spot_img
Homeຄວາມງາມ5 ຢ່າງສຳລັບຜູ້ມັກໃສ່ຄອນເທັກເລນ ຫ້າມເຮັດ

5 ຢ່າງສຳລັບຜູ້ມັກໃສ່ຄອນເທັກເລນ ຫ້າມເຮັດ

Published on

Woman applying contact lenses

ເຮົາ​ເຊື່ອ​ວ່າ​ຄົົນທີ່​ໃສ່​ຄອນ​ເທັກ​ເລນ​ນັ້ນ​ເຄີຍ​ມີ​ພຶດຕິກຳ​ສ່ຽງໆ ທີ່​ອາດ​ເຮັດໃຫ້​ເກີດ​ອັນຕະລາຍ​ກັບ​ດວງ​ຕາ​ໄດ້

  1. ຖອດ​ຄອນ​ແທກ​ເລນ​ແລ້ວ​ແຊ່​ນ້ຳ​ຢາ​ທັນ​ທີ ບໍ່​ຄວນ​ເປັນ​ຢ່າງ​ຍິ່ງ​ຮູ້​ບໍ ເຮົາ​ຄວນ​ລ້າງ​ໂດຍ​ການ​ຢອດ​ນ້ຳ​ຢາ​ລ້າງ​ຄອນ​ເທັກ​ເລນ​ໃຫ້​ທົ່ວ​ຕົວ​ຄອນ​ເທັກ​ເລນກ່ອນ ເພື່ອ​ເປັນ​ການ​ຊຳ​ລະ​ລ້າງ​ສິ່ງ​ສົກກະປົກ​ທີ່​ຕິດ​ຢູ່​ອອກ​ໃຫ້​ໝົດ ຈາກ​ນັ້ນ​ຈຶ່ງ​ຄ່ອຍ​ນຳ​ໄປ​ແຊ່​ໃນ​ກັບ
  1. ໃຊ້​ເກີນ​ກຳ​ນົດ ບໍ່​ວ່າ​ຈະ​ເປັນ​ຄອນ​ເທັກ​ເລນ​ແບບ​ລາຍ​ມື້ ລາຍ​ເດືອນ ຫລື ​ລາຍ​ປີ ເມື່ອ​ເຖິງ​ກຳນົດ​ທີ່​ຈະ​ຕ້ອງ​ປ່ຽນ ກໍ​ຄື​ຕ້ອງ​ປ່ຽນ​
  2. ເຊັດ​ມື​ກ່ອນ​ໃສ່ ​ຫລື ​ຖອດ​ຄອນ​ເທັກ​ເລນ ບໍ່ຄວນ​ເຊັດ​ມື​ໃຫ້​ແຫ້ງ ຫລາຍໆ ຄົນ​ລ້າງ​ມື​ໃຫ້​ສະ​ອາດ​ດີ​ຢູ່​ແລ້ວ ແຕ່​ກັບ​ມາ​ເຊັດ​ໃຫ້​ແຫ້ງ​ດ້ວຍເຈ້ຍອານາໄມ, ຜ້າ​ເຊັດ​ມື ຫລື ​ເຊັດທີ່​ເສື້ອ​ຜ້າ ທີ່​ເຮົາ​ຫ້າມ​ເຊັດ​ກໍ​ເພາະ​ສິ່ງເຫລົ້ານີ້​ຈະ​ມີ​ຝຸ່ນ ມີ​ເຊື້ອ​ພະຍາດ​ຕິດ​ຢູ່ ເພາະ​ສະ​ນັ້ນ ບໍ່​ຕ້ອງ​ຊັບ ​ຫລື ​ເຊັດ​ມື​ໃຫ້​ແຫ້ງ​ ໃສ່ ​ຫລື ​ຖອດ​ດ້ວຍ​ນິ້ວ​ມື​ທີ່​ປຽກ​ນັ້ນ​ແຫລະ​
  3. ເຄືອງ​ຕາ ແຕ່​ກໍ​ບໍ່​ຍອມ​ຖອດ​ຄອນເທັກເລນ ຫາກ​ເຄືອງ​ຕາ​ເພາະ​ຝຸ່ນ​ເຂົ້າ ເຮົາ​ຄວນ​ຖອດ​ອອກ​ມາ​ລ້າງ​ແລ້ວ​ແຊ່​ນ້ຳ​ຢາ​ລ້າງ​ຄອນ​ເທັກ​ເລນ​ ປະ​ໄວ້​ປະມານເຄຶ່ງ​ຊົ່ວ​ໂມງແລ້ວ​ຄ່ອຍ​ນຳ​ມາ​ໃສ່​ອີກ​ຄັ້ງ
  1. ໃສ່​ເກີນ 8 ຊົ່ວ​ໂມງ​ຕໍ່​ມື້ ການ​ໃສ່​ຄອນ​ເທັກ​ເລນຕິດ​ຕໍ່​ກັນ​ເປັນ​ລະ​ຍະ​ເວລາ​ດົນ​ເຖິງ 8 ຊົ່ວ​ໂມງ​ ຫລື ​ຫລາຍກວ່າ​ນັ້ນ ອາດຈະ​ເຮັດໃຫ້​ຕາ​ອັກ​ເສບ​ເນື່ອງ​ຈາກ​ເຊື້ອ​ພະຍາດໄດ້

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...