Homeຂ່າວການພັດທະນາຄວາມຍາວ 376 ກິໂລແມັດ ແຂວງຊຽງຂວາງ ຜ່ານແບບ ແລະ ຮັບຮອງເອົາ ແລວທາງທີ 3 ໃນການກໍ່ສ້າງເສັ້ນທາງດ່ວນ ນະຄອນຫຼວງ-ໄຊສົມບູນ-ຊຽງຂວາງ-ຫົວພັນ.

ຄວາມຍາວ 376 ກິໂລແມັດ ແຂວງຊຽງຂວາງ ຜ່ານແບບ ແລະ ຮັບຮອງເອົາ ແລວທາງທີ 3 ໃນການກໍ່ສ້າງເສັ້ນທາງດ່ວນ ນະຄອນຫຼວງ-ໄຊສົມບູນ-ຊຽງຂວາງ-ຫົວພັນ.

Published on

ກອງປະຊຸມຜ່ານແບບ, ຮັບຮອງແບບການກໍ່ສ້າງເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ໄຊສົມບູນ-ຊຽງຂວາງ-ຫົວພັນ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ບົວເງິນ ຫຸມໄຊຍະພົມ ປະທານຄະນະກຳມະການປົກຄອງແຂວງຊຽງຂວາງ ພ້ອມດ້ວຍການນຳ, ພາກສ່ວນທີ່ກ່ຽວຂອງຂອງແຂວງ, ເມືອງ ແລະ ຄະນະຂອງບໍລິສັດທີ່ອອກແບບກໍ່ສ້າງເສັ້ນທາງດ່ວນ ເຂົ້າຮ່ວມ.

ທ່ານ ບົວຈັນ ອວນສະຫວັນ ຜູ້ອຳນວຍການໂຄງການທາງດ່ວນ ຂອງກຸ່ມບໍລິສັດພົງສະຫວັນ ຈຳກັດ ໄດ້ລາຍງານການອອກແບບການກໍ່ສ້າງເສັ້ນທາງດ່ວນດັ່ງກ່າວ, ຊຶ່ງລວມມີ 3 ແບບແລວເສັ້ນທາງໃຫ້ເລືອກ

ແລວທາງທີ 1: ແຕ່ເມືອງອະນຸວົງ-ລ້ອງແຈ້ງ-ຊຳທອງ-ເຂົ້າເຂດແຂວງຊຽງຂວາງ, ເມືອງຜາໄຊ-ອ້ອມຕົວເມືອງໂພນສະຫວັນ-ບ້ານຮວກ-ໜອງເປັດ-ບ້ານພູເມືອງ-ບ້ານຊຽງມີ-ບ້ານພົງຍົມ-ສົບມ້າ-ວັງຄຳ-ສົບແຕນ-ບ້ານນາ-ນ້ຳເປີ້ນ-ບ້ານຄ້ອງ-ນ້ຳເນີນ-ພູເລົາ, ຄວາມຍາວປະມານ 438 ກມ

ແລວທາງທີ 2: ແຕ່ເມືອງອະນຸວົງ-ນ້ຳອອມ-ບ້ານວຽງທອງ-ເຂື່ອນໄຟຟ້ານ້ຳງຽບ-ແກ່ວຫຼວງ-ບ້ານໄຮ່-ລາດຮ່ວງ-ບ້ານນາວຽງ-ບ້ານຮວກ-ບ້ານໜອງເປັດ-ບ້ານພູເມືອງ-ບ້ານຊຽງມີ-ບ້ານພົງຍົມ-ບ້ານຫົວນາ-ພຽງພົງ-ນ້ຳເນີນ-ພູເລົາ ຄວາມຍາວປະມານ 398 ກິໂລແມັດ

ແລວທາງທີ 3: ແຕ່ ເມືອງອະນຸວົງ-ບ້ານນ້ຳອອມ-ບ້ານວຽງທອງ-ເມືອງຄູນ-ລາດຮ້ວງ-ບ້ານນາວຽງ-ບ້ານຮວກ-ບ້ານໜອງເປັດ-ບ້ານພູເມືອງ-ບ້ານບານ-ບ້ານນ້ຳມັນ-ໄປຕາມທາງເລກ 1C-ນ້ຳເນີນ-ພູເລົາ, ຄວາມຍາວປະມານ 376 ກິໂລແມັດ, ຊຶ່ງເປັນແລວທາງສັ້ນກວ່າ 2 ເສັ້ນຂ້າງເທິງ ແລະ ຖືເສັ້ນນີ້ເປັນທາງເລືອກຂອງການສຶກສາຄວາມເປັນໄປໄດ້. ທັງນີ້ກໍເພື່ອໃຫ້ແຂວງຈົ່ງສະໜອງຂໍ້ມູນໃຫ້ບໍລິສັດ ເປັນຕົ້ນ ດິນສະຫງວນ, ແຫຼ່ງທ່ອງທ່ຽວ ແລະ ເນື້ອທີ່ປ່າໄມ້. ພ້ອມນີ້, ຄະນະນຳແຂວງຊຽງຂວາງ ຍັງໄດ້ປຶກສາຫາລື ຄົ້ນຄວ້າ ເປັນເອກະພາບຕົກລົງຮອງຮັບເອົາແລວເສັ້ນທາງທີ3.

ທ່ານ ບົວເງິນ ຫຸມໄຊຍະພົມ ໄດ້ມີຄຳເຫັນວ່າ: ແຂວງຊຽງຂວາງຕົກລົງເອົາແລວທາງທີ 3 ໂດຍມອບໃຫ້ທາງບໍລິສັດ ປະສານງານນຳສູນກາງ ແຂວງ ເພື່ອຈັດຕັ້ງປະຕິບັດວຽກງານການກໍ່ສ້າງ ບັນດາໂຄງການປິ່ນອ້ອມຂອງບໍລິສັດ ໃຫ້ຄົ້ນຄວ້າແຜນຕື່ມອີກ ໃນການສຳຫຼວດສ້າງທາງດ່ວນຈາກທາງດ່ວນເຂດເມືອງຄຳ ອອກສູ່ດ່ານສາກົນນ້ຳກັ່ນ, ພ້ອມທັງມອບໃຫ້ບັນດາພະແນກການ ຮ່ວມມືແລກປ່ຽນຂໍ້ມູນ ແຜນຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມ ທ່າແຮງບົ່ມຊ້ອນຂອງແຂວງ ກັບບໍລິສັດ ເພື່ອໃຫ້ໂຄງການດັ່ງກ່າວໄດ້ ລົງມືກໍ່ສ້າງໂດຍໄວ.

ແຫຼ່ງຂໍ້ມູນ: ປະເທດລາວ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...