spot_img
Homeຂ່າວພາຍ​ໃນກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

Published on

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳປີ 2025 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການ ທຫລ ປະທານຄະນະກຳມະການນະໂຍບາຍເງິນຕາ, ພ້ອມນັ້ນ ຍັງມີຮອງປະທານ, ກຳມະການ, ຄະນະຜູ້ວ່າການ ທຫລ, ຄະນະກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມ ແມ່ນເພື່ອປະເມີນຜົນການຈັດຕັ້ງປະຕິບັດມະຕິຂອງ ຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ II ປະຈຳປີ 2025, ຜົນການຈັດຕັ້ງປະຕິບັດບັນດາເຄື່ອງມືນະໂຍບາຍເງິນຕາ ແລະ ທິດທາງການດຳເນີນນະໂຍບາຍເງິນຕາໃນຕໍ່ໜ້າຂອງ ທຫລ. ພ້ອມນັ້ນ, ກໍໄດ້ປະເມີນການຄຸ້ມຄອງໜີ້ສິນຕ່າງປະເທດ ແລະ ທິດທາງແຜນການ, ມາດຕະການໃນການຄຸ້ມຄອງໜີ້ສິນຕ່າງປະເທດ.

ນັບແຕ່ກອງປະຊຸມ ຄັ້ງວັນທີ 12 ມິຖຸນາ 2025 ຈົນຮອດປະຈຸບັນ, ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄະນະກຳມະການນະໂຍບາຍເງິນຕາຂອງສະພາບໍລິຫານ ທຫລ ມີຜົນໄດ້ຮັບຄື: ອັດຕາເງິນເຟີ້ ສະເລ່ຍ 7 ເດືອນຕົ້ນປີ 2025 ຢູ່ໃນລະດັບ 10.18%, ສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ; ອັດຕາແລກປ່ຽນຂອງທະນາຄານທຸລະກິດ ທຽບເດືອນພຶດສະພາ 2025 ເງິນກີບທຽບເງິນໂດລາ ອ່ອນຄ່າ 0.11% ແລະ ເງິນກີບທຽບເງິນບາດ ອ່ອນຄ່າ 1.19%, ສ່ວນຕ່າງອັດຕາແລກປ່ຽນລະຫວ່າງ ທະນາຄານທຸລະກິດ ກັບ ຕະຫຼາດກວ້າງອອກ ເປັນ 1.08% ສໍາລັບກີບ/ໂດລາ ແລະ 0.90% ສໍາລັບກີບ/ບາດ; ປະລິມານເງິນ M2 ຂະຫຍາຍຕົວ 11.92% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ຄັງສຳຮອງເງິນຕາຕ່າງປະເທດກຸ້ມການນຳເຂົ້າໄດ້ 4.91 ເດືອນ.

ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ຕີລາຄາສະພາບເສດຖະກິດຂອງ ສປປ ລາວ ໃນຕໍ່ໜ້າວ່າ: ເສດຖະກິດຂອງ ສປປ ລາວ ຍັງຈະປະເຊີນກັບຄວາມທ້າທາຍຫຼາຍດ້ານ ທັງຈາກຄວາມບໍ່ແນ່ນອນຂອງສະພາບເສດຖະກິດສາກົນ, ຄວາມຜັນຜວນຂອງຕະຫຼາດໃນສາກົນ ທີ່ສົ່ງຜົນຕໍ່ລາຄາຄຳ ແລະ ລາຄານ້ຳມັນໃນຕະຫຼາດໂລກ ແລະ ການປັບນະໂຍບາຍຂອງຫຼາຍປະເທດ ເປັນຕົ້ນແມ່ນການປັບຫຼຸດອັດຕາດອກເບ້ຍນະໂຍບາຍຂອງ ສ.ອາເມຣິກາ. ສົມທົບກັບປັດໄຈພາຍໃນ ໂດຍສະເພາະແມ່ນພື້ນຖານການຜະລິດຍັງບໍ່ທັນເຂັ້ມແຂງ ທີ່ເພິ່ງພາການນຳເຂົ້າເປັນສ່ວນໃຫຍ່. ລາຍຮັບເປັນເງິນຕາຕ່າງປະເທດ ສ່ວນໃຫຍ່ມາຈາກການຂາຍສິນຄ້າກະສິກຳ ຊຶ່ງເປັນແຫຼ່ງລາຍຮັບຕາມລະດູການ ສົ່ງຜົນໃຫ້ການສະໜອງເງິນຕາຕ່າງປະເທດ ບາງໄລຍະບໍ່ພຽງພໍກັບຄວາມຕ້ອງການ ແລະ ການປະເຊີນກັບລະດັບໜີ້ສິນຕໍ່ຕ່າງປະເທດຍັງສູງ ທີ່ເປັນແຮງກົດດັນຕໍ່ກັບອັດຕາແລກປ່ຽນໃນຕໍ່ໜ້າ.

ສະນັ້ນ, ໃນຕໍ່ໜ້າ ທຫລ ຈະສືບຕໍ່ດຳເນີນນະໂຍບາຍເງິນຕາຕາມທິດທາງແບບປະສົມປະສານ ໂດຍໃຫ້ສອດຄ່ອງກັບສະພາບເສດຖະກິດສາກົນ ແລະ ພາຍໃນທີ່ສຸດ ຊຶ່ງກອງປະຊຸມຄະນະກຳມະການນະໂຍບາຍເງິນຕາໃນຄັ້ງນີ້ ໄດ້ມີມະຕິຮັບຮອງເອົາ ຄື:

  1. ປັບຫຼຸດອັດຕາດອກເບ້ຍພື້ນຖານ ທຫລ ໄລຍະ 7 ວັນ ຈາກລະດັບ 9.5% ຕໍ່ປີ ມາເປັນ 9% ຕໍ່ປີ.
  2. ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ໂດຍຮັກສາຂອບການກຳນົດອັດຕາແລກປ່ຽນອ້າງອີງໃນລະດັບ 6.5%.
  3. ປະຕິບັດນະໂຍບາຍສະໜັບສະໜູນ ເປັນຕົ້ນ: ການຄຸ້ມຄອງເງິນຕາຕ່າງປະເທດ, ການລວມສູນບັນຊີເງິນຝາກຂອງລັດຖະບານ, ການພັດທະນາລະບົບຊຳລະ ແລະ ການຄຸ້ມຄອງໜີ້ສິນ.
  4. ປະຕິບັດນະໂຍບາຍກະຕຸ້ນເສດຖະກິດ ດ້ວຍການປະຕິບັດນະໂຍບາຍສິນເຊື່ອໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ຄົ້ນຄວ້າຍຸດທະສາດສິນເຊື່ອ.

ແຫຼ່ງຂ່າວ: ທະນາຄານແຫ່ງ ສປປ ລາວ

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...