spot_img
Homeນານາສາລະຮຽນຮູ້ເລື່ອງວິທະຍາສາດທີ່ໃກ້ຕົວແບບງ່າຍໆ!

ຮຽນຮູ້ເລື່ອງວິທະຍາສາດທີ່ໃກ້ຕົວແບບງ່າຍໆ!

Published on

1385_67445n_l01_1 ScienceMainv3

1 ເລື່ອງໜ້າຮູ້ທາງວິທະຍາສາດ ມະນຸດພະລັງງານ.

ເຊື່ອບໍ່ວ່າເຮົາສາມາດຜະລິດກະແສໄຟຟ້າໄດ້, ແຕ່ລະຄົນຈະມີພະລັງງານທຽບເທົ້າກັບການເປີດດອກໄຟຟ້າຂະໜາດ 120 ວັດ ເພາະຄົນເຮົາກິນອາຫານເຂົ້າໄປປະລິມານ 2,500 ແຄລໍຣີໃນແຕ່ລະວັນຈະໃຫ້ພະລັງງານຄວາມຮ້ອນ 104 ແຄລໍຣີຕໍ່ຊົ່ວໂມງຊຶ່ງທຽບເທົ້າກະແສໄຟຟ້າທີ່ມີພະລັງງານ 120 ວັດ.

2 ກະພິບຕາ

ຕະຫຼອດຊີວິດຂອງຄົນເຮົານັ້ນເຮົາຕ້ອງກະພິບຕາເຖິງ 250 ລ້ານຄັ້ງເລີຍລະ ເພາະເຮົາຈະຕ້ອງກະພິບຕາທຸກໆ 6 ວິນາທີ ເຮັດໃຫ້ກ້າມເນື້ອຕາເຄື່ອນໄຫວປະມານ 10.000 ຄັ້ງຕໍ່ວັນຖ້າປຽບທຽບກັບການເຄື່ອນໄຫວຂອງກ້າມຂາແລ້ວຈະເທົ້າກັບການແລ່ນໄລຍະທາງ 80 ກິໂລແມັດຕໍ່ວັນ.

3 ສະໝອງບໍລິໂພກ

ທ່ານເຊື່ອບໍ່ວ່າຕອນເກີດມາທໍາອິດສະໝອງຂອງເຮົາໜັກປະມານ 3% ຂອງນໍ້ານັກຮ່າງກາຍທັງໝົດເທົ້ານັ້ນ ແຕ່ເມື່ອອາຍຸໄດ້ປະມານ 15 ປີ ສະໝອງຈະໜັ້ກເຖີງ 1.4 ກິໂລ ແລະ ຈະມີຂະໜາດຄົງທີ່.ສະໝອງເຕີບໂຕໄດ້ເພາະໃຊ້ພະລັງງານຈາກອາກາດທີ່ເຮົາຫາຍໃຈເຂົ້າໄປ 20% ແລະ ໃຊ້ເລືອດລໍ່ລ້ຽງເຖິງ 15% ຂອງເລືອດທັງໝົ້ດໃນຮ່າງກາຍ.

4 ຂະບວນການຄິດ

ນັກວິທະຍາສາດພິສູດແລ້ວວ່າອະລິຍາບົດຕ່າງໆ ມີຜົນຕໍ່ການຄິດ ແລະ ການຕັດສິນໃຈຂອງມະນຸດ. ການນອນຄິດຈະເຮັດໃຫ້ຄວາມຄິດກວ້າງໄກ, ການຢືນຈະເຮັດໃຫ້ຄວາມຄິດແຄບລົງ ສາມາດຕັດສິນໃຈໄດ້ໄວຂຶ້ນ, ສ່ວນການນັ້ງເປັນອະລິຍະບົດທີ່ເໝາະກັບການຕັດສິນໃຈທີ່ບໍ່ຮິບຮ້ອນເກີນໄປ

5 ຂະບວນການຂອງຜົມຍາວ

ໂດຍປົກກະຕິໃນ 1 ອາທິດຜົມຈະຍາວອອກມາ 2​ ມິນລິແມັດໃນໜຶ່ງມື້ຈະມີຊ່ວງຂອງຜົມງອດໄດ້ດີ 2 ຊ່ວງຄືລະຫວ່າງ ເລວາ 10:00 – 11:00 ນາທີ ແລະ 16:00 – 18:00ນາທີ, ແຕ່ບໍ່ຕ້ອງເອົາແວ່ນໄປສ່ອງເບິ່ງດອກເພາະການຍາວອອກຂອງເສັ້ນຜົມແມ່ນເຮົາບໍ່ສາມາດເບິ່ງຫັນໄດ້.

6 ເສັ້ນຂົນແຂງແຮງ

ໂດຍສະເລ່ຍແລ້ວຄົນເຮົາຈະມີເສັ້ນຂົນປະມານ 5 ລ້ານເສັ້ນທົ່ວຮ່າງກາຍຍົກເວັ້ນບໍ່ລິເວັນ ຮີມສົບຝາມື ແລະ ຝາຕີນ. ເສັ້ນຂົນທີ່ແຂງແຮງທີ່ສຸດຄືໜວດ ເຊື່ອບໍ່ວ່າໜວດແຂງແຮງເກືອບເທົ້າໆກັບລວດທອງແດງທີ່ມີຂະໜາດເທົ້າກັນກັບໜວດ.

7 ຕາແຫຼມຄົມ

ຕາຂອງແຫຼວສາມາດເບິ່ງເຫັນແມງວັນທີ່ຢູ່ໄລຍະຫ່າງເຖິງ ເຄິ່ງໄມລ໌ໄດ້,  ສ່ວນເສືອດາວກໍ່ສາມາດເບິ່ງເຫັນຄົນກະພິບຕາໄນໄລຍະ 100 ຫລາໄດ້ ແລະ ຕາຂອງຄົນເຮົາກໍ່ມີຄວາມພິເສດເຊັນດຽວກັນເພາະສາມາດແຍກຄວາມແຕກຕ່າງຂອງສີໄດ້ຫຼາຍເຖິງ 17.000 ສີ.

8 ຕາທີ່ສາມ

ທ່ານຜູ້ອ່ານເຊື່ອບໍ່ວ່າມະນຸດເຮົາມີສາຍຕາທີ່ 3 ນີ້ກໍ່ຄືຕ່ອມໄພເນຍລ໌ ຊຶ່ງຢູ່ດ້ານຫຼັງຂອງກະໂຫຼກຫົວ ພາຍໃນຕອມມີສານເຄມີທີ່ມີຊື່ວ່າເຊໂຣໂຕມິນຢູ່ເປັນຈໍນວນຫຼາຍ ເຊື່ອກັນວ່າສານຊະນິດນີ້ສົ່ງຜົນໃຫ້ມະນຸດມີການຄິດຢ່າງສົມເຫດສົມຜົນ. ນັກວິທະຍາສາດຈຶ່ງປຽບທຽບຕ່ອມນີ້ວ່າ ເປັນຕາທີ່ 3 ຂອງມະນຸດ.

9 ຮັດເຊ່ຍ! (ຈາມ)

ເມື່ອມີສິ່ງອຶ່ນໆເຂົ້າມາລົບກວນໃນຮູດັ່ງເຮັດໃຫ້ດັ່ງຂອງເຮົາເກີດການລະຄາຍເຄືອງ(ຄັນ) ເຮົາຈະຈາມອອກມາໂດຍອັດຕະໂນມັດ ທຸກຄັ້ງ ທີ່ເຮົາຈາມຈະມີນໍ້າລາຍຟົ້ງກະຈາຍອອກມາເຖິງ 100.000 ເມັດ ດ້ວຍອັດຕາຄວາມໄວ 152 ຟຸດ ຕໍ່ວິນາທີ.

10 ຮີມປາກ

ທ່ານເຄີຍສັງເກດບໍ່ວ່າ ເປັນຫຍັງຮີມປາກຂອງເຮົາຈຶ່ງມີສີແດງ ຫຼາຍກວ່າພາກສ່ວນອຶ່ນໆຂອງຮ່າງກາຍ. ທີ່ເປັນເຊັ່ນນັ້ນກໍ່ເພາະ ຜິວໜັງບໍລິເວັນຮີບປາກບາງກວ່າພາກສ່ວນອຶ່ນໆ ນັ້ນເອງ ຈຶ່ງເຮັດໃຫ້ເບິ່ງເຫັນສີແດງຂອງເລືອດທີ່ຢູ່ໃຕ້ຜິວໜັງໄດ້

11 ຍິ້ມແຍ້ມ

ຮ່າງກາຍຂອງຄົນເຮົາປະກອບດ້ວຍກ້າມເນື້ອປະມານ 650 ມັດ ຫາກເຮົາໜ້າບູດ ຈະຕ້ອງໃຊ້ກ້າມເນື້ອປະມານ 400 ມັດ ໃນຂະນະທີ່ການຍີ້ມໃຊ້ກ້າມເນື້ອພຽງ 15 ມັດເທົ້ານັ້ນ ແລະ ພະລັງງານທີ່ໃຊ້ກໍ່ໜ້ອຍກວ່າການຍິກຄິ້ວ 1 ຄັ້ງອີກ ເຊື່ອກັນວ່າການຍິກຄິ້ວເຖິງ 200.000 ຄັ້ງຈະເຮັດໃຫ້ເກີດຮອຍຕີນກາ 1 ຮອຍ.

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...