spot_img
Homeນານາສາລະຂໍ້​ຄວນ​ເລືອກ ແລະ ຫລິກລ້ຽງ ໃນ​ການ​ເລືອກ​ຊື້​ກະ​ຕ່າ​ຂອງ​ຂວັນ

ຂໍ້​ຄວນ​ເລືອກ ແລະ ຫລິກລ້ຽງ ໃນ​ການ​ເລືອກ​ຊື້​ກະ​ຕ່າ​ຂອງ​ຂວັນ

Published on

aHR0cDovL3AzLmlzYW5vb2suY29tL2d1LzAvcGljZnJvbnQvcGVkaWEvMjc0NDg1X18yMzEyMjAxMzAyNTMyOS5qcGc=


     ​ປີ​ໃໝ່​ແລ້ວ​ຫລາຍ​ຄົນ​ຄົງ​ກຽມ​ຫາ​ຂໍອງຂວັນ ບໍ່​ວ່າ​ຈະ​ເປັນ​ການ​ໃຫ້​ໃນ​ນາ​ມລັດທະ​ກອນ ໃຫ້​ບຸກ​ຄົນ​ທີ່​ເຮົາ​ເຄົາລົບ​ຮັກ ໃຫ້​ຜູ້​ມີ​ພະຄຸນ ໃຫ້​ຍາດ​ຜູ້ໃຫຍ່ ໄປ​ຈົນ​ເຖິງ​ຄົນເຈັບ ສື່​ເຖິງ​ຄວາມ​ຮັກ ແລະ ​ຄວາມ​ໃສ່​ໃຈ ແຕ່​ກະ​ຕ່າ​ປີ​ໃໝ່​ໃນ​ປະຈຸບັນ ສ່ວນ​ໃຫຍ່​ລ້ວນ​ເຕັມ​ໄປ​ອາຫານ ແລະ ​ເຄື່ອງ​ດື່ມ​ທີ່​ທຳລາຍ​ສຸກຂະພາບ ຫລາຍກວ່າ​ໃຫ້​ປະໂຫຍດ ຫາ​ກບໍລິ​ໂພກ​ເປັນ​ຈຳນວນ​ຫລາຍ ແລະ ​ເຮົາ​ຈະ​ມີ​ວິທີ​ການ​ເບິ່ງ​ການ​ເລືອກ​ຊື້​ຢ່າງໃດ​ລະ ມື້​ນີ້​ເຮົາ​ມີ​ຄຳ​ແນະ​ນຳ​ມາ​ໃຫ້​ເລືອກ ແລະ ຫລິກ ໃນ​ການ​ເລືອກ​ຊື້​ກະ​ຕ່າ

ອາຫານທີ່ຄວນຫລິກລ້ຽງ
ຄວນ​ຫລິກລ້ຽງ ​ສຸ​ລາ , ແອວກໍ່ຮໍ ເພາະສິ່ງເຫລົ້ານີ້ ເປັນ​ອັນຕະລາຍ​ຕໍ່​ສຸກຂະພາບ​ໄດ້​ທັງ​ໃນ​ໄລ​ຍະ​ສັ້ນ​ແລະ​ໄລະຍະ​ຍາວ ເຮົາ​ຮູ້​ກັນ​ບໍ​ວ່າ ແອນ​ກໍ​ຮໍ​ນັ້ນ ສົ່ງ​ຜົນ​ຮ້າຍ​ໄດ້​ຕັ້ງ​ແຕ່​ເລີ່ມ​ດື່ມ​ຈາກ​ປາກ ຈົນເຖິງກະເພາະ​ອາຫານ ,ຕັບ ໄປ​ຈົນ​ເຖິງ​ລະບົບ​ປະສາດ ແລະ ​ສະຫມອງ
– ຂະໝົມຄຸກກີ້ , ມັນ​ຝະ​ຫລັ່ງ​ທອດ ຂະໜົມ​ຂົບ​ຫຍ້ຳ​ເຫລົ່າ​ນີ້ ອຸດົມ​ໄປ​ດ້ວຍ ແປ້ງ ແລະ​ ໄຂ​ມັນ ຫລາຍ​ຊະນິດ​ເປັນ​ໄຂ​ມັນສົ່ງ​ຜົນ ຕໍ່​ຮ່າງກາຍ ເພາະ​ຫາກ​ຮ່າງກາຍ​ໄດ້ຮັບ​ໄຂ​ມັນ​ທີ່​ຫລາຍ​ເກີນ​ຄວາມ​ພໍ​ດີ ມີ​ຜົນ​ຕັ້ງ​ແຕ່​ເຮັດໃຫ້​ລະ​ດັບ​ໄຂ​ມັນ​ໃນ​ເລືອດ​ສູງ ເຮັດໃຫ້​ຫລອດ​ເລືອດ​ແດງ​ແຂງ,ຕີບ, ອຸດ​ຕັນ ສົ່ງ​ຜົນ​ໃຫ້​ເກີດ​ພະຍາດ​ແຊກ​ຊ້ອນ​ຕ່າງໆ ເຊັ່ນ ພະຍາດ​ຫົວ​ໃຈ​ຂາດ​ເລືອດ ອຳມະ​ພາດ ຫມາກໄຂ່ຫລັງ​ວາຍ ຫລອດ​ເລືອດ​ທີ່​ໄປ​ລ້ຽງ​ຂາ​ຕີບ​ຕັນ ຕັບ​ອ່ອນ​ອັກ​ເສບ ເປັນ​ຕົ້ນ
ຊັອກ​ໂກ​ແລັດ ຫມາກໄມ້​ກະ​ປ໋ອງ ແຍມ ການໃຫ້​ຂອງ​ເຫລົ່າ​ນີ້ ຄືກັບຈັບ​​ນ້ຳ​ຕານ​ປະລິມານ​ສູງ​ໃຫ້​ຜູ້​ຮັບ ໂດຍ​ກາ​ນບໍ​ລິ​ໂພກ​ນ້ຳ​ຕານ​ໃນ​ປະລິມານ​ສູງ ກໍ​ເປັນ​ທີ່​ມາ​ຂອງ​ພະຍາດ​ຕຸ້ຍ ພະຍາດ​ເບົາ​ຫວານ ພະຍາດ​ຫົວ​ໃຈ ​ແລະ ​ຫລອດ​ເລືອດ ພະຍາດ​ຄວາມ​ດັນ​ເລືອດ​ສູງ ໂດຍ​ສະເພາະ​ພະຍາດ​ເບົາ​ຫວານ
ອາຫານຄວນ​ເລືອກ

  • ນ້ຳ​ສະ​ໝຸນ​ໄພ,ນ້ຳ​ຫມາກໄມ້, ນ້ຳ​ທັນ​ຍະພືດ ເຄື່ອງ​ດື່ມ​ເຫລົ່າ​ນີ້ ອຸດົມ​ໄປ​ດ້ວຍ​ສານ​ອາຫານ​ທີ່​ຈຳ​ເປັນ​ຕໍ່​ຮ່າງກາຍ ມີ​ທັງ​ວິ​ຕາ​ມິນ, ແຮ່ທາດຫລາກ​ຫລາຍ​ຊະນິດ ລວມ​ໄປ​ເຖິງ​ໃຍ​ອາຫານ ທີ່​ແສນ​ຈະ​ມີ​ປະໂຫຍດ​ຕໍ່​ລະບົບ​ທາງເດີນ​ອາຫານ​ ແລະ ​ຂັບ​ຖ່າຍ
  • ຂະໜົມ​ທັນ​ຍະພືດ​ອົບ​ກອບ ຜະລິດຕະພັນ​ຜັກ ຫມາກໄມ້​ອົບ​ແຫ້ງ ປະຈຸບັນ ມີ​ຜະລິດຕະພັນ​ເຫລົ່າ​ນີ້​ຫລວງຫລາຍ​ໃນ​ທ້ອງຕະຫ​ລາດ ໂດຍ​ສະເພາະ​ຕາມຮ້ານ​ອາຫານ​ເພື່ອ​ສຸກຂະພາບ ເຮົາ​ຈະ​ເຈີ​ຜະລິດຕະພັນ​ຂະໜົມ​ ເພື່ອ​ສຸກຂະພາບ​ເຫລົ່າ​ນີ້​ຫລວງຫລາຍ​ຢ່າງ​ບໍ່​ໜ້າ​ເຊື່ອ ໄດ້​ທັງ​ວິ​ຕາ​ມິນ ແລະ​ແຮ້ທາດ ໄປ​ຈົນ​ເຖິງ​ໃຍ​ອາຫານ ໃຫ້​ແກ່​ຮ່າງກາຍ
    ຊາ​ຂຽວ ຊາດສະມຸນ​ໄພ ເຄື່ອງ​ດື່ມ​ທັນຍະ​ພືດ​ລວມ ຂິງ​ຜົງ​ສຳ​ເລັດ​ຮູບ ເຄື່ອງ​ດື່ມ​ແຫ້ງ​ພ້ອມ​ຊົງ​ດື່ມ​ເຫລົ່າ​ນີ້ ເປັນ​ຕົວ​ເລືອກ​ທີ່​ແສນ​ຈະ​ໜ້າ​ສົນ​ໃຈ ແລະ ​ມີ​ປະໂຫຍດ​ຕໍ່​ສຸກຂະພາບ​ຫລາຍ​ ​ຊາ​ຮ້ອນ ສັບ​ພະຄຸນ​ດີໆ ຈາກ​ຊາສະມຸນ​ໄພ ແຫລ່ງ​ພະລັງ​ງານ​ຊັ້ນ​ດີ​ຈາກ​ເລື່ອງ​ດື່ມ​ທັນຍາ​ພືດ​ທີ່​ໃຫ້​ທັງ​ວິ​ຕາ​ມິນ ແຮ່ທາດ ໃຍ​ອາຫານ ຫລັກ​ງ່າຍໆ ກໍ​ຄື​ການ​ເລືອກ​ຜະລິດຕະພັນ​ຕ່າງໆທີ່​ເປັນປະໂຫຍດ​ຕໍ່​ສຸກຂະພາບ ຊຶ່ງ​ເລືອກ​ກັນ​ໄດ້​ບໍ່​ຍາກ​ກັນ​ເລີຍ ຍິ່ງ​ໃນ​ປະຈຸບັນ ຜູ້​ຄົນ​ຫັນ​ມາ​ສົນ​ໃຈ ໃສ່​ໃຈ​ໃນ​ການ​ເລືອ​ກການບໍ​ລິ​ໂພກ​ອາຫານ​ເພື່ອ​ສຸກຂະພາບ ຈຶ່ງ​ເຮັດໃຫ້​ມີ​ຮ້ານ​ຄ້າ​ທີ່​ຂາຍ​ອາຫານ​ແລະ ​ຜະລິດຕະພັນ​ເພື່ອ​ສຸກຂະພາບ​ຂຶ້ນ​ມາ​ຮອງ​ຮັບ​ຫລາຍ​ຂຶ້ນ ນອກ​ຈາກ​ຈະ​ເລືອກ​ຜະລິດຕະພັນ​ເພື່ອ​ສຸກຂະພາບ​ກັນ​ແລ້ວ ຢ່າ​ລືມ​ກວດ​ເບິ່ງ​ມື້​ຜະລິດ ມື້​ໝົດ​ອາ​ຍຸ​ຂອງ​ຜະລິດຕະພັນມີ​ການ​ສະແດງ​ສະ​ຫລາກ​ອາຫານ​ທີ່​ຊັດເຈນ ແລະ​ ມີ​ເລກ ອຍ. ກັນ​ແນ່ ໃຫ້​ໝັ່ນໃຈ​ວ່າ​ເຮົາ​ໄດ້​ຂອງ​ທີ່​ໃໝ່ ບໍ່​ໝົດ​ອາ​ຍຸ ແລະ ​ມີ​ການ​ຂຶ້ນ​ທະ​ບຽນ​ຖືກ​ຕ້ອງ​ຕາມ​ກົດຫມາຍ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...