spot_img
Homeຊີວິດແລະຄວາມຮັກບໍ່ມີເວລາໃດທີ່ຄົນເຮົາຈະພ້ອມທຸກຢ່າງ

ບໍ່ມີເວລາໃດທີ່ຄົນເຮົາຈະພ້ອມທຸກຢ່າງ

Published on

ຕົ້ນໄມ້ເຖົ້າຂໍຝົນຈາກເມກກ້ອນນ້ອຍ, ເມກກ້ອນນ້ອຍຕອບພຽງວ່າ ນ້ຳຝົນມີບໍ່ຫຼາຍ ຢ້ານບໍ່ພຽງພໍໃຫ້ຕົ້ນໄມ້ໃຫຍ່ເຖົ້າໄດ້ຊື່ນໃຈ.

ມື້ຕໍ່ມາ ກ້ອນເມກນ້ອຍກໍຍັງບອກຄືເກົ່າ ມັນໜ້ອຍເກີນໄປ ຈຶ່ງບໍ່ພ້ອມທີ່ຈະໃຫ້. ກ່ອນເມກນ້ອຍຈຶ່ງເດິນທາງ ແລະພະຍາຍາມສະສົມຝົນ ເພື່ອທີ່ຈະໃຫ້ມັນຫຼາຍພໍ ພໍທີ່ຈະເຮັດໃຫ້ຕົ້ນໄມ້ເຖົ້າໄດ້ສົດຊື່ນ.

ເມື່ອມີປະລິມານນ້ຳຫຼາຍພໍ ເມກນ້ອຍຈຶ່ງໄດ້ເດິນທາງກັບມາ ເພື່ອຈະໃຫ້ນ້ຳແກ່ຕົ້ນໄມ້ເຖົ້າ ແຕ່ສິ່ງທີ່ພົບເຫັນຢູ່ຕໍ່ໜ້າ ມີພຽງຊາກຕົ້ນໄມ້ເຖົ້າທີ່ຕາຍແລ້ວ ເມກກ້ອນນ້ອຍໄດ້ແຕ່ຮ້ອງໄຫ້ ແລ້ວຖາມວ່າເປັນຫຍັງຄວາມພະຍາຍາມຂອງຂ້ອຍ ບໍ່ມີຄ່າເລີຍບໍ?

ຜູ້ຊາຍຜູ້ໜຶ່ງທີ່ນັ່ງຢູ່ກ້ອງຕົ້ນໄມ້ ຈຶ່ງໄດ້ແຫງນໜ້າຂຶ້ນເບິ່ງ ແລ້ວບອກກ້ອນເມກນ້ອຍວ່າ: “ການທີ່ເຮົາຈະໃຫ້ຫຍັງແກ່ໃຜ ທີ່ເຮົາຮັກ ມັນບໍ່ຕ້ອງລໍຖ້າໃຫ້ຫຼາຍພໍ ຫຼືລໍຖ້າຄວາມພ້ອມອິຫຍັງດອກ ຈົ່ງໃຫ້ເທົ່າທີ່ມີ ກໍເຮັດໃຫ້ຄົນຮັບຊື່ນຫົວໃຈໄດ້ ຄວາມພະຍາຍາມເປັນສິ່ງທີ່ດີ ແຕ່ມັນກໍມີເວລາເປັນເງື່ອນໄຂ ຢ່າໄປລໍຖ້າໃຫ້ລ່ຳລວຍ ເຖິງຈະເຮັດຫຍັງໃຫ້ຄົນທີ່ເຮົາຮັກ ຢ່າໄປລໍຖ້າໃຫ້ພ້ອມທຸກຢ່າງຈຶ່ງຈະເຮັດ ໃຫ້ຄົນທີ່ເຮົາຮັກ ເພາະຄົນທີ່ເຮົາຮັກ ອາດຈະບໍ່ມີເວລາຫຼາຍພໍທີ່ລໍຖ້າເຮົາ, ແລ້ວກ່ອນຕົ້ນໄມ້ຈະຈາກໄປ ຕົ້ນໄມ້ໄດ້ຝາກບອກເຂົາໄວ້ວ່າ ຖ້າເຫັນເມກນ້ອຍຜ່ານມາໃຫ້ບອກວ່າ ເຂົາຮັກເມກນ້ອຍ”.

ເມກນ້ອຍໄດ້ແຕ່ຫຼັ່ງນ້ຳຕາອອກມາ ເປັນເມັດຝົນຢ່າງບໍ່ຂາດສາຍ ໃຫ້ແກ່ຕົ້ນໄມ້ຕາຍທີ່ບໍ່ມີມື້ແຕກໃບ ໃຫ້ໄດ້ເຫັນອີກຕໍ່ໄປ ຕະຫຼອດກາລະນານ.

ທ່ານຜູ້ອ່ານ! ຖ້າເຫັນວ່າບົດຄວາມນີ້ມີປະໂຫຍດ ຂໍຈົ່ງສົ່ງບົດຄວາມນີ້ຕໍ່ໃຫ້ຄົນທີ່ທ່ານຮັກ ແດ່ເດີ !!


ອ່ານບົດຄວາມດີໆ ອີກຢ່າງຫຼວງຫຼາຍລຸ່ມນີ້: 

ບໍ່ມີເວລາໃດທີ່ຄົນເຮົາຈະພ້ອມທຸກຢ່າງ

ສິ່ງທີ່ຕ້ອງເຮັດ ເມື່ອອາຍຸຫຼາຍຂຶ້ນ

ຂໍ້ແນະນຳໃນການດຳເນີນຊີວິດ

ແຈກຟຣີ ຢາອາຍຸຍືນ !!

10 ພຶດຕິກໍາທີ່ບໍ່ເປັນຕາຄົບ

ໃຜໄດ້ອ່ານບົດຄວາມນີ້ຈົບ ຜູ້ນັ້ນຈະເປັນຄົນໂຊກດີ 

ປະໂຫຍດ 10  ຢ່າງທີ່ເກີດຈາກການຢູ່ຄົນດຽວ 

ບັນທຶກຂອງພໍ່ 

5 ວິທີ​ງ່າຍໆ ຖ້າ​ບໍ່​ຢາກ​ຖືກ​ນິນ​ທາ 

5 ຂໍ້ທີ່ຄົນໃກ້ຕາຍຮູ້ສຶກເສຍດາຍທີ່ສຸດ

26 ຮູບນີ້ຈະເຮັດໃຫ້ເຮົາເບິ່ງ “ໂລກຂອງເຮົາ” ບໍ່ຄືເກົ່າອີກຕໍ່ໄປ 

20 ຂໍ້ ທີ່ຄວນໃຫ້ລູກຮູ້ ແລະປະຕິບັດກ່ອນ ອາຍຸ 45 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...