spot_img
Homeນານາສາລະ5 ສາ​ເຫດ​ແຫ່ງ​ການ​ຢ່າຮ້າງ

5 ສາ​ເຫດ​ແຫ່ງ​ການ​ຢ່າຮ້າງ

Published on

sex_broken-couple_1

       ຫາກ​ຄວາມ​ຮັກ​ຂອງ​ເຈົ້າ​ເລີ່ມ​ຕົ້ນ​ຢ່າງ​ສວຍງາມ ແຕ່ງ​ງານ​ກັນ​ຢ່າງ​ມີຄວາມສຸກ ແຕ່​ກັບ​ກຳ​ລັງ​ຈະ​ຈົບ​ລົງ ດ້ວຍ​ການ​ຢ່າຮ້າງ

1 . ການ​ນອກ​ໃ ເລື່ອງ​ທຳອິດຄົງ​ຈະໜີ​ບໍ່​ພົ້ນ​ການ​ນອກ​ໃຈ ການ​ທີ່​ຄົນ​ໃດ​ຄົນ​ນຶງ​ປັນ​ໃຈ​ໃຫ້​ຄົນ​ອື່ນ ແນ່ນອນ​ເມື່ອ​ເປັນ​ເຊັ່ນ​ນັ້ນ​ແປ​ວ່າ​ຄວາມ​ຮັກ ຄວາມ​ຊື່ສັດ ນ້ອຍ​ລົງ​ ຫລື​ ແທບ​ຈະ​ບໍ່​ເຫລືອ ເຮັດໃຫ້​ຄວາມ​ຮັກ​ຕໍ່​ໃຫ້​ສ້າງ​ກັນ​ມາ​ດົນ​ຊ່ຳໃດ​ຍ່ອມ​ລົ່ມ​ສະ​ຫລາຍ​ລົງ​ໄດ້ ບໍ່​ວ່າ​ຈະ​ມີ​ເຫດຜົນ​ຕໍ່​ຈາກ​ການ​ນອກ​ໃຈ​ນັ້ນ​ ຫລື​ ບໍ່​ກໍ​ຕາມ

2.ຄວາມ​ແຕກ​ຕ່າງ​ກັ ເລິ່ມຮັກຄັ້ງທຳອິດ​ ເຈົ້າ​ອາດ​ຕັ້ງ​ໃຈ​ທີ່​ຈະ​ປັບ​ຕົວ ປັບ​ສະຖານ​ະ ປັບ​ທັດ​ສະນະຄະຕິ​ໃຫ້​ຄືກັນ, ເຂົ້າ​ກັນ ເພື່ອ​ໃຫ້​ຊີວິດ​ຄູ່​ຂອງ​ເຈົ້າ​ເຂົ້າ​ກັນ​ໄດ້ ແລະ ​ລົງ​ເອີຍ​ນຳກັນ​ໄດ້​ດີ ແຕ່​ຫາກ​ການ​ປັບ​ຕົວ​ເຫລົ່າ​ນັ້ນ ເປັນ​ການ​ຝືນ​ຕົວ​ເອງ ດັ່ງ​ນັ້ນ​ມື້​ໜຶ່ງ​ຕົວ​ຕົນ ຄວາມ​ຄິດ​ທີ່​ເປັນ​ເຈົ້າ​ມັນ​ຕ້ອງ​ກັບ​ຄືນ​ມາ ແລ້ວ​ຕອນ​ນີ້​ເອງ ເຮັດໃຫ້​ບໍ່​ວ່າ​ເຈົ້າ​ຈະ​ຕ້ອງ​ຄິດ​ເລື່ອງ​ຫຍັງ,ເລື່ອງ​ນ້ອຍ, ເລື່ອງ​ໃຫຍ່ ມັນ​ກັບ​ເປັນ​ເລື່ອງ​ທີ່​ເຈົ້າ​ເຫັນ​ຕ່າງ​ກັນ​ຢ່າງ​ສິ້ນ​ເຊີງ

3.ເລື່ອງ​ເງີນ​ເລື່ອງ​ຄຳ ເພາະ​ເງີນ​ຄຳ​ນັ້ນ​ໝາຍ​ເຖິງ​ການ​ຕ້ອງ​ໃຊ້​ຈ່າຍ​ດຳ​ລົງ​ຊີວິດ​ປະຈຳວັນ ດັ່ງ​ນັ້ນ​ຫາກ​ເງີນ​ເປັນ​ບັນຫາ​ຂອງ​ຄູ່​ຮັກ​ຂອງ​ເຈົ້າ​ຂຶ້ນ​ມາ​ຕອນໃດ ຄົງ​ຈະບໍ່ແມ່ນ​ເລື່ອງ​ຍາກ​ທີ່​ຈະ​ເຮັດໃຫ້​ເຈົ້າ​ຕ້ອງ​ຜິດ​ໃຈ​ກັນ ອາດຈະ​ດ້ວຍ​ເລື່ອງ ຝ່າຍ​ໃດ​ຝ່າຍ​ໜຶ່ງ​ບໍ່​ຫາ​ເງີນ​ເພື່ອ​ໃຊ້​ຈ່າຍ ເຮັດໃຫ້​ອີກ​ຝ່າຍ​ຕ້ອງ​ລຳ​ບາກ​ດິ້ນຮົນ​ຫາ​ເງີນ​ຢູ່​ຝ່າຍ​ດຽວ ຫລື ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ເຄີຍ​ລ້ຳລວຍ​ມາ​ກ່ອນ ຈົນ​ວັນທີ່​ເງີນ​ຄ່ອຍ​ໆໝົດ​ລົງ ກໍ​ເໝືອນ​ຄວາມ​ຮັກ​ໝົດ​ລົງ​ໄປ​ນຳນັ້ນ​ເອງ

4.ຂາດ​ການ​ສື່​ສາ​ກັ ການ​ສື່​ສານ​ເປັນ​ກຸນ​ແຈ​ສຳຄັນ​ສຳລັບ​ຄວາມ​ສຳພັນ​ຂອງ​ຄູ່​ຮັກ ການ​ຂາດ​ການ​ສື່​ສານ​ທີ່​ເໝາະ​ສົມ​ສາມາດ​ນຳ​ໄປ​ສູ່​ຄວາມ​ເສື່ອມ​ຂອງ​ຄວາມ​ສຳພັນ​ຮັກ ລະຫວ່າງ​ເຈົ້າ​ທັງ​ສອງ​ແລະ​ເປັນ​ສາ​ເຫດ​ໃຫ້​ເກີດ​ຄວາມ​ເຂົ້າໃຈ​ຜິດ​ໄດ້ ຄູ່​ຮັກ​ອາດ​ເລີ່ມ​ຕີ​ຕົວ​ອອກ​ຫ່າງ​ຈາກ​ກັນ​ແລະ​ອາດ​ມີ​ການ​ຄິດ​ເລື່ອງ​ຂອງ​ການ​ຢ່າຮ້າງ​ຂຶ້ນ ຫາກ​ຄູ່​ຮັກ​ນັ້ນ​ບໍ່​ມີ​ການ​ສື່​ສານ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ພາບ

5.ເປົ້າ​ໝາຍ​ໃນ​ຊີວິດ​ທີ່​ແຕກ​ຕ່າງ​ກັ ເປົ້າ​ໝາຍ​ໃນ​ຊີວິດ​ຂອງ​ຄູ່​ຜົວເມຍ​ແຕກ​ຕ່າງ​ກັນ ອາດ​ນຳ​ມາ​ຊຶ່ງ​ຄວາມ​ຂັດ​ແຍ້ງ​ໄດ້​ງ່າຍ ເມຍ​ຢາກ​ໃຫ້​ຜົວ​ຊ່ວຍ​ວຽກ​ບ້ານ ​ແລະ ຊ່ວຍ​ລ້ຽງ​ລູກ ແຕ່​ຜົວ​ພັດເບິ່ງ​ວ່າ​ສິ່ງ​ນັ້ນ​ເປັນ​ຫນ້າທີ່​ຂອງ​ເມຍ ເມື່ອ​ຕ່າງ​ຝ່າຍ​ຕ່າງ​ຄາດ​ຫວັງ​ໃຫ້​ອີກ​ຝ່າຍ​ປັບ​ຕົວ ຫາກ​ສຸດ​ທ້າຍ​ບໍ່​ມີ​ໃຜ​ຍອມ​ເສຍ​ສະລະ ຫລື​ ເອົາ​ແຕ່ເບິ່ງ​ວ່າ​ອີກ​ຝ່າຍ​ເຫັນ​ແກ່​ຕົວ ກໍ​ຈະ​ເຮັດໃຫ້​ເກີດ​ການຜິດຖຽງກັນ​ໄດ້​ງ່າຍ ຄວາມ​ສຳພັນ​ກໍ​ອາດ​ສັ່ນ​ຄອນ​ໄດ້

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...