spot_img
Homeຂ່າວພາຍ​ໃນຖະແຫຼງງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV  ແລະ ກະກຽມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV.

ຖະແຫຼງງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV  ແລະ ກະກຽມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV.

Published on

ບົດຖະແຫຼງຂ່າວ ຄວາມພ້ອມງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV  ແລະ ກະກຽມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ໄດ້ຮັບການມອບໝາຍຈາກລັດຖະບານ ໃຫ້ຮັບຜິດຊອບວຽກງານການພັດທະນາສີມືແຮງງານ ຊຶ່ງກຳນົດຍຸດທະສາດການພັດທະນາສີມີືແຮງງານ ດ້ານປະລິມານໄປຄຽງຄູ່ກັບດ້ານຄຸນນະ ພາບ ເພື່ອສຸມໃສ່ການພັດທະນາຄົນເປັນບັນຫາສຳຄັນ ແລະ ເປັນໃຈກາງ ຂອງທຸກວຽກງານ. ການພັດທະນາເສດຖະກິດ-ສັງຄົມ ຈະປະສົບຜົນສຳເລັດໄດ້ນັ້ນ ແມ່ນປະກອບດ້ວຍຫຼາຍປັດໄຈ, ແຕ່ປັດໄຈຕັດສິນກວ່າໝູ່ແມ່ນຄົນທີ່ມີຄວາມຮູ້ຄວາມສາມາດ, ມີສີມືແຮງງານ, ມີລະບຽບວິໄນ, ມີອາຊີບ ແລະ ດຸໝັ່ນ, ອົດທົນ ບວກກັບຫົວຄິດປະດິດສ້າງ, ກ້າເຮັດ ກ້າຮັບຜິດ ຊອບ. ດ້ວຍເຫດຜົນດັ່ງກ່າວ ການແຂ່ງຂັນສີມືແຮງງານແຫ່ງຊາດຈຶ່ງມີຄວາມສຳຄັນ ແລະ ແມ່ນຄວາມຈຳເປັນສຳລັບຜູ້ອອກ ແຮງງານ ແລະ ຜູ້ໃຊ້ແຮງງານໃນຍຸກໂລກາພິວັດ ຊຶ່ງແມ່ນຍຸກເຕັກໂນໂລຊີ ດ້ານຂໍ້ມູນ-ຂ່າວສານ ເປັນຍຸກແຫ່ງການແກ້ງແຍ່ງແຂ່ງຂັນ ໂດຍສະເພາະຕະຫຼາດແຮງງານຕ້ອງການແຮງງານທີ່ມີຄຸນນະພາບ. ປັດໄຈດັ່ງກ່າວເປັນສິ່ງຍູ້ດັນເຮັດໃຫ້ຜູ້ອອກແຮງງານຕ້ອງພັດທະນາສີມືແຮງງານຂອງຕົນຢູ່ເລື້ອຍໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ຖ້າກຳລັງແຮງງານມີສີມືໄດ້ມາດຕະ ຖານ ຈະເປັນຜົນປະໂຫຍດໂດຍກົງໃຫ້ແກ່ຜູ້ປະກອບກິດຈະການ ແລະ ບັນດາຫົວໜ່ວຍແຮງງານ, ໂຄງການຕ່າງໆທີ່ໄດ້ນຳໃຊ້ແຮງງານທີ່ມີສີມືຂອງຄົນລາວ ເພື່ອຍົກລະດັບການຜະລິດໃຫ້ໄດ້ທັງປະລິມານ, ຄຸນນະພາບ-ທີ່ດີຂຶ້ນ ແລະ ສາມາດແຂ່ງ ຂັນໄດ້ ພ້ອມນັ້ນ ຍັງເປັນການຍົກລະດັບມາດຕະຖານສີມືແຮງງານໃຫ້ກຳລັງແຮງງານຂອງລາວໃຫ້ມີຄວາມຮູ້ຄວາມສາມາດ, ມີສີມືແຮງງານ, ມີວຽກເຮັດງານທຳ ປະກອບສ່ວນໃນການພັດທະນາປະເທດຊາດ.

ການແຂ່ງຂັນສີມືແຮງງານແຫ່ງຊາດ:

  • ການແຂ່ງຂັນສີມືແຮງງານແຫ່ງຊາດ ມີຄວາມໝາຍສໍາຄັນ ແລະ ມີຄວາມຈໍາເປັນຕໍ່ການພັດທະນາສີມືແຮງງານ ເພື່ອສ້າງແຮງງານລາວໃຫ້ມີສີມືໄດ້ມາດຕະຖານ ຕອບສະຫນອງຄວາມຕ້ອງການຂອງຕະ ຫຼາດແຮງງານ ແລະແຜນພັດທະນາເສດຖະກິດ-ສັງຄົມ ສາມາດເຊື່ອມໂຍງກັບພາກພື້ນ
  • ເພື່ອຄັດເລືອກເອົານັກແຂ່ງຂັນຜູ້ທີ່ມີສີມືດີເລີດ ເຂົ້າແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ ຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນທ້າຍເດືອນ ສິງຫາ 2025 ຊຶ່ງເປັນເວທີແຂ່ງຂັນຄວາມຮູ້, ຄວາມສາມາດ, ສີມືແຮງງານລະດັບພາກພື້ນທີ່ມີນັກແຂ່ງຂັນສີມືແຮງງານຈາກ 11 ປະເທດອາຊຽນເຂົ້າຮ່ວມແຂ່ງຂັນ;
  • ເພື່ອເປັນການຊຸກຍູ້ ສົ່ງເສີມໃຫ້ຫົວໜ່ວຍທຸລະກິດໄດ້ປະກອບສ່ວນໃນວຽກງານພັດທະນາສີມືແຮງງານ ໃຫ້ເຂົ້າສູ່ລວງເລິກ ແລະ ເປັນຂະບວນການທີ່ກວ້າງຂວາງ;
  • ເພື່ອສົ່ງເສີມ ແລະ ຍົກລະດັບມາດຕະຖານສີມືແຮງງານ, ພ້ອມທັງເປີດໂອກາດໃຫ້ບັນດາຊາວໜຸ່ມ-ໄວໜຸ່ມ, ຜູ້ເຂົ້າຝຶກ, ນັກຮຽນວິຊາຊີບ, ກຳມະກອນລາວບັນດາເຜົ່າໄດ້ສະແດງທາງດ້ານຄວາມຮູ້, ຄວາມສາມາດ, ສີມື, ທັງເປັນການຊຸກຍູ້ສົ່ງເສີມໃຫ້ບັນດາຊາວຫນຸ່ມ ເຫັນໄດ້ຄວາມໝາຍ, ຄວາມສຳຄັນໃນການຝຶກວິຊາຊີບ ແລະ ພັດທະນາສີມືແຮງງານຫຼາຍຂຶ້ນ;
  • ເປັນການຊຸກຍູ້ ສົ່ງເສີມຄວາມເປັນເລີດຂອງວຽກງານພັດທະນາຄົນລຸ້ນໃຫມ່, ນາຍຊ່າງສີມືແຮງງານທີ່ມີຄວາມຊໍານິຊໍານານສູງ.

ຜົນປະໂຫຍດການແຂ່ງຂັນສີມືແຮງງານ ແຫ່ງຊາດ:
– ສ້າງຈິດສຳນຶກໃຫ້ຊາວຫນຸ່ມ ແລະ ສັງຄົມໄດ້ເຫັນຄວາມສຳຄັນ ແລະ ຄຸນຄ່າຂອງສີມືແຮງງານລາວ ດ້ວຍການເຂົ້າຝຶກວິຊາຊີບ ແລະພັດທະນາສີມືແຮງງານ ຫລາຍຂຶ້ນ.
– ພັດທະນາສີມືຂອງກຳລັງແຮງງານລາວຈະໄດ້ປັບໂຕເຂົ້າສູ່ລະບົບມາດຕະຖານສີມືແຮງງານຂອງຊາດ, ອາຊຽນ ແລະສາກົນເທື່ອລະກ້າວ.
– ຄວາມເຊື່ອໝັ້ນຂອງຜູ້ນຳໃຊ້ແຮງງານໄດ້ນຳໃຊ້ແຮງງານທີ່ມີຄຸນນະພາບ ຊ່ວຍໃຫ້ການຜະລິດສິນຄ້າມີຄຸນນະພາບດີຂຶ້ນ
– ການຮ່ວມມືກັນລະຫວ່າງຜູ້ນຳໃຊ້ແຮງງານ ແລະ ສະຖານການຝຶກວິຊາຊີບຫລາຍຂຶ້ນ
– ໄດ້ຜູ້ທີ່ມີສີມືທີເກັ່ງ ເປັນໂຕແທນເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ.

ສຳລັບການແຂ່ງຂັນສີມືແຮງງານແຫ່ງຊາດ ໄດ້ຈັດຕັ້ງມາແລ້ວ 3 ຄັ້ງ ທີ່ນະຄອນຫຼວງວຽງຈັນ: ຄັ້ງທີ 1 ຈັດຂຶ້ນໃນປີ 2012, ມີ 7 ສາຂາວິຊາຊ່າງຄື: 1. ຊ່າງ ກໍ່; 2. ຊ່າງໄມ້ເຄື່ອງເຮືອນ; 3. ຊ່າງຕັດຫຍິບເຄື່ອງນຸ່ງ; 4. ຊ່າງຕິດຕັ້ງໄຟຟ້າອາຄານ; 5. ຊ່າງປຸງແຕ່ງອາຫານ; 6. ອອກແບບໜ້າເວັບໄຊ; 7. ຊ່າງຈອດໂລຫະ ມີນັກແຂ່ງຂັນເຂົ້າຮ່ວມຈຳນວນ 52 ຄົນ, ຍິງ 20 ຄົນ.

ຄັ້ງທີ 2 ຈັດຂຶ້ນໃນປີ 2016, ມີ 9 ສາຂາວິຊາຊ່າງຄື: 1.ຊ່າງກໍ່; 2.ຊ່າງໄມ້ເຄື່ອງເຮືອນ; 3.ຊ່າງຕັດຫຍິບເຄື່ອງນຸ່ງ; 4.ຊ່າງຕິດຕັ້ງໄຟຟ້າອາຄານ; 5.ຊ່າງປຸງແຕ່ງອາຫານ; 6.ອອກ​ແບບໜ້າເວບໄຊ; 7.ຊ່າງອອກແບບກຣາຟິກ; 8.ຊ່າງເຕັກໂນໂລຊີລົດຍົນ; 9.ຊ່າງຈອດໂລຫະ. ມີນັກແຂ່ງຂັນເຂົ້າຮ່ວມຈຳນວນ 65 ຄົນ, ຍິງ 20 ຄົນ.

ຄັ້ງທີ 3 ຈັດຂຶ້ນໃນປີ 2018, ມີ 7 ສາຂາວິຊາຊ່າງຄື: 1.ຊ່າງກໍ່; 2.ຊ່າງໄມ້ເຄື່ອງເຮືອນ; 3.ຊ່າງຕັດຫຍິບເຄື່ອງນຸ່ງ; 4.ຊ່າງຕິດຕັ້ງໄຟຟ້າອາຄານ; 5.ຊ່າງປຸງແຕ່ງອາຫານ; 6.ຊ່າງອອກແບບກຣາຟິກ; 7.ຊ່າງຈອດໂລຫະ.ມີນັກແຂ່ງຂັນເຂົ້າຮ່ວມຈຳນວນ 69 ຄົນ.

ຄັ້ງນີ້ ເປັນຄັ້ງທີ 4 ໃນປີ 2025 ຈິ່ງມີຄວາມໝາຍ ສຳຄັນເປັນຢ່າງຍິ່ງ ເພື່ອຄັດເລືອກເອົານັກແຂ່ງຂັນສີມືແຮງງານຜູ້ທີ່ມີສີມືແຮງງານດີເລີດ ຕາງໜ້າທິມຊາດລາວເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 14 ທີ່ປະເທດ ຟິນລີປິນ ຮັບກຽດເປັນເຈົ້າພາບ ໃນທ້າຍເດືອນ ສິງຫາ ປີ 2025 ນີ້. ພ້ອມທັງເປັນການສົ່ງເສີມວຽກງານພັດທະນາສີມືແຮງງານໃຫ້ມີຂະບວນການຟົດຟື້ນ. ມາເຖິງປະຈຸບັນການກະກຽມຄວາມພ້ອມຂອງການແຂ່ງ ຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ເປັນຕົ້ນ: ກໍານົດເອົາ 5 ສາຂາວິຊາຊ່າງທີ່ຈະແຂ່ງຂັນ, ຫົວບົດການແຂ່ງຂັນ, ລະບຽບການແຂ່ງຂັນ, ສະຖານທີ່ການແຂ່ງຂັນຄັດເລືອກເອົາ 4 ແຫ່ງ, ງົບປະມານ ແລະ ຈໍານວນນັກແຂ່ງຂັນປະມານ 73 ຄົນ ລາຍລະອຽດມີຄື:

ປະກອບມີ 5 ສາຂາຊ່າງກໍຄື: 1. ຕິດຕັ້ງໄຟຟ້າໃນອາຄານ (Electrical Installations) ຈັດທີ່: ສະຖາບັນພັດທະນາສີມືແຮງງານ; 2.ເຕັກໂນໂລຊີອອກແບບກຼາບຟິກ (Graphic Design Technology) ຈັດທີ່: ວິທະຍາໄລເຕັກນິກວິ ຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ; 3.ປຸງແຕ່ງອາຫານ (Cooking) ຈັດທີ່: ວິທະຍາໄລເຕັກນິກປາກປ່າສັກ; 4.ເຮັດຕູ້ໄມ້ (Cabinet Making) ຈັດທີ່: ສະຖາບັນພັດທະນາສີມືແຮງງານ; 5.ເຕັກໂນໂລຊີເວັບໄຊ (Web Technologies) ຈັດທີ່: ຫໍປະຊຸມແຫ່ງຊາດ.

ວັນເວລາ ແລະ ສະຖານທີ່ຈັດຕັ້ງການແຂ່ງຂັນ ຄື:ວັນທີ 4 ເມສາ 2025 ມີ 1 ສາຂາຊ່າງ ຄື: ສາຂາຊ່າງ: ເຕັກໂນໂລຊີເວັບໄຊ (Web Technologies) ຈັດທີ່: ຫໍປະຊຸມແຫ່ງຊາດ, ວັນທີ 27 ຫາ 30 ເມສາ 2025 ມີ 1 ສາຂາຊ່າງ ຄື:
ສາຂາຊ່າງ: ເຮັດຕູ້ໄມ້ (Cabinet Making) ຈັດທີ່: ສະຖາບັນພັດທະນາສີມືແຮງງານ, ວັນທີ 28 ຫາ 30 ເມສາ 2025 ມີ 3 ສາຂາຊ່າງ ຄື:1. ຕິດຕັ້ງໄຟຟ້າໃນອາຄານ (Electrical Installations) ຈັດທີ່: ສະຖາບັນພັດທະນາສີມືແຮງງານ;
2. ເຕັກໂນໂລຊີອອກແບບກຼາບຟິກ (Graphic Design Technology) ຈັດທີ່: ວິທະຍາໄລເຕັກນິກວິ ຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ; 3. ປຸງແຕ່ງອາຫານ (Cooking) ຈັດທີ່: ວິທະຍາໄລເຕັກນິກປາກປ່າສັກ;
ພາກສ່ວນທີ່ເຂົ້າຮ່ວມແຂ່ງຂັນ ເບື້ອງຕົ້ນ ປະກອບມີ 8 ພາກສ່ວນ:1. ສະຖາບັນພັດທະນາສີມືແຮງງານ, 2. ວິທະຍາໄລເຕັກນິກປາກປ່າສັກ, 3. ວິທະຍາໄລເຕັກນິກລາວ-ເຢຍລະມັນ, 4. ວິທະຍາໄລເຕັກນິກວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ, 5. ສູນພັດທະນາ ແລະ ທົດສອບສີມືແຮງງານ ເວດສະພົງ, 6. ບໍລິສັດ ລາຍລາວເລັບ ICT Solutions, 7. ວິທະຍາໄລລາວວຽງ, 8. ບໍລິສັດ ເອເຊຍການໄຟຟ້າ ຈໍາກັດຜູ້ດຽວ.

ການກະກຽມຄວາມພ້ອມຜ່ານມາ ໄດ້ແຕ່ງຕັ້ງຄະນະກໍາມະການຈັດຕັ້ງການແຂ່ງຂັນສີມືແຫ່ງຊາດ ຄັ້ງທີ 4 ແລະ
ກະກຽມເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 14, ແຕ່ງຕັ້ງຄະນະຊ່ຽວຊານ, ມີການປະຊຸມປຶກສາຫາລືແຕ່ລະຄະນະເປັນແຕ່ລະໄລຍະ, ປະສານສົມທົບກັບຄະນະກໍາມະການຈັດການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 14 ທີປະເທດຟີລີປິນ ເປັນເຈົ້າພາບເປັນປົກກະຕິ ໄດ້ມີການປະສານກັບພາກສ່ວນກ່ຽວຂ້ອງໃນການ ປະຊຸມປຶກສາຫາລືກະກຽມຄວາມພ້ອມງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ຫຼາຍຄັ້ງ ເຊິງກໍານົດໄດ້ສາຂາຊ່າງ, ສະຖານທີ່ຈັດການແຂ່ງຂັນ ແຕ່ລະສາຂາຊ່າງ ຄະນະກໍາມະການເຕັກນິກ ໄດ້ຈັດກອງປະຊຸມສ້າງລະບຽບ ແລະ ຫົວບົດການແຂ່ງຂັນ ໃກ້ຈະຖືກຮັບຮອງ, ມີການແຕ່ງຕັ້ງບຸກຄະລາກອນເພີ່ມ ແລະ ມີການແບ່ງວຽກກັນລະອຽດ ມາຮອດປະຈຸບັນ ເຫັນວ່າມີຄວາມພ້ອມເປັນທີໜ້າພໍໃຈ ແລະ ບັນຫາທີ່ຍັງເປັນຮ່ວງແມ່ນດ້ານງົບປະມານຍັງມີຈໍາກັດ ຍັງບໍ່ພຽງພໍກັບຄວາມຕ້ອງການຂອງ ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ແລະ ການເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 14.

ການແຂ່ງຂັນສີມືແຮງງານອາຊຽນ:
ການເຂົ້າຮ່ວມການແຂ່ງຂັນສີມືແມຮງງານອາຊຽນຂອງສປປລາວ ແມ່ນການປະຕິບັດຕາມສິດ ແລະ ພັນທະຂອງສປປ ລາວໃນຖານະເປັນປະເທດສະມາຊິກອາຊຽນ ເພື່ອຍາດແຍ່ງເອົາຜົນປະໂຫຍດດ້ານເຕັກນິກວິຊາການໃນການພັດທະນາຄວາມເຂັ້ມແຂງໃຫ້ນາຍຊ່າງສີມືຂອງຄົນລາວ, ການແລກປ່ຽນບົດຮຽນຊຶ່ງກັນ ແລະກັນໃນວຽກງານຝຶກ ແລະ ພັດທະນາສີ ມືແຮງງານ. ພ້ອມນັ້ນ, ມັນເປັນຂີດຫມາຍທີ່ສຳຄັນຂອງນາຍຊ່າງສີມືຂອງລາວ ທີ່ຈະໄດ້ໄປສະແດງຄວາມສາມາດຂອງຕົນໃນເວທີດັ່ງກ່າວນີ້ ຊຶ່ງເປັນການທົດສອບລະດັບຄວາມຮູ້ ຄວາມສາມາດ ແລະລະດັບມາດຕະຖານສີມືນາຍຊ່າງຂອງລາວບັນ ດາເຜົ່າກັບສີມືນາຍຊ່າງທີ່ດີເດັ່ນມາຈາກບັນດາປະເທດສະມາຊິກອາຊຽນດ້ວຍກັນ.

ການແຂ່ງຂັນສີມືແຮງງານໃນລະດັບອາຊຽນ ຜ່ານມາ ສປປ ລາວ ພວກເຮົາໄດ້ເຂົ້າຮ່ວມ 12 ຄັ້ງ, ໃນນີ້ເປັນຜູ້ສັງເກດການ 1 ຄັ້ງ, ເຂົ້າຮ່ວມແຂ່ງຂັນ 11 ຄັ້ງ, ສາມາດຍາດມາໄດ້ 1 ຫຼຽນເງິນຈາກສາຂາວິຊາຊ່າງຕິດຕັ້ງໄຟຟ້າໃນອາຄານ ໃນການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ X ທີ່ຮ່າໂນຍ ແລະ ໄດ້ຮັບໃບຢັ້ງຢືນສີມືແຮງງານລະດັບອາຊຽນ 21 ໃບ ແລະ ຄາດວ່າຈະສົ່ງເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 14 ທີປະເທດຟີລີປິນ ໃນທ້າຍເດືອນ ສິງຫາ 2025 ນີ້ ຈໍານວນ 5 ສາຂາຊ່າງ ທີ່ໄດ້ແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ຄຶ:1. ຕິດຕັ້ງໄຟຟ້າໃນອາຄານ (Electrical Installations); 2. ເຕັກໂນໂລຊີອອກແບບກຼາບຟິກ (Graphic Design Technology); 3. ປຸງແຕ່ງອາຫານ (Cooking); 4. ເຮັດຕູ້ໄມ້ (Cabinet Making); 5. ເຕັກໂນໂລຊີເວັບໄຊ (Web Technologies).

ນະໂອກາດນີ້, ຕາງໜ້າຄະນະຮັບຜິດຊອບຂໍຮຽກຮ້ອງທຸກພາກສ່ວນໃນສັງຄົມ, ສະມາຄົມ, ຫົວໜ້າທຸລະກິດ ຈົ່ງໄດ້ມີສ່ວນຮ່ວມຕິດຕາມ ແລະ ສະໜັບສະໜູນທາງດ້ານງົບປະມານເຂົ້າໃສ່ວຽກງານແຂ່ງຂັນສີມືແຮງງານໃນຄັ້ງນີ້, ເນື່ອງຈາກພວກເຮົາມີງົບປະມານທີ່ຈຳກັດແຕ່ຄວາມຕ້ອງການຕົວຈິງຍັງມີຫຼາຍເປັນຕົ້ນ ຈັດການແຂ່ງຂັນ, ການຝຶກຊ້ອມນັກແຂ່ງຂັນທີມຊາດລາວ ແລະ ການເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ນີ້ ໃຫ້ປະສົບຜົນສໍາເລັດ. ສໍາລັບນັກແຂ່ງຂັນທີ່ມີຈຸດປະສົ່ງເຂົ້າຮ່ວມການແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງນີ້ ກໍ່ໃຫ້ກະກຽມຄວາມພ້ອມ ຄົ້ນຄວ້າຫົວບົດແຂ່ງຂັນ ຝຶກຊ້ອມ ແລະ ຮັກສາສຸກຂະພາບໃຫ້ແຂງແຮງ ພ້ອມເຂົ້າຮ່ວມແຂ່ງຂັນເຕັມທີ່, ສະແດງຄວາມຂອບໃຈມາຍັງຄະນະຮັບຜິດຊອບທຸກທ່ານ ທີ່ໄດ້ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບ ແລະ ເປັນເຈົ້າການໃນການກະກຽມວຽກງານຕາມແຜນທີ່ໄດ້ກຳນົດໄວ້. ຂໍອວຍພອນໃຫ້ການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງນີ້ ປະສົບຜົນສຳເລັດຢ່າງຈົບງາມ.

ບົດຄວາມຫຼ້າສຸດ

ການປັບປຸງກົງຈັກການຈັດຕັ້ງ

ມະຕິ ຂອງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ອີງຕາມມະຕິ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໃຫ້ຮູ້ວ່າ:...

ຈັບລູກຊາຍຕິດຢາ ໃຈຮ້າຍທີ່ພໍ່ຫ້າມບໍ່ໃຫ້ມົ້ວສຸມຢາເສບຕິດ ເລີຍພະຍາຍາມຄາຕະກຳພໍ່ຂອງຕົນເອງ

ລູກຊາຍທໍລະພີ ກໍ່ເຫດພະຍາຍາມຄາຕະກຳພໍ່ຕົນເອງ ຍ້ອນບໍ່ມັກທີ່ພໍ່ຫ້າມມົ້ວສຸມຢາເສບຕິດ. ວັນທີ 12 ມີນາ 2025 ຜ່ານມາ ປກສ ແຂວງຫົວພັນ ໄດ້ນໍາຕົວທ້າວຫຼວງ ອາຍຸ 23 ປີ ປະຊາຊົນ...

ການຂະຫຍາຍບ່າທາງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58%

ອົດໃຈລໍຖ້າ! ການຂະຫຍາຍບ່າທາງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58% ມາຮອດປັດຈຸບັນການຂະຫຍາຍບ່າທາງຈຸດປະຕູໄຊ ຫາ 3 ແຍກຄໍາຮຸ່ງໜ້າມະຫາວິທະຍາໄລແຫ່ງຊາດຂອງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58% ສ່ວນລະບົບໄຟອໍານາດທີ່ໃຊ້ການບໍ່ໄດ້ ຍ້ອນຜູ້ຮັບເໝົາກໍ່ສ້າງຂະຫຍາຍເສັ້ນທາງສອງຟາກທາງ ສົ່ງຜົນກະທົບກັບສາຍໄຟເຍືອງທາງ...

ນະຄອນຫລວງ ຫາລືເລັ່ງແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍ ຕໍ່ຄວາມຕ້ອງການຊົມໃຊ້ຂອງສັງຄົມ

ລັດວິສະຫະກິດນ້ຳປະປາ ນວ ປຶກສາຫາລືເລັ່ງແກ້ໄຂບັນຫາການສະໜອວງນ້ຳປະປາທີ່ບໍ່ພຽງພໍ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ລັດວິສະກິດນ້ຳປະປາ ນວ ໄດ້ປຶກສາຫາລືເພື່ອຊອກຫາວິທີແກ້ໄຂການສະໜອງນ້ຳປະປາບໍ່ພຽງພໍກັບການຊົມໃຊ້ ຕາມຕົວເລກການຜະລິດຂອງໂຮງງານ 6 ແຫ່ງ ໄດ້ພຽງ 348.000 ເຊິ່ງຕາມຄວາມຕ້ອງ ການຕົວຈິງແມ່ນ...