ່ວນ​ກໍ​ຈະ​ຊ່ວຍ​ໃຫ້​ກະ​ຊັບ ​ແລະ ​ສະ​ຫລາຍ​ໄຂ​ມັນ​ໄດ້​ວ່ອງໄວ​ຂຶ້ນ

ນວດ​ບໍລິເວນ​ທີ່​ເກີດ​ເຊນ​ລູ​ໄລ ເພື່ອ​ເປັນ​ການ​ກະຕຸ້ນ​ຮ່າງກາຍ  ດ້ວຍ​ເອົາ​ນິ້ວມື​​ທັບລົງ​ທີ່​ຂາ​ເລີ່ມ​ຈາກ​ຂໍ້​ຕີນ ໂດຍ​ນວດ​ຂຶ້ນ​ມາ​ທີ່​ຂາ​ອ່ອນ ເນັ້ນ​ຈຸດ​ທີ່​ມັນ​ຫຍຸ່ນໆອ່ອນ​ໆ ຄືຟອງ​ນ້ຳ ເຮັດ​ຊ້ຳ​ກັນອີກ​ຂ້າງ​ທຸກໆ ເຊົ້າອົດ​ທົນຈັກໜ້ອຍເມື່ອ​ເຮັດ​ຄວບ​ກັບ​ອີກ 2 ວິທີ ບໍ່ຊ້າ​ມັນ​ກໍ​ຈະ​ລຸດລົງ​ໄດ້

 

 

ບົດຄວາມຫຼ້າສຸດ

ເສຍຫາຍໜັກ! ມູນຄ່າຄວາມເສຍຫາຍຈາກເຫດການໄຟໄໝ້ ທີ່ບ.ນາໝີ ມ. ໄຊ ຂ.ອຸດົມໄຊ

ເສຍຫາຍມູນຄ່າ 22 ຕື້ກວ່າກີບ ແລະ 2 ລ້ານກວ່າຢວນ ຈາກເຫດການໄຟໄໝ້ ທີ່ບ.ນາໝີ ມ. ໄຊ ຂ.ອຸດົມໄຊ ອິງຕາມບົດລາຍງານ ຂອງພະແນກ ແຮງງານ ແລະ...

ໜາວ-ເຢັນ ສະພາບອາກາດປະຈຳວັນທີ 25 ກຸມພາ 2025 ເວລາ 6:00 ໂມງ

ສະພາບອາກາດປະຈຳວັນທີ 25 ກຸມພາ 2025 ມວນອາກາດໜາວເຢັນ ຍັງຈະສືບຕໍໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງແຮງ, ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຈະເຢັນ ຫາ ໜາວເຢັນ ລົງຢູ່ທົ່ວໄປ ແລະ...

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ຫາກຝ່າຝືນຈະຖືກຕັດເງິນເດືອນ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ສຳນັກຂ່າວ Business Standard ລາຍງານໃນວັນທີ 25 ກຸມພາ 2025 ກ່ຽວກັບເລື່ອງລາວສຸດຮືຮາ ເມື່ອບໍລິສັດແຫ່ງໜຶ່ງໃນປະເທດຈີນ ອອກກົດລະບຽບ ໃຫ້ພະນັກງານສາມາດເຂົ້າຫ້ອງນ້ຳໄດ້ພຽງຄັ້ງລະ 2...

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ ໃນວັນທີ 21 ກຸມພາ 2025 ທີ່ຜ່ານມານີ້, ບໍລິສັດ...