ເສດຖີຈີນຄົນໜຶ່ງ ໄດ້ສົ່ງລູກຊາຍຂອງຕົນເອງໄປອາໄສຢູ່ຊົນນະບົດ ເຂດຫ່າງໄກຄວາມຈະເລີນ ເພື່ອໃຫ້ເຂົາໄດ້ຮຽນຮູ້
ປະສົບການຂອງຄວາມທຸກຍາກລຳບາກ ໂດຍລູກຊາຍຂອງເຂົາຈະໃຊ້ເວລາຢູ່ໃນຊົນນະບົດເປັນເວລາ 3 ວັນ ຈິ່ງຈະໃຫ້
ກັບຄືນມາເຮືອນ.
ພໍແຕ່ລູກກັບຄືນມາຮອດເຮືອນແລ້ວ ພໍ່ກໍເລີຍຕັ້ງຄຳຖາມກັບເຂົາວ່າ: ” ເປັນຈັ່ງໃດລູກ? ”
ລູກຊາຍເຜີຍຍິ້ມອອກແລ້ວຕອບພໍ່ວ່າ: ” ກໍດີຢູ່ ”
ພໍ່: ” ແລ້ວເຮືອນເຮົາ ກັບເຮືອນຂອງເຂົາຕ່າງກັນຫລາຍບໍ? ”
ລູກຊາຍ: ” ແຕກຕ່າງກັນມະຫາສານ ຢູ່ເຮືອນຂອງເຮົາມີໝາ 1 ໂຕ ແຕ່ຂອງເຂົາມີໝາເຖິງ 4 ໂຕ, ຢູ່ເຮືອນເຮົາມີສະລອຍ
ນ້ຳ ແຕ່ເຂົາມີບຶງນ້ຳ ລຳທານໃສ ແລະ ມີປານຳອີກ! ”
ເຂົາມິດຢູ່ຄາວໜຶ່ງ ແລ້ວກໍເວົ້າຂຶ້ນຕໍ່ອີກວ່າ: ” ເອີ້ ຕອນກາງຄືນຫັ້ນ ຢູ່ເຮືອນເຮົາຈະມີແສງຈາກໂຄມໄຟທີ່ສວຍງາມ
ແຕ່ວ່າຢູ່ພຸ້ນມີແສງຈາກດວງເດືອນ ຫລືບໍ່ກໍມີແສງດາວເຕັມທ້ອງຟ້າ, ເຮືອນເຮົາເບິ່ງເຫັນໄດ້ໄກສຸດຢູ່ກຳແພງຮົ້ວ
ເທົ່ານັ້ນ ສ່ວນເຂົາແນມໄກສຸດຂອບຟ້າປ່າດົງ ”
ພໍ່ຂອງເຂົາໄດ້ແຕ່ເຮັດສີໜ້າງົງ ແລະ ແປກປະຫລາດໃຈທີ່ສຸດ ເມື່ອສິ່ງທີ່ໄດ້ຍິນຈາກປາກຂອງລູກຊາຍ ແມ່ນໄກເກີນ
ຄາດໝາຍທີ່ຢາກໃຫ້ລູກໄດ້ຮຽນຮູ້.
ລູກຊາຍ: ” ຢູ່ເຮືອນເຮົາ ຈະໄດ້ຍິນສຽງດົນຕີຈາກວິທະຍຸ ແລະ ໂທລະທັດ ແຕ່ເຮືອນເຂົາທຸກໆເຊົ້າຈະໄດ້ຍິນສຽງນົກ
ແລະ ຕອນກາງຄືນທຸກມື້ຈະໄດ້ຍິນສຽງຈິລໍ່ຮ້ອງ, ເຮືອນຂອງເຂົາບໍ່ເຄີຍປິດ ແຕ່ເຮືອນເຮົາປິດຢູ່ຕະຫລອດເວລາ,
ເຮືອນເຂົາບໍ່ມີອິນເຕີເນັດແບບເຮືອນເຮົາ ເອົາໄວ້ລົມກັນກັບໝູ່ຜ່ານໂທລະສັບ ແລະ ຄອມພິວເຕີ້ ແຕ່ສຳລັບພວກ
ເຂົາແລ້ວ ໃກ້ຊິດກັນເກີນກ່ວາຈະຈຳເປັນຕ້ອງມີສິ່ງເຫລົ່ານີ້! ”
ລູກຊາຍຍັງບອກພໍ່ອີກວ່າ: ” ຂອບໃຈພໍ່ຫລາຍໆເດີ້ ທີ່ສົ່ງລູກໄປຮຽນຮູ້ເຖິງຄວາມທຸກຍາກ ໃນອີກດ້ານໜຶ່ງກໍຄືຄວາມ
ທຸກຍາກຂອງເຮົານີ້ເອງ! ”
(ເລື່ອງສັ້ນເລື່ອງນີ້ ເປັນເລື່ອງທີ່ຖືກແຊຣ໌ຢ່າງໂດ່ງດັງໃນໂລກອອນລາຍຂອງຈີນ ເຊິ່ງໄດ້ຖືກແປເປັນຫລາຍໆພາສາໃນ
ທົ່ວໂລກ).