Homeຂ່າວພາຍ​ໃນຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

Published on

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ.

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ, ບັນຫາກິ່ນເໝັນທີ່ເກີດຈາກການນຳໃຊ້ນ້ຳຂອງຄົວເຮືອນແລ້ວທີ່ປ່ອຍລົງສູ່ຮ່ອງລະບາຍນໍ້າເຮັດໃຫ້ເກີດບັນຫາດັ່ງກ່າວ ໂດຍສະເພາະປະຊາຊົນຜູ້ຢູ່ໃຫ້ກັບຮ່ອງນ້ຳສາຍຫຼັກ ເຊັ່ນ: ຮ່ອງແກ, ຮ່ອງແຊ່ງ ນອກຈາກນີ້ຍັງເປັນບ່ອນຢູ່ຂອງຍຸງ, ແມງວັນທີ່ເປັນພາຫະນໍາເຊື້ອເຮັດໃຫ້ເກີດພະຍາດຕິດຕໍ່ ແລະ ຍັງເປັນສາເຫດຂອງການອຸດຕັນຈາກການຕົກຕະກອນໃນຮ່ອງລະບາຍນໍ້າ ນຳໄປສູ່ການເກີດນໍ້າຖ້ວມຂັງເວລາມີຝົນຕົກໜັກ. ເຊິ່ງໂຄງການດັ່ງກ່າວເປັນທຶນກູ້ຢືມບໍ່ມີດອກເບ້ຍຈາກລັດຖະບານຮົງກາລີ, ໄດ້ລົງມືກໍ່ສ້າງມາແຕ່ເດືອນ ມັງກອນ 2023 ປະຈຸບັນມີຄວາມຄືບໜ້າ 89.57% ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ.

ທ່ານ ທິນນະກອນ ພິມມະວົງ ວິຊາການຂະແໜງທາງນໍ້າ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ຮູ້ວ່າ: ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນະຄອນຫຼວງວຽງຈັນ ປະກອບດ້ວຍການກໍ່ສ້າງໂຮງງານບໍາບັດນໍ້າເປື້ຶອນ ທີ່ມີກຳລັງການບຳບັດ 52,000 ມ3/ມື້ ແລະ ລະບົບດັກນໍ້່າເປື້ອນຈາກເຂດຮັບນໍ້່າຮ່ອງແກ ແລະ ຮ່ອງແຊ່ງລົງໃສ່ສະຖານີປໍ້າສູບສົ່ງຜ່ານລະບົບສາຍທໍ່ເຂົ້າສູ່ໂຮງງານບຳບັດນໍ້າເປື້ອນ ນະຄອນຫຼວງວຽງຈັນ ຢູ່ບ້ານ ຂາມງອຍ, ເມືອງ ໄຊເສດຖາ.

ສໍາລັບວຽກກໍ່ສ້າງລະບົບບໍາບັດນໍ້າເປື້ອນແມ່ນໄດ້ຈັດຕັ້ງປະຕິບັດໜ້າວຽກການກໍ່ສ້າງ 1. ອາຄານອ່າງດັກຂີ້ເຫຍື້ອ ແລະ ກອງຊາຍ, 2. ອາຄານອ່າງບໍາບັດນໍ້າເປື້ອນ, 3. ອາຄານອ່າງປັບຄວາມຂຸ້ນຂອງຕະກອນ 2 ອາຄານ ເບີ 1.2, 4. ອາຄານແຍກຕະກອນ, 5. ອ່າງຂ້າເຊື້ອດ້ວຍລັງສີຢູວີ, 6. ອາຄານຕາກແຫ້ງຕະກອນ 2 ອາຄານເບີ 1.2, 7. ອາຄານຫ້ອງການ, ຫ້ອງທົດລອງ ມີຄວາມຄືບໜ້າ 86.53%;

ກໍ່ສ້າງວາງທໍ່ແຮງດັນສູງ ຂະໜາດທໍ່ 800 ມມ, ຈາກສະຖານີສູບສົ່ງນໍ້າເປື້ອນ (PS15) ບ້ານ ຮ່ອງແກ ເຖິງໂຮງງານບໍາບັດນໍ້າເປື້ອນ ບ້ານຂາມງອຍ ມີຄວາມຍາວ 7 ກິໂລແມັດ, ສຳເລັດການຜະລິດທໍ່ 100% ແລະ ມີຄວາມຄືບໜ້າ 98.80%;

ວຽກການກໍ່ສ້າງແລວສາຍທໍ່ ແລະ ສະຖານີສູບສົ່ງນໍ້າເປື້ອນ (PO3.2) ປະກອບມີໜ້າວຽກ: 1).ການວາງທໍ່ AL01 (ຮ່ອງແກ)ແມ່ນໄດ້ຕິດຕັ້ງທໍ່ຄໍລູເກດ 5 ກິໂລແມັດ ແລະ 131 ແມນໂຮນດັກນໍ້າເປື້ອນ ແຕ່ ບ້ານ ຝາຍ, ເມືອງໄຊເສດຖາ ຫາ ປໍ້າເລກທີ 15 ບ້ານ ຮ່ອງແກ ເມືອງໄຊເສດຖາ.

2). ສໍາລັບແລວສາຍທໍ່ AL02 (ຮອ່ງໂພນທັນ) ເດືອນສິງຫານີ້ແມ່ນໄດ້ຕິດຕັ້ງທໍ່ຄໍລູເກດ 1,8 ກິໂລແມັດ ແລະ 51 ແມນໂຮນດັກນໍ້າເປື້ອນ ແຕ່ບ້ານ ໂພນທັນ ເມືອງ ໄຊເສດຖາ ຫາ ບ້ານ ສີສັງວອນ ເມືອງ ໄຊເສດຖາ, ສ່ວນວຽກການວາງທໍ່ຂ້າມທາງແມ່ນໄດ້ສໍາເລັດແລ້ວ;

3). ສໍາລັບແລວສາຍທໍ່ AL03 (ຮ່ອງອວຍລວຍ) ໄດ້ຕິດຕັ້ງທໍ່ຄໍລູເກດ 2 ກິໂລແມັດ ແລະ 63 ແມນໂຮນດັກນໍ້າເປື້ອນບ້ານ ສະພານທອງເໜືອ ເມືອງ ສີສັດຕະນາກ ຫາ ບ້ານ ນາໄຊ, ເມືອງ ໄຊເສດຖາ ມີຄວາມຄືບໜ້າ 75.28%.

ແຫຼ່ງຂ່າວ: ເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...