spot_img
Homeຂ່າວຕ່າງປະເທດໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

Published on

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ.

ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ, ໂດຍດັດໄດ້ດັດແຂ້ວມາ 4 ປີ ແລ້ວ ແຕ່ຮູ້ສຶກບໍ່ດີ ເພາະພົບວ່າແຂ້ວມີຄວາມຜິດປົກກະຕິໄດ້ອຽງເຂົ້າດ້ານໃນ ແຕ່ທ່ານໝໍກໍປອບໃຈມມາຕະຫຼອດ. ຈົນມື້ໜຶ່ງ, ຄົນເຈັບຈຶ່ງຕັດສິນໃຈໄປກວດຢູ່ຄລີນິກແຫ່ງອື່ນ ແລະ ຜົນປະກົດວ່າ ມີອາການກະດູກຜ່ອຍ ຈໍາເປັນຕ້ອງໄດ້ຖອດເຫຼັກອອກກ່ອນກໍານົດ. ດັ່ງນັ້ນ, ໃນຕົ້ນເດືອນສິງຫາ 2025, ຄົນເຈັບຈຶ່ງພະຍາຍາມຕິດຕໍ່ຫາຄລີນິກດັ່ງກ່າວ ແຕ່ກໍບໍ່ມີສັນຍານຕອບຮັບ. ຕົກມາຮອດວັນທີ 03 ກັນຍາ ປີ 2025 ເຊິ່ງເປັນມື້ເກີດເຫດ, ຄົນເຈັບກໍໄດ້ເຂົ້າໄປເຈລະຈາໂອ້ລົມກັບທ່ານໝໍ ເຊິ່ງພາຍຫຼັງທີ່ເວົ້າກັນຢູ່ ຄົນເຈັບກໍໄດ້ຈັບໂທລະສັບຂຶ້ນມາຖ່າຍວິດີໂອ ເຮັດໃຫ້ທ່ານໝໍໄດ້ຈັບໄມ້ເຂົ້າມາຂົ່ມຂູ່ຄົນເຈັບ ພ້ອມທັງເຂົ້າທຳຮ້າຍຮ່າງກາຍ ໂດຍໄດ້ມີການໂຍນແວ່ນຕາ ແລະ ແກ່ງໂທລະສັບຖິ້ມ.

ຈາກເຫດການດັ່ງກ່າວເຮັດໃຫ້ຄົນເຈັບບາດເຈັບທີ່ຄໍ, ແຂນ ແລະ ຫົວ ພ້ອມທັງແວ່ນຕາ ແລະ ໂທລະສັບກໍໄດ້ຮັບຄວາມເສຍຫາຍ.

ຕໍ່ກັບເຫດການດັ່ງກ່າວ ເຮັດໃຫ້ກະຊວງສາທາລະນະສຸກຫວຽດນາມສົ່ງຈົດໝາຍໄປຍັງກົມອະນາໄມຂອງນະຄອນ ໂຮ່ຈີມິນ ກ່ຽວກັບກໍລະນີທີ່ເກີດຂຶ້ນ ເພື່ອຂໍໃຫ້ກົມອະນາໄມອອກມາຊີ້ແຈງ ເຫດການທີ່ເກີດຂຶ້ນໃນສະຖານທີ່ຮັກສາທາງການແພດ ພ້ອມທັງປະເມີນທັດສະນະຄະຕິທາງວິຊາຊີບ ແລະ ຂໍໃຫ້ກົມອະນາໄມເຂັ້ມງວດ ກວດສອບເບິ່ງຄືນກ່ຽວກັບຈັນຍາບັນວິຊາຊີບຕໍ່ບຸກຄົນທາງການແພດໃນສະຖານທີ່ດັ່ງກ່າວ.

ແຫຼ່ງຂໍ້ມູນ: laodong.vn

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...