ສະມາຄົມມິດຕະພາບລາວ – ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ (10/10/1945-10/10/2025) ໃນວັນທີ 9 ຕຸລານີ້ ທີ່ບ້ານນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເປັນກຽດໃນພິທີ ໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ປະທານສະມາຄົມມິດຕະພາບລາວ – ສປປ ເກົາຫຼີ, ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຕາງໜ້າຈາກຫ້ອງວ່າການສູນກາງພັກ, ສຳນັກງານນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ສາມອົງການຈັດຕັ້ງມະຫາຊົນນະຄອນຫຼວງ, ສະຫາຍ ນາງ ວິໄລວອນ ຈັນທະລາຕີ ປະທານຄະນະກຳມະການປົກຄອງເມືອງໄຊເສດຖາ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເສດຖາ, ມີບັນດາຄະນະປົກຄອງບ້ານນາຄວາຍ, ຈາກພາກສ່ວນທີ່ກ່ຽວຂ້ອງຂອງສູນກາງ, ພ້ອມດ້ວຍພະນັກງານຈາກສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ເຂົ້າຮ່ວມປະມານ 300 ສະຫາຍ.
ໃນໂອກາດດັ່ງກ່າວ, ສະຫາຍ ລີ ຢົງ ຊົນ ໄດ້ຂຶ້ນປາຖະກະຖາເຖິງຜົນງານ ແລະ ມູນເຊື້ອແຫ່ງການກໍ່ສ້າງພັກແຮງງານເກົາຫຼີ ອັນມີສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ ປະທານປະເທດຕະຫຼອດການ ແຫ່ງ ສປປ ເກົາຫຼີ ແລະ ຜູ້ນໍາພາແສງສະຫວ່າງແນວຄິດຈຸດເຊ ເປັນແກນນໍາໃນພາລະກິດປະຕິ ວັດຂອງພັກ, ກຳລັງປະກອບອາວຸດເປັນແກນນໍາ ແລະ ໄດ້ນໍາພາປະຊາຊົນ ສປປ ເກົາຫຼີ ເຂົ້າໃນຂະ ບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ ແລະ ສະຫາຍ ກິມ ເຈີງ ອິນ ຜູ້ນຳທີ່ຍິ່ງໃຫຍ່ ເລຂາທິການໃຫຍ່ພັກແຮງງານ ເກົາຫຼີ ຕະຫຼອດການ ປະທານຄະນະກຳມະທິການປ້ອງກັນຊາດແຫ່ງ ສປປ ເກົາຫຼີ ຕະຫຼອດການ ເປັນຜູ້ສືບຕໍ່ນໍາພາ ພາລະກິດດັ່ງກ່າວ, ໃນປັດຈຸບັນພາຍໃຕ້ການນໍາພາຂອງ ສະຫາຍ ກິມ ເຈີງ ອຸນ ຜູ້ນໍາທີ່ເຄົາລົບຮັກ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດ ແຫ່ງ ສປປ ເກົາຫຼີ ອັນໄດ້ເຮັດໃຫ້ ສປປ ເກົາຫຼີ ມີການພັດທະນາຮອບດ້ານ, ການເມືອງມີສະຖຽນລະພາບໜັກແໜ້ນ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີ ໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ ຊຶ່ງເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງສະພາບການຕົວຈິງ ໃນການພັດທະນາກໍຄືຜົນສໍາເລັດອັນໃຫຍ່ຫຼວງທີ່ປະຊາຊົນ ສປປ ເກົາຫຼີ ຍາດມາໄດ້. ພ້ອມດຽວກັນນີ້ ສະຫາຍເອກອັກຄະລັດຖະທູດ ກໍຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ໃນໄລຍະຜ່ານມາ.
ໃນພິທີ, ຍັງໄດ້ປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ-ສປປ ເກົາຫຼີ ຢ່າງເປັນທາງການ, ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ໃຫ້ກຽດຂຶ້ນມີຄຳເຫັນ ໂດຍຊີ້ໃຫ້ເຫັນເຖິງ ປະຫວັດຄວາມເປັນມາ, ການພັດທະນາໃນແຕ່ລະໄລຍະ ແລະ ຄວາມສໍາຄັນຂອງໂຮງຮຽນມິດຕະພາບລາວ – ສປປ ເກົາຫຼີ ຊຶ່ງໂຮງຮຽນດັ່ງກ່າວ ແມ່ນເປັນສັນຍາລັກແຫ່ງການພົວພັນຮ່ວມມືລະຫວ່າງ ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ສປປ ເກົາຫຼີ-ລາວ ກໍຄືສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ທີ່ໄດ້ສ້າງຕັ້ງຂຶ້ນບົນພື້ນຖານໄມຕີຈິດມິດຕະພາບ ແລະ ການຮ່ວມມື ເພື່ອປະຕິບັດພາລະກິດສັງຄົມນິຍົມ ແລະ ເຊື່ອໝັ້ນວ່າໂຮງຮຽນແຫ່ງນີ້ ຈະໄດ້ຮັບການປັນປຸງໃຫ້ເປັນໂຮງຮຽນທີ່ທັນສະໄໝຢ່າງຮອບດ້ານໃນອະນາຄົດ.
ໃນພິທີດັ່ງກ່າວ, ຍັງມີການສະແດງສິລະປະຂອງລາວ ແລະ ສປປ ເກົາຫຼີ ເປັນການສ້າງກິດຈະກຳ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ ຊຶ່ງໄດ້ເຮັດໃຫ້ບັນຍາກາດໃນພິທີດັ່ງກ່າວມີຄວາມໝາຍ ແລະ ເບີກບານມ່ວນຊື່ນ.