spot_img
Homeກອງປະຊຸມລັດຖະບານເປີດກວ້າງຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ທີ່ຈັດຂຶ້ນໃນລະຫວ່າງ ວັນທີ 12-13 ມັງກອນ 2026

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ທີ່ຈັດຂຶ້ນໃນລະຫວ່າງ ວັນທີ 12-13 ມັງກອນ 2026

Published on

ໃນຕອນແລງຂອງວັນທີ 13 ມັງກອນ 2026 ນີ້, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ, ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 12 ແລະ ປິດລົງໃນຕອນບ່າຍວັນທີ 13 ມັງກອນ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ປະທານຄະນະກຳມະການ ປົກຄອງນະຄອນຫລວງວຽງຈັນ ແລະ ປະທານ-ຮອງປະທານ ຄະນະກຳມະການປົກຄອງ ບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ ທຽບເທົ່າກະຊວງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື: ວາລະທີ 1 ສະຫລຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານໃນຕະຫລອດໄລຍະ 1 ສະໄໝຜ່ານມາ ແລະ ວຽກຈຸດສຸມພົ້ນເດັ່ນ ປີ 2025 ເຫັນວ່າ 5 ປີຜ່ານມາ ເຖິງສະພາບການພາກພື້ນ ແລະ ສາກົນມີການຜັນແປຢ່າງສະຫລັບສັບຊ້ອນ ໂດຍສະເພາະ ບັນຫາຂໍ້ຂັດແຍ່ງຕ່າງໆ, ການແຜ່ລະບາດຂອງພະຍາດ, ໄພທຳມະຊາດ, ບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໄດ້ສົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດໂລກ ໂດຍສະເພາະ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ທັງທາງກົງ ແລະ ທາງອ້ອມ. ແຕ່ດ້ວຍຄວາມພະຍາຍາມ ແລະ ເອົາໃຈໃສ່ນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ ແລະ ດ້ວຍຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງຂອງ ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ສາມາດເຮັດໃຫ້ທົ່ວປະເທດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວສະເລ່ຍ 4,24% (ປີ 2025 ຂະຫຍາຍຕົວ 4,8%), ເກັບລາຍຮັບເຂົ້າງົບປະມານໄດ້ 252 ພັນຕື້ກີບ ເທົ່າກັບ 140% ຂອງແຜນການ 5 ປີ (ປີ 2025 ປະຕິບັດໄດ້ 75,4 ພັນຕື້ກີບ ເທົ່າກັບ 109% ຂອງແຜນການປີ); ແຜນລາຍຈ່າຍ ປະຕິບັດໄດ້ 244 ພັນຕື້ກີບ ເທົ່າກັບ 128% ຂອງແຜນການ 5 ປີ (ປີ 2025 ປະຕິບັດໄດ້ 59,6 ພັນຕື້ກີບ ເທົ່າກັບ 73% ຂອງແຜນການປີ); ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ສຳເລັດຕາມສັນຍາ, ທັງຈຳກັດໄດ້ການກູ້ຢືມໃໝ່ທີ່ບໍ່ມີປະສິດທິຜົນ, ເຮັດໃຫ້ຄວາມກົດດັນ ດ້ານໜີ້ສິນສາທາລະນະຫລຸດລົງເທື່ອລະກ້າວ, ຄວາມໜ້າເຊື່ອຖືດ້ານການເງິນ ຂອງປະເທດ ດີຂຶ້ນເປັນກ້າວໆ; ການຄວບຄຸມລາຄາສິນຄ້າ ແລະ ອັດຕາເງິນເຟີ້ ນັບມື້ດີຂຶ້ນ, ຊຶ່ງໃນປີ 2023 ອັດຕາເງິນເຟີ້ບາງໄລຍະ ຢູ່ໃນລະດັບ 41% ແລະ ໃນເດືອນທັນວາ 2025 ຢູ່ໃນລະດັບ 5,6%, ຮອດປັດຈຸບັນ ຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 6,45 ເດືອນ ແລະ ລາຄາສິນຄ້າ ກໍບໍ່ເໜັງຕີງຫລາຍ; ການຜະລິດເຂົ້າເປືອກ ສາມາດປະຕິບັດໄດ້ ຕາມແຜນທີ່ກຳນົດໄວ້, ຊຶ່ງ 5 ປີໄດ້ 18,9 ລ້ານໂຕນ, ສະເລ່ຍ 3,78 ລ້ານໂຕນ/ປີ; ການສົ່ງອອກ ຜົນຜະລິດກະສິກໍາ 5 ປີ ໄດ້ 8 ພັນລ້ານກວ່າໂດລາສະຫະລັດ ລື່ນແຜນການ 35% (ປີ 2025 ສົ່ງອອກໄດ້ 1.737 ພັນລ້ານໂດລາສະຫະລັດ ລື່ນແຜນການ 15%); ສາມາດລະດົມທຶນທົ່ວສັງຄົມໄດ້ 387 ພັນຕື້ກີບ ເທົ່າກັບ 189% ຂອງແຜນການ 5 ປີ (ປີ 2025 ລະດົມໄດ້ 6,25 ພັນຕື້ກີບ ເທົ່າກັບ 100% ຂອງແຜນການປີ); ການລົງທຶນຈາກເອກະຊົນພາຍໃນ ແລະ ຈາກຕ່າງປະເທດ ປະຕິບັດໄດ້ 266 ພັນຕື້ກີບ ເທົ່າກັບ 266% ຂອງແຜນການ 5 ປີ; ການຜະລິດແຮ່ທາດລວມ ປະຕິບັດໄດ້ 169 ພັນຕື້ກີບ, ເທົ່າກັບ 202% ຂອງແຜນການ 5 ປີ; ຈໍາໜ່າຍແຮ່ທາດທັງພາຍໃນ ແລະ ຕ່າງປະເທດ ໄດ້ 13 ພັນລ້ານໂດລາສະຫະລັດ ເທົ່າກັບ 160% ຂອງແຜນການ 5 ປີ (ປີ 2025 ການຜະລິດແຮ່ທາດໄດ້ 44 ພັນຕື້ກີບ, ເທົ່າກັບ 129% ຂອງແຜນການ); ການຜະລິດພະລັງງານໄຟຟ້າໄດ້ 251 ພັນລ້ານກິໂລວັດໂມງ, ເທົ່າກັບ 90,93% ຂອງແຜນການ 5 ປີ, ຄິດເປັນມູນຄ່າ 263 ພັນຕື້ກີບ, ເທົ່າກັບ 186% ຂອງແຜນການ 5 ປີ, ສົ່ງອອກກະແສໄຟຟ້າ ໄປຕ່າງປະເທດ ໄດ້ 195 ພັນລ້ານກິໂລວັດໂມງ, ເທົ່າກັບ 152% ຂອງແຜນການ 5 ປີ (ປີ 2025 ຜະລິດໄດ້ 56 ພັນລ້ານກິໂລວັດໂມງ, ມູນຄ່າ 73 ພັນຕື້ກີບ); ໄດ້ສຸມໃສ່ປະຕິຮູບລັດວິສາຫະກິດ 32 ຫົວໜ່ວຍ, ໃນນີ້ ສໍາເລັດ 10 ຫົວໜ່ວຍ ແລະ ສືບຕໍ່ປະຕິຮູບ 22 ຫົວໜ່ວຍ; ໄດ້ສຸມໃສ່ກໍ່ສ້າງ-ຍົກລະດັບ-ຟື້ນຟູ ແລະ ບູລະນະສ້ອມແປງພື້ນຖານໂຄງລ່າງຄົມມະນາ ຄົມຂົນສົ່ງ ໃນທົ່ວປະເທດ ຕາມຄວາມສາມາດຂອງງົບປະມານ, ການຂົນຂວາຍແຫລ່ງທຶນຈາກສາກົນ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ເປັນຕົ້ນ ສໍາເລັດການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ເສັ້ນທາງລົດໄຟ ລາວ-ໄທ ໄລຍະ 2, ສາມາດຟື້ນຟູ-ຍົກລະດັບເສັ້ນທາງເລກທີ 13 ໃຕ້, 13 ເໜືອ, ເສັ້ນທາງເລກ 8 ແລະ ເສັ້ນອື່ນໆ ລວມຄວາມຍາວ 400 ກວ່າກິໂລແມັດ; ສໍາເລັດການຂຶ້ນທະບຽນອອກໃບຕາດິນ 796 ພັນກວ່າຕອນ, ເທົ່າກັບ 50% ຂອງແຜນການ 5 ປີ. ໄດ້ສຸມໃສ່ປັບປຸງຄຸນນະພາບການສຶກສາ, ປັບປຸງຫລັກສູດ ແລະ ຮູບແບບການຮຽນ-ການສອນ, ຍົກລະດັບຄວາມສາມາດ ຂອງຄູ-ອາ ຈານ ປະຕິບັດນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາ ການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ສຳເລັດໂດຍພື້ນຖານ; ໄດ້ສຸມໃສ່ປັບປຸງ ແລະ ຍົກລະດັບຕາໜ່າງການບໍລິການ ສາທາລະນະສຸກໃນທົ່ວປະເທດ ໂດຍກໍ່ສ້າງຍົກລະດັບພື້ນຖານໂຄງລ່າງ ແລະ ພັດທະນາບຸກຄະລາກອນທາງການແພດ ທັງຢູ່ສູນກາງ ແລະ ທ້ອງຖິ່ນ; ສຳເລັດໂດຍພື້ນຖານການປັບປຸງກົງຈັກການຈັດຕັ້ງ ຕາມມະຕິຂອງສູນກາງພັກ ເລກທີ 03/ຄບສພ ແລະ ມະຕິຂອງສະພາແຫ່ງຊາດ ເລກທີ 05/ສພຊ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ທັງໄດ້ສຸມໃສ່ສ້າງນິຕິກຳຕ່າງໆ ໃນການສ້າງຕັ້ງ ຕາແສງ ຊຶ່ງມີທັງໝົດ 640 ຕາແສງ ໃນທົ່ວປະເທດ; ໄດ້ເອົາໃຈໃສ່ເພີ່ມທະວີການຮ່ວມມື ກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ໂດຍເປັນເຈົ້າການເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດ ຂອບການຮ່ວມມືຕ່າງໆຂອງສາກົນ, ອັນພົ້ນເດັ່ນແມ່ນສຳເລັດ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມ ສຸດຍອດທີ່ກ່ຽວຂ້ອງ ໄດ້ຮັບຜົນສໍາເລັດອັນຈົບງາມ, ເຮັດໃຫ້ບົດບາດ ແລະ ອິດທິພົນ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງຂຶ້ນກວ່າເກົ່າ, ສາມາດນໍາເອົາຜົນປະໂຫຍດ ແລະ ໝາກຜົນສຳເລັດຕົວຈິງ ມາໃຫ້ປະເທດຫລາຍຂຶ້ນ.

 

ສຳລັບແຜນວຽກຈຸດສຸມ ປີ 2026 ຂອງລັດຖະບານ, ກອງປະຊຸມ ໄດ້ຊີ້ນຳຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນ ຄື: ສຸມໃສ່ປະຕິບັດ 7​ ທິດທາງລວມ, ບັນດາຄາດໝາຍ ແລະ 6 ເປົ້າໝາຍ ທີ່ໄດ້ກໍານົດໃນແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍສະເພາະ ໃຫ້ເສດຖະກິດຂະຫຍາຍຕົວ ສະເລ່ຍ 6% ຕໍ່ປີຂຶ້ນໄປ, ລາຍຮັບສະເລ່ຍຕໍ່ຫົວຄົນ ໃຫ້ໄດ້ 3.104 ໂດລາສະຫະລັດ, ລວມຍອດລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ ໃຫ້ໄດ້ 2.914 ໂດລາສະຫະລັດ ໃນປີ 2030; ສືບຕໍ່ສຸມໃສ່ຮັບປະກັນສະຖຽນ ລະພາບທາງດ້ານການເມືອງ ໃຫ້ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍເອົາໃຈໃສ່ ຈັດຕັ້ງປະຕິບັດແຜນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການສ້າງຮາກຖານ ການເມືອງ-ພັດທະນາຊົນນະບົດ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ, ພ້ອມທັງ ສຸມໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ; ສືບຕໍ່ປະສານສົມ ທົບກັບສະພາແຫ່ງຊາດ ເພື່ອກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ແລະ ແຂວງຊຸດທີ V; ກະກຽມສ້າງແຜນດຳເນີນງານ, ສ້າງລະບຽບການ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ X; ກະກຽມລາຍງານຕໍ່ກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X; ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ກວດກາ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ແຂງແຮງ ແລະ ເປັນຮູບປະທຳຫລາຍຂຶ້ນ; ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຕາມແຜນວຽກຂອງຄະນະ 19/ກມສພ ເປັນຕົ້ນ ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ, ການຄຸ້ມຄອງລາຄາສິນຄ້າ; ສູ້ຊົນເກັບລາຍຮັບງົບປະມານແຫ່ງລັດປີ 2026 ໃຫ້ໄດ້ບໍ່ຫລຸດ 20% ຂອງ GDP ຕາມທິດ ສອຈ, ຕ້ານການຮົ່ວໄຫລຂອງງົບປະມານ, ເລັ່ງແກ້ໄຂໜີ້ສິນສາທາລະນະໃຫ້ຫລຸດລົງ, ປະຕິບັດລາຍຈ່າຍງົບປະມານ ບົນຈິດໃຈປະຢັດ, ສືບຕໍ່ຄຸ້ມຄອງ ອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ໃຫ້ມີສະຖຽນລະພາບ, ປະຕິບັດນະໂຍບາຍຕ່າງໆ ຍົກສູງຄ່າຂອງເງິນກີບ, ສ້າງກົນໄກນໍາໃຊ້ສະກຸນເງິນທ້ອງຖິ່ນເຂົ້າໃນການຊໍາລະສິນຄ້າ ແລະ ບໍລິການ ຢູ່ ສປປ ລາວ ກັບບັນດາປະເທດອ້ອມຂ້າງ ແລະ ປະເທດຄູ່ຄ້າແບບສອງຝ່າຍ; ສືບຕໍ່ສຸມໃສ່ບັນດາໂຄງການພະລັງງານໄຟຟ້າສະອາດ ແລະ ພະລັງງາານໄຟຟ້າທາງເລືອກ, ຍູ້ແຮງການພັດທະນາ ແລະ ລົງທຶນກໍ່ສ້າງສາຍສົ່ງໄຟຟ້າແຮງສູງເຊື່ອມຕໍ່ພາຍໃນ ແລະ ປະເທດອ້ອມຂ້າງ, ສືບຕໍ່ເຂັ້ມງວດໃນການຄຸ້ມຄອງ ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທາດ, ທັງສົ່ງເສີມການປຸງແຕ່ງແຮ່ທາດ ເປັນຜະລິດຕະພັນສຳເລັດຮູບກ່ອນສົ່ງອອກ, ເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງດ້ານສິ່ງແວດລອມໃຫ້ດີ, ປະຕິບັດມາດຕະການເຂັ້ມງວດ ຕໍ່ໂຄງການແຮ່ທາດທີ່ຖືກຈັດ ໃນປະເພດອ່ອນ ແລະ ອ່ອນຫລາຍ​, ສຸມໃສ່ພັດທະນາພື້ນຖານ ໂຄງລ່າງເສັ້ນທາງຄົມມະນາຄົມທາງບົກ, ທາງລາງ, ທາງນໍ້າ ແລະ ທາງອາກາດ ຕາມແລວທາງເສດຖະກິດຕ່າງໆ ໃຫ້ແຂງແຮງ ທົນທານ; ສືບຕໍ່ສຸມໃສ່ປັບປຸງຄຸນນະພາບ ການຮຽນ-ການສອນ ໃນທຸກຊັ້ນທຸກສາຍ, ສືບຕໍ່ປະຕິບັດນະໂຍບາຍແກ້ໄຂການຂາດແຄນຄູ ແລະ ການປະລະການຮຽນ, ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການນໍາໃຊ້ລະບົບ ຫລັກສູດສາມັນສຶກສາ (6+3+3) ໃນສົກຮຽນປີ 2028-2029; ສຸມໃສ່ພັດທະນາແຮງງານໃຫ້ມີສີມື ແລະ ເຂົ້າສູ່ຕະຫລາດແຮງງານທັງພາຍໃນ ແລະ ຕ່າງປະເທດ, ພັດທະນາລະບົບຂໍ້ມູນຂ່າວສານຕະຫລາດແຮງງານທີ່ທັນສະໄໝ; ສືບຕໍ່ເອົາໃຈໃສ່ການປະຕິບັດນະໂຍບາຍ ຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີຕໍ່ພາລະກິດປະຕິວັດຊາດ ປະຊາທິປະໄຕ; ສືບຕໍ່ສຸມໃສ່ປັບປຸງໂຄງລ່າງດ້ານສາທາລະນະສຸກທັງສູນກາງ ແລະ ທ້ອງຖິ່ນ, ຂະຫຍາຍກອງທຶນປະກັນສັງຄົມ ແລະ ປະກັນສຸຂະພາບໃຫ້ຫລາຍຂຶ້ນ, ສະກັດກັ້ນ ແລະ ເຝົ້າລະວັງການແຜ່ລະບາດ ຂອງພະຍາດຕ່າງໆ ຕາມລະດູການ; ສືບຕໍ່ສົ່ງເສີມ ແລະ ອະນຸລັກວັດທະນະທຳ ແລະ ຮີດຄອງປະເພນີຂອງຊາດ, ສືບຕໍ່ຊຸກຍູ້ສົ່ງເສີມການທ່ອງທ່ຽວ, ທັງປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວ ໃຫ້ມີຄວາມສະດວກ ແລະ ປອດໄພ; ສືບຕໍ່ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ບັນດາເຂດຈຸດສຸມ, ຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ໃຫ້ປະຊາຊົນ ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ເຂດພື້ນຖານການປະຕິວັດໃນເມື່ອກ່ອນ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຂອງທ້ອງຖິ່ນໄປຄຽງຄູ່ກັບການ ແບ່ງຂັ້ນຄຸ້ມຄອງ, ການສ້າງ ລະບຽບກົນໄກການເຮັດວຽກ ຂອງອົງການປົກຄອງທ້ອງຖິ່ນ; ສືບຕໍ່ຈັດຕັ້ງປະຕິບັດນິຕິກຳຕ່າງໆ ໃນການສ້າງຕັ້ງຕາແສງໃຫ້ສຳເລັດ; ເລັ່ງປັບປຸງກົນໄກ ແລະ ວິທີການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ສຳເລັດ ແລະ ປິດສຳນວນຄະດີ ໃຫ້ໄດ້ຫລາຍຂຶ້ນ, ສືບຕໍ່ສ້າງ ແລະ ປັບປຸງກົດໝາຍຕາມແຜນທີ່ ສະພາແຫ່ງຊາດຮັບຮອງ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິຜົນສູງຂຶ້ນ; ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດຕ່າງໆ, ຜົນການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳພັກ-ລັດ, ແຜນຮ່ວມມືສອງຝ່າຍກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຂອບການຮ່ວມມືຫລາຍຝ່າຍ ໃນອະນຸພາກພື້ນ ໃຫ້ເປັນຮູບປະທຳຫລາຍຂຶ້ນ; ສືບຕໍ່ເຄື່ອນໄຫວການຕ່າງປະເທດຢ່າງມີໄຫວພິບ ແລະ ທັນສະພາບການ ຮັບປະກັນຜົນປະໂຫຍດຂອງຊາດ ແລະ ບົນຈິດໃຈປະຢັດມັດທະຍັດ.

ວາລະທີ 2 ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາລາຍງານຄວາມຄືບໜ້າ ການຈັດຕັ້ງຜັນຂະຫຍາຍມະຕິວ່າດ້ວຍສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ຮ່າງມະຕິວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະບັບປັບປຸງ; ວາລະທີ 3 ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການກໍານົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2026 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ; ວາລະທີ 4 ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາລາຍງານບັນດາໂຄງການ ທີ່ສໍາຄັນຈຳນວນໜຶ່ງ ຄື: ການອອກແບບ, ກໍ່ສ້າງ, ລະດົມທຶນ ແລະ ດຳເນີນກິດຈະການ ໂຄງການທາງລົດໄຟລາວ-ຫວຽດນາມ ຊ່ວງທີ 1 ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູເກຍ ຊາຍແດນລາວ-ຫວຽດນາມ ໄລຍະທາງ 147 ກິໂລແມັດ ໃນຮູບແບບກໍ່ສ້າງ, ດໍາເນີນງານ ແລະ ມອບໂອນ (BOT), ລວມທັງ ຜົນການເຈລະຈາສັນຍາສຳປະທານ CA ຂອງໂຄງການດັ່ງກ່າວ; ​ແຜນບຸລິມະສິດໃນການກໍ່​ສ້າງ ແລະ ປັບ​ປຸງ​ເສັ້ນ​ທາງ ໃນ​ປີ 2026, ໂຄງການທາງດ່ວນ ໂດຍສະເພາະ ກົນໄກ ແລະ ວິທີຈັດຕັ້ງປະຕິບັດຕົວຈິງ; ວາລະທີ 5 ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາແຜນປະຕິບັດຕົວຈິງ ໃນການຫັນການເກັບລາຍຮັບ ເປັນທັນສະໄໝ ສຳລັບປີ 2026.

 

ບົດຄວາມຫຼ້າສຸດ

ສະໜັບສະໜູນ 35 ພັນໂດລາ! ລັດຖະບານຕວັກກີ ສະໜັບສະໜູນອຸປະກອນການແພດສຳລັບເດັກເກີດໃໝ່ ມູນຄ່າ 35 ພັນໂດລາ ໃຫ້ໂຮງໝໍຢູ່ແຂວງສາລະວັນ

ວັນທີ 12 ກຸມພາ 2026 ທີ່ຜ່ານມານີ້ນີ້ ຢູ່ທີ່ຫ້ອງປະຊຸມໂຮງໝໍແຂວງສາລະວັນ ໄດ້ຈັດພິທີມອບ–ຮັບ ການສະໜັບສະໜູນອຸປະກອນການແພດສຳລັບເດັກເກີດໃໝ່ ໂດຍອົງການຮ່ວມມື ແລະ ປະສານງານຂອງຕວັກກີ (TIKA ) (ໂຄງການ...

ເປັນຫຍັງຈຶ່ງໃຫ້ດອກກຸຫຼາບ? ໃນວັນແຫ່ງຄວາມຮັກຂອງທຸກໆປີ ຜູ້ຄົນຈະບໍ່ກ້າເວົ້າຄໍາວ່າຮັກໂດຍກົງ ດອກກຸຫຼາບ ຈຶ່ງຖືກໃຊ້ເປັນສື່ກາງແທນຄໍາເວົ້າ

ໃນທຸກໆປີ ເມື່ອເຖິງມື້ວາເລັນທາຍ 14 ກຸມພາ ດອກກຸຫຼາບຈະກາຍເປັນດອກໄມ້ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນການມອບໃຫ້ກັນເປັນຂອງຂວັນ. ດອກໄມ້ຊະນິດນີ້ບໍ່ແຕ່ມີຄວາມງາມ ແຕ່ຍັງເປັນຕົວແທນຂອງຄວາມຮັກ ແລະຄວາມພິເສດ. ດອກກຸຫຼາບໄດ້ຖືກເຊື່ອມໂຍງກັບຄວາມຮັກມາຕັ້ງແຕ່ອະດີດ. ໃນວັດທະນະທໍາໂຣມັນ ດອກກຸຫຼາບແມ່ນດອກໄມ້ປະຈໍາຂອງ Venus ເທບແຫ່ງຄວາມຮັກ. ຄົນໃນຍຸກນັ້ນເຊື່ອວ່າ ດອກກຸຫຼາບສີແດງເປັນຕົວແທນຂອງຄວາມຮັກ...

ມີລາຍຮັບ 94 ລ້ານໂດລາ ໃນປີ 2025 ຂະແໜງການທ່ອງທ່ຽວແຂວງຈໍາປາສັກ ສາມາດສ້າງລາຍຮັບຫຼາຍກວ່າ 94 ລ້ານໂດລາ

ໃນໄລຍະ 1 ປີຜ່ານມາ ຫຼື ປີ 2025 ທີ່ຜ່ານມາ, ແຂວງຈໍາປາສັກມີລາຍຮັບຫຼາຍກວ່າ 94 ລ້ານໂດລາຈາກຂະແໜງທ່ອງທ່ຽວໂດຍມີນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນແຂວງ ທັງໝົດ 728,064 ເທື່ອຄົນ, ໃນນັ້ນ,​...

ເສີມຂະຫຍາຍສາຍພົວພັນ ສອງນາຍົກລັດຖະມົນຕີ ລາວ-ກໍາປູເຈຍ ພົບປະປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 7 ກຸມພາ 2026 ທີ່ຜ່ານມາ, ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ...