spot_img
Homeຂ່າວການພັດທະນາລວມ 9 ອາຊີບມາແຮງໃນປັດຈຸບັນ

ລວມ 9 ອາຊີບມາແຮງໃນປັດຈຸບັນ

Published on

ໃນຍຸກປັດຈຸບັນຕະຫຼາດແຮງງານທີ່ກຳລັງເຕີບໃຫຍ່ຢ່າງໄວວາ ໂດຍໄດ້ຮັບອິດທິພົນມາຈາກ ແທັກໂນໂລຢີ ແລະ ພຶດຕິກຳຂອງຜູ້ຊົມໃຊ້ທີ່ປ່ຽນໄປ ເຮັດໃຫ້ທິດທາງການຫາວຽກຂອງແຮງງານເລີ່ມມີຄວາມທ້າທາຍຂຶ້ນ. ສະນັ້ນ, ທີມງານລາວໂພສຈຶ່ງໄດ້ລວບລວມບັນດາອາຊີບທີ່ມາແຮງ ແລະ ຕ້ອງການໃນຕະຫຼາດແຮງງານຫຼາຍທີ່ສຸດ ໃນປີ 2025 ມາເບິ່ງພ້ອມກັນເລີຍວ່າຈະມີອາຊີບໃດແນ່.

1 ນັກພັດທະນາປັນຍາປະດິດ (AI Developer)

ໃນຍຸກທີ່ AI ມີບົດບາດສໍາຄັນໃນທຸກໆອຸດສາຫະກໍາ ນັກພັດທະນາປັນຍາປະດິດ AI ເປັນອາຊີບທີ່ມີຄວາມຕ້ອງການຫຼາຍທີ່ສຸດ ຄວາມຊ່ຽວຊານໃນການຂຽນໂຄ້ດ ວິເຄາະຂໍ້ມູນ ແລະ ພັດທະນາແບບຈຳລອງ AI ຈະຊ່ວຍໃຫ້ທ່ານເປັນທີ່ຕ້ອງການແຮງງານທີ່ກຳລງັເຕີບໃຫຍ່ຢ່າງໄວວາ.

2 ນັກວິເຄາະຂໍ້ມູນຂະນາດໃຫຍ່ (Big Data Analyst)

ຂໍ້ມູນໄດ້ກາຍເປັນຊັບພະຍາກອນທີ່ສໍາຄັນໃນຍຸກດິຈິຕອນ. ນັກວິເຄາະຂໍ້ມູນຂະນາດໃຫຍ່ມີບົດບາດໃນການຈັດການ ແລະ ການວິເຄາະຂໍ້ມູນເພື່ອຊ່ວຍໃຫ້ອົງກອນຕັດສິນໃຈຢ່າງຖືກຕ້ອງ. ຄວາມສາມາດໃນການນໍາໃຊ້ເຄື່ອງມືວິເຄາະເຊັ່ນ Python, R ຫຼື Power BI ແມ່ນທັກສະທີ່ຈໍາເປັນສໍາລັບສາຍອາຊີບນີ້.

3 ຜູ້ຊ່ຽວຊານດ້ານຄວາມປອດໄພທາງໄຊເບີ (Cybersecurity Specialist)

ໃນ​ໂລກ​ທີ່​ທຸກ​ສິ່ງ​ທຸກ​ຢ່າງ​ເຊື່ອມ​ຕໍ່​ໂດຍ​ຜ່ານ​ອິນ​ເຕີ​ເນັດ ຄວາມ​ປອດ​ໄພ​ມທາງດ້ານໄຊເບີເປັນ​ສິ່ງ​ສໍາ​ຄັນ​ຜູ້​ຊ່ຽວ​ຊານ​ນີ້​ມີ​ຄວາມ​ຮັບ​ຜິດ​ຊອບ​ສໍາ​ລັບ​ການ​ປ້ອງ​ກັນ ​ແລະ​ ການ​ຄຸ້ມ​ຄອງ​ໄພ​ຂົ່ມ​ຂູ່​ທີ່​ອາດຈະເກີດຂຶ້ນຕໍ່​ລະ​ບົບ​ຂໍ້​ມູນຂອງອົງກອນ.

4 ຜູ້ຈັດການໂຄງການດີຈີຕອນ  (Digital Project Manager)

ການປ່ຽນແປງໄປສູ່ດິຈິຕອນໄດ້ເພີ່ມຄວາມຕ້ອງການຂອງຜູ້ຈັດການໂຄງການທີ່ມີຄວາມຊໍານານດ້ານເຕັກໂນໂລຢີ.ເພີ່ມຂຶ້ນສູງ ໂດຍຜູ້ຈັດການໂຄງການດິຈິຕອນມີບົດບາດໃນການບໍລິຫານຈັດການທີມແລະ ໂຄງການໃຫ້ສຳເລັດຕາມເປົ້າໝາຍ.

5 ນັກສ້າງເນື້ອຫາອອນລາຍ (Content Creator)

ສື່ສັງຄົມອອນລາຍຍັງຄົງເຕີບໂຕຢ່າງຕໍ່ເນື່ອງ ນັກສ້າງເນື້ອຫາທີ່ມີຄວາມຄິດສ້າງສັນ ແລະ ເຂົ້າໃຈພຶດຕິກໍາຂອງຜູ້ບໍລິໂພກອອນລາຍ ຈະມີໂອກາດທີ່ຈະມີລາຍໄດ້ທັງຈາກແພັດຟອມສ່ວນຕົວ ແລະ ການຮ່ວມງານກັບແບນຊັ້ນນຳ.

6 ຜູ້ຊ່ຽວຊານພະລັງງານໝຸນວຽນ (Renewable Energy Specialist)

ຄວາມ​ຮັບ​ຮູ້​ດ້ານ​ສິ່ງ​ແວດ​ລ້ອມ​ເຮັດ​ໃຫ້​ອາ​ຊີບ​ພະ​ລັງ​ງານ​ທົດ​ແທນ​ມີ​ຄວາມ​ຕ້ອງ​ການ​ຜູ້​ຊ່ຽວ​ຊານ​ນີ້​ຈະ​ຊ່ວຍ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ແລະ​ການ​ແກ້​ໄຂ​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ.

7 ຜູ້ໃຫ້ຄຳປຶກສາດ້ານສຸຂະພາບຈິດ (Mental Health Counselor)

ຄວາມຕຶງຄຽດ ແລະ ຄວາມກົດດັນໃນຊີວິດປະຈໍາວັນເຮັດໃຫ້ຄວາມຕ້ອງການຜູ້ໃຫ້ຄຳປຶກສາດ້ານສຸຂະພາບຍຈິດເພີ່ມຂຶ້ນ ການໃຫ້ຄໍາປຶກສາແບບເລິກເຊິ່ງ ແລະ ການສະຫນັບສະຫນູນທາງດ້ານຈິດໃຈຊ່ວຍສ້າງການປ່ຽນແປງໃນທາງບວກສໍາລັບຜູ້ຄົນ.

8 ນັກພັດທະນາເກມ (Game Developer)

ອຸດສາຫະກໍາເກມແມ່ນການຂະຫຍາຍຕົວຢ່າງຫຼວງຫຼາຍ. ນັກພັດທະນາເກມທີ່ມີຄວາມຊໍານານໃນການອອກແບບເກມ, ການຂຽນໂຄ້ດ ແລະ ການພັດທະນາປະສົບການຂອງຜູ້ຫຼິ້ນເກມແມານຈະໄດ້ຮັບໂອກາດໃນຕະຫຼາດທີ່ກຳລັງຂະຫຍາຍຕົວ

9 ຜູ້ຊ່ຽວຊານຍດ້ານການຕະຫຼາດດີຈີຕອນ (Digital Marketing Specialist)

ໃນຂະນະທີ່ທຸລະກິດຫັນໄປສູ່ຊ່ອງທາງດິຈິຕອນເພີ່ມຂຶ້ນ, ດັ່ງນັ້ນ, ຜູ້ຊ່ຽວຊານດ້ານການຕະຫຼາດດິຈິຕອນແມ່ນອາຊີບທີ່ຂາດບໍ່ໄດ້. ຍຸດທະສາດແລະການນໍາໃຊ້ເຄື່ອງມືການຕະຫຼາດເຊັ່ນ SEO, SEM ແລະສື່ສັງຄົມອອນລາຍ ເປັນທັກສະທີ່ຈໍາເປັນ.

 

ບົດຄວາມຫຼ້າສຸດ

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...