spot_img
Homeຂ່າວການພັດທະນາເສັ້ນທາງສູ່ການພັດທະນາຂອງ ສ.ປ.ປ ລາວ

ເສັ້ນທາງສູ່ການພັດທະນາຂອງ ສ.ປ.ປ ລາວ

Published on

   02.1tn_2

#ມາດຖານໃນການເຂົ້າເປັນ ແລະ ຫລຸດພົ້ນອອກຈາກ ປະເທດດ້ອຍພັດທະນາ

ຕາຕະລາງທີ 2: ມາດຖານໃນການເຂົ້າເປັນແລະ ຫລຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາທຸກໆສາມປີຈະມີການທົບທວນລາຍຊື່ ບັນດາປະເທດດ້ອຍພັດທະນາ ໂດຍອີງໃສ່ ສາມມາດຖານ. ໃນການທົບທວນດັ່ງກ່າວ ຈະມີການພິຈາລະນາ ຄວາມເປັນໄປໄດ້ໃນການເພີ່ມປະເທດໃດຫນຶ່ງເຂົ້າໃນບັນຊີລາຍຊື່ ປະເທດດ້ອຍພັດທະນາ, ແລະ ພິຈາລະນາ ຄວາມເປັນໄປໄດ້ຂອງປະເທດໃດຫນຶ່ງໃນການຫລຸດພົ້ນຈາກສະຖານະພາບດ້ອຍພັດທະນາ. ຂີດຫມາຍຂອງສາມມາດຖານ ໃນການເຂົ້າເປັນແມ່ນແຕກຕ່າງກັບ ຂີດຫມາຍ ຂອງ ການຫລຸດພົ້ນ. ສາມມາດຖານທີ່ກ່າວເຖິງແມ່ນມີຄືດັ່ງລຸ່ມນີ້:
  • 1 ມາດຖານລາຍຮັບທີ່ຕໍ່າ, ອີງຕາມການຄາດຄະເນ ຄ່າສະເຫລ່ຍສາມປີ ຂອງລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI). ການທົບທວນ ໃນ2012 ຄາດວ່າ ສ.ປ.ປ ລາວ ສາມາດບັນລຸໄດ້ 77% ຂອງ US$1,190 ເຊິ່ງເປັນຂີດຫມາຍຂອງການຫລຸດພົ້ນທີ່ໄດ້ກຳນົດໄວ້;
  • 2 ມາດຖານຄວາມອ່ອນແອທາງດ້ານຊັບສິນມະນຸດ, ອີງຕາມດັດສະນີທາງດ້ານໂພສະນາການ, ສາທາລະນະສຸກ (ອັດຕາການຕາຍຂອງເດັກ), ອັດຕາການເຂົ້າຮຽນຂອງໃນລະດັບມັດທະຍົມ, ອັດຕາການຮູ້ຫນັງສື ຂອງຜູ້ໃຫຍ່. ໃນປີ 2012 ສ.ປ.ປ ລາວໄດ້ບັນລຸ 93% ຂອງມາດຖານດັ່ງກ່າວ;
  • 3 ມາດຖານຄວາມອ່ອນໄຫວ (ຄວາມບອບບາງ) ທາງດ້ານເສດຖະກິດ, ອີງຕາມດັດສະນີຜົນກະທົບ ແບບກະທັນຫັນ ທາງດ້ານ ທຳມະຊາດ ແລະ ທີ່ພົວພັນເຖິງດ້ານການຄ້າ, ອັດຕາສ່ວນຂອງປະຊາກອນທີ່ດຳລົງຊີວິດລຽບຕາມແຄມທະເລ, ຄວາມຈຳກັດ ຫລື ບໍ່ຫລາກຫລາຍຂອງເສດຖະກິດ (ດ້ານການຜະລິດ ແລະ ການສົ່ງອອກ), ຄວາມຫ່າງໄກ (remoteness) ແລະ ຂະຫນາດຂອງປະເທດທີ່ນ້ອຍ (smallness). ໃນປີ 2012, ສ.ປ.ປ ລາວ ບັນລຸ 86% ຂອງມາດຖານດັ່ງກ່າວ.

ບັນຊີລາຍຊື່ຂອງປະເທດດ້ອຍພັດທະນາແມ່ນຖືກທົບທວນຄືນ ທຸກໆສາມປີໂດຍອົງການ

ສ.ປ.ຊ. ການທົບທວນ ຄັ້ງຫລ້າສຸດແມ່ນໄດ້ຈັດຂຶ້ນໃນເດືອນມີນາ ປີ2012 ໂດຍຄະນະກໍາມະການນະໂຍບາຍພັດທະນາຂອງອົງການ ສ.ປ.ຊ. ມາດຖານທີ່ນຳໃຊ້ໃນປະຈຸບັນ ເພື່ອເຂົ້າເປັນ ແລະ ຫລຸດພົ້ນຈາກປະເທດດ້ອຍພັດທະນາ ພ້ອມກັບຄວາມຄືບຫນ້າ ຂອງ ສ.ປ.ປ ລາວໃນການຫລຸດພົ້ນແມ່ນໄດ້ຖືກລະບຸໃນຕາຕະລາງທີ 2. ໃນທຸກໆຄັ້ງຂອງ ການທົບທວນບັນດາລາຍຊື່ປະເທດດ້ອຍພັດທະນາ, ຈະມີການທົບທວນ ແລະ ກຳນົດຂີດຫມາຍການຫລຸດພົ້ນ ຂອງແຕ່ລະມາດຖານ, ເຊິ່ງມາດຖານຂອງການຫລຸດພົ້ນປະກອບດ້ວຍ ສາມມາດຖານຫລັກ. ຫລັກການຂອງ ການຫລຸດພົ້ນ ຂອງອົງການ ສ.ປ.ຊ ໄດ້ກຳນົດໄວ້ວ່າ ເພື່ອຈະຖືກພິຈາລະນາວ່າປະເທດໃດຫນຶ່ງມີ ເງື່ອນໄຂເບື້ອງຕົ້ນໃນການຫລຸດພົ້ນ, ປະເທດດັ່ງກ່າວຕ້ອງບັນລຸໄດ້ຢ່າງຫນ້ອຍສອງໃນສາມຂີດຫມາຍການຫລຸດພົ້ນ ໃນສອງຄັ້ງຂອງການທົບທວນຕິດຕໍ່ກັນປັນ

ຢ່າງຫນອ້ຍ.

ສ.ປ.ປ ລາວແມ່ນຍັງບໍ່ທັນບັນລຸໄດ້ ມາດຖານໃດຫນຶ່ງໃນສາມມາດຖານດັ່ງກ່າວ. ອີງຕາມການຄາດຄະເນ ຄັ້ງຫລ້າສຸດໂດຍອົງການ ສ.ປ.ຊ, ຖ້າຫາກວ່າການພັດທະນາດ້ານເສດຖະກິດສັງຄົມຂອງສປປ ລາວ ມີຄວາມກ້າວຫນ້າຢ່າງຕໍ່ເນື່ອງ, ໃນປີ2015 ສປປ ລາວ ອາດສາມາດບັນລຸຢ່າງຫນ້ອຍສອງໃນສາມຂີດຫມາຍຂອງການຫລຸດພົ້ນແລະ ມີເງື່ອນໄຂເບື້ອງຕົ້ນສຳລັບການຫລຸດພົ້ນ. ຖ້າວ່າຄວາມຄືບຫນ້າໃນລະດັບດຽວກັນ ຫລື ລະດັບທີ່ສູງກວ່າແມ່ນຍັງສືບຕໍ່ ຮອດປີ 2018, ສ.ປ.ປ ລາວຈະມີ ເງື່ອນໄຂຄົບຖ້ວນ ໃນການຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາແລະ ໂດຍປົກກະຕິແມ່ນຈະໄດ້ຖືກສະເຫນີ ໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ຫລັງຈາກນັ້ນ ສະພາເສດຖະກິດ ແລະ ສັງຄົມ ຂອງອົງການ ສ.ປ.ຊ (ECOSOC) ແລະ ກອງປະຊຸມສະມັດຊາໃຫຍ່່ ສ.ປ.ຊ ກໍ່ຈະຮັບຮອງເອົາການສະເຫນີດັ່ງກ່າວ. ຈາກນັ້ນໄລຍະຂ້າມຜ່ານກໍ່ຈະເລີ່ມໃນທ້າຍປີ 2018 ແລະ ການຫລຸດພົ້ນອອກຈາກສະຖານະພາບປະເທດ ດ້ອຍພັດທະນາຢ່າງເປັນທາງການຈະເກີດຂຶ້ນຫລັງຈາກສິ້ນສຸດໄລຍະຂ້າມຜ່ານ

(ແຫລ່ງຂໍ້ມູນ: ອົງການສະຫະປະຊາຊາດດ້ານການຄ້າ ແລະ ການພັດທະນາ
(UNCTAD), ປີ2012)

ຂອບໃຈຂໍ້ມູນດີໆ ຈາກ: http://neri.gov.la

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...