spot_img
Homeຂ່າວພາຍ​ໃນເຂົ້າມັນໄກ່ເປັນເຫດ ເມຍຜິດກັບຜົວເລີຍຈັບມີດຟັນຜົວ ເນື່ອງຈາກເມຍເຮັດຕົ້ມຍຳໃຫ້ກິນ ແຕ່ຜົວຢາກກິນເຂົ້າມັນໄກ່

ເຂົ້າມັນໄກ່ເປັນເຫດ ເມຍຜິດກັບຜົວເລີຍຈັບມີດຟັນຜົວ ເນື່ອງຈາກເມຍເຮັດຕົ້ມຍຳໃຫ້ກິນ ແຕ່ຜົວຢາກກິນເຂົ້າມັນໄກ່

Published on

ເມຍໃຈຮ້າຍຈັບມີດຟັນຜົວ ເນື່ອງຈາກເຮັດຕົ້ມຍຳໃຫ້ກິນ ແຕ່ຜົວຢາກກິນເຂົ້າມັນໄກ່

ສຳນັກຂ່າວໄທລາຍງານໃນວັນທີ 16 ມີນາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງເຫດວ່າ: ມີຜົວ-ເມຍ ຜິດຖຽງກັນ ຢູ່ອຳເພີແກງ ຈັງຫວັດຣະຍອງ ປະເທດໄທ, ຫຼັງໄດ້ຮັບແຈ້ງເຫດເຈົ້າໜ້າທີ່ຈຶ່ງໄດ້ລົງໄປກວດສອບສະຖານທີ່ເກີດເຫດ ເປັນຫ້ອງເຊົ່າປຸກສ້າງຕິດກັນ ແລະ ໄດ້ພົບຜູ້ຊາຍອາຍຸ 50 ປີ ນອນໄດ້ຮັບບາດເຈັບມີຮອຍບາດຢູ່ເທິງຫົວ ເຈົ້າໜ້າທີ່ກູ້ໄພຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນກ່ອນນຳສົ່ງໂຮງໝໍ.

ຕາມການລາຍງານ ເມຍຜູ້ໄດ້ຮັບບາດເຈັບລະບຸວ່າ: ກ່ອນເກີດເຫດຜູ້ເປັນຜົວໄດ້ຈັບສຸ່ມຈັບກະປູມາທຳທ່າຈະທຳຮ້າຍຕົນກ່ອນ ຕົນເລີຍຈັບມີດກ່ອນ ຈະເກີດເຫດການຂັດແຍ່ງມີດ ສຸດທ້າຍດວງຊວຍມີດໄດ້ຟັນຖືກຫົວຜູ້ເປັນຜົວໄດ້ຮັບບາດເຈັບ ກ່ອນຈະມີເພື່ອນບ້ານມາຫ້າມອອກຈາກກັນ.

ຂະນະທີ່ເພື່ອນເລົ່າວ່າ: ຕົນ ແລະ ຜູ້ບາດເຈັບນັ່ງກິນລ້ຽງວັນເກີດເມຍຂອງຜູ້ບາດເຈັບຢູ່ໜ້າບ້ານຕົນເອງ ສ່ວນເມຍຂອງຜູ້ບາດເຈັບທີ່ເປັນເຈົ້າຂອງວັນເກີດໄດ້ນັ່ງກິນຢູ່ກັບໝູ່ອີກກຸ່ມໜຶ່ງ  ແລ້ວທັງສອງກໍໄດ້ຍ່າງເຂົ້າໄປໃນຫ້ອງຈຶ່ງເກີດການຜິດຖຽງກັນ ເຊິ່ງເພື່ອບ້ານກໍບໍ່ຮູ້ວ່າທັງສອງຜິດກັນຍ້ອນຫຍັງ ແຕ່ມາຮູ້ຕາມຫຼັງວ່າມາຈາກເລື່ອງ: ທີ່ເມຍເຮັດຕົ້ມຍຳໄວ້ໃຫ້ ແຕ່ຜູ້ເປັນຜົວພັດຢາກກິນເຂົ້າມັນໄກ່ ຈຶ່ງເປັນສາເຫດຂອງການຜິດຖຽງກັນໃນຄັ້ງນີ້.

ສຳລັບເຫດການດັ່ງກ່າວເຈົ້າໜ້າທີ່ຍັງບໍ່ໄດ້ແຈ້ງຂໍ້ຫາແຕ່ຢ່າງໃດ  ເນື່ອງຈາກເປັນເລື່ອງຄອບຄົວ ຕ້ອງໄດ້ຖ້າໃຫ້ຜູ້ເປັນຜົວທີ່ໄດ້ຮັບບາດເຈັບ ໃຫ້ອາການດີຂຶ້ນກ່ອນ ຈຶ່ງຈະສາມາດແຈ້ງຈຸດປະສົງກ່ອນວ່າຈະດຳເນີນ ຫຼື ບໍ່?

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...