spot_img
Homeຄວາມງາມອຸປະກອນແຕ່ງໜ້າ ເຄີຍເຮັດຄວາມສະອາດ ກັນຫລືບໍ່?

ອຸປະກອນແຕ່ງໜ້າ ເຄີຍເຮັດຄວາມສະອາດ ກັນຫລືບໍ່?

Published on

1

ໄລຍະ​ມື້ພັກ​ອາທິດ​ນີ້ ສາວໆ ເຮົາ​ມາ​ເຮັດ​ຄວາມ​ສະ​ອາດ​ອຸປະກອນ​ແຕ່ງ​ຫນ້າທີ່​ໃຊ້​ເປັນ​ປະຈຳ​ແຕ່​​ອາດ​ບໍ່​ເຄີຍ​ເຮັດ​ຄວາມ​ສະ​ອາດ​ມັນ​ເລີຍ ເຊິ່ງ​ຈະ​ເຮັດໃຫ້​ເກີດ​ບັນຫາ​ຜິວ​ແບບຄາດ​ບໍ່​ເຖິງ​ເລີຍ​ ຕັ້ງແຕ່ ​ສິວ​ອຸດ​ຕັນ ຕຸ່ມ​ແດງ ​ແລະ ​ມີ​ໜອງ​ຈາກ​ເຊື້ອ​ແບັກ​ທີ​ເຣຍ ຈຶ່ງ​ຄວນ​ໝັ່ນ​ເຮັດ​ຄວາມ​ສະ​ອາດ​ອຸປະກອນ​ເຫລົ່າ​ນີ້​ທຸກ​ໆ 2-4 ອາທິດ

1

ແປ້ງ​ພັບ ຫລື ຟອງນໍ້າ ລ້າງ​ດ້ວຍ​ນ້ຳ​ສະ​ບູ່​ອ່ອນໆ ຫລື ​ສະ​ບູ່​ລ້າງ​ໜ້າ​ປົກກະຕິ ລ້າງ​ສຳເລັດ​ບີບ​ໃຫ້​ແຫ້ງ ນຳ​ໄປ​ເຊັດເທິງ​ຜ້າ​ຂົນ​ໜູ​ອ່ອນ​ໆ ແລະ ​ປ່ອຍ​ໄວ້​ເທິງ​ຜ້າ​ຂົນ​ໜູ​ໃຫ້​ລົມ​ພັດ​ຈົນ​ແຫ້​ງສະນິດ

2

ແນວ​ດັດ​ຂົນຕາ ທາ​ມອຍ​ເຈີ​ໄລ​ເຊີ​ ຫລື ​ຄີມ​ລ້າງ​ໜ້າ​ບໍລິເວນ​ທີ່​ສຳ​ຜັດ​ກັບ​ຂົນ​ຕາ ໃຊ້​ເຈ້ຍ​ຊິດຊູ​ເຊັດ​ອອກ​ໃຫ້​ສະ​ອາດ​ແລ້ວ​ເກັບ​ໄວ້​ໃນ​ກັບ

3

ຟອຍແຕ່ງໜ້າ​ຕ່າງ ຫລັງ​ໃຊ້​ທຸກ​ເທື່ອ​ຄວນ​ປັດ​ປາຍ​ຟອຍ ​ກັບ ​ເຈ້ຍ​ຊິດ​ຊູ້ເພື່ອ​ຫລຸດ​ຝຸ່ນ​ສີ​ທີ່​ຕິດ​ຄ້າງ​ແປງ ສ່ວນ​ຟອຍ​ກັນ​ທາ​ປາກ​ຕ້ອງ​ເຊັດ​ສີ​ອອກ​ທຸກ​ເທື່ອ​ທີ່​ໃຊ້​ສຳເລັດ ແລະ ​ທຸກ 2- 4 ອາທິດ​ໃຫ້​ລ້າງ​ເຮັດ​ຄວາມ​ສະ​ອາດ​ໂດຍ​ແກວ່ງ ​ຫລື ​ສະ​ບັດ​ຟອຍ​ກັນ​ໄປ​ມາ​ໃນ​ນ້ຳ​ສະ​ບູ່​ເພື່ອ​ໃຫ້ ຝຸ່ນ​ ຫລື ​ສີ​ລະ​ລາຍ​ອອກ​ແລ້ວ​ບີບ​ໄລ່​ນ້ຳ ເຮັດ​ຊ້ຳ​ໆ ຈົນ​ສະ​ອາດ ໃຊ້​ຜ້າ​ຂົນ​ໜູ​​ເຊັດຂົນ​ຟອຍ​ກັນ ຈາກ​ນັ້ນ​ນຳ​ໄປ​ຫໍ່​ເຈ້ຍຊິດ​ຊູ້​ ແລະ ​ຕາກ​ລົມ​ໃຫ້​ແຫ້ງ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...