spot_img
Homeຂ່າວການພັດທະນາການຊົດເຊີຍຜູ້ຖືກໂຄງການ ເຂື່ອນນ້ຳງື່ມ 2 ຍັງ ປະຕິບັດບໍ່ໄປຕາມແຜນ

ການຊົດເຊີຍຜູ້ຖືກໂຄງການ ເຂື່ອນນ້ຳງື່ມ 2 ຍັງ ປະຕິບັດບໍ່ໄປຕາມແຜນ

Published on

image
(ພາບປະກອບຂ່າວ): ສ່ວນໜຶ່ງຂອງເຂື່ອນນ້ຳງື່ມ 2 ໃນລະຫວ່າງການກໍ່ສ້າງ

 

ການ​ຊົດ​ເຊີຍ​ຄ່າ​ເສຍ​ຫາຍ ແລະ ຟື້ນ​ຟູ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ຜູ້​ໄດ້​ຮັບ​ຜົນກະ­ທົບ​ຈາກ​ໂຄງ­ການ​ສ້າງ​ ເຂື່ອນ​ເປັນໜຶ່ງ

​ປະ­ເດັນ​ຮ້ອນ​ທີ່​ປະ­ຊາ­ຊົນ​ຢາກ​ໄດ້ຄຳ​ຕອບ ໃນ​ນັ້ນ ລວມ​ທັງ​ໂຄງ­ການ​ສ້າງເຂື່ອນ​ນ້ຳ​ງື່ມ 2.

 

ຄຳ​ສະ​ເໜີກ​ຈາກ​ສາຍ​ດ່ວນ​ສະ­ພາຂອງ​ປະ­ຊາ­ຊົນ​ກ່ຽວ​ກັບ​ການ​ຍົກ­ຍ້າຍ​ຈັດ ສັນ​ປະ­ຊາ­ຊົນ​ທີ່​ຖືກ​ໂຄງ­ການ​ເຂື່ອນ​ໄຟຟ້າ

​ນ້ຳ​ງື່ມ 2 ການ​ຊົດ​ເຊີຍ​ຄ່າ​ເສຍ​ຫາຍເຫັນ​ວ່າ​ຍັງ​ຕອບ​ສະ­ໜອງ​ບໍ່​ທັນ​ໄດ້​ເທື່ອຕໍ່​ ບັນ­ຫາ​ດັ່ງ­ກ່າວ ທ່ານ ຖາ­ວອນ ວົງ ໂພ​ສີ

ຮອງ​ຫົວ­ໜ້າ​ກອງ​ປະ​ເມີນ​ຜົນ​ກະ ທົບ​ຕໍ່​ສິ່ງ­ແວ­ດລ້ອມ ແລະ ສັງ­ຄົມ, ກະຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດ

ລ້ອມ ໄດ້​ຊີ້​ແຈງ​ວ່າ: ສຳ­ລັບ ການ​ທົດ​ແທນ​ຄ່າ​ເສຍ​ຫາຍ ແລະ ຟື້ນ​ຟູຊີ­ວິດ​ການ​ເປັນ​ຢູ່​ໃຫ້​ປະ­ຊາ­ຊົນ​ຈຳ­ນວນ 16 ບ້ານ ທີ່​

ຖືກ​ຜົນ​ກະ­ທົບ​ຈາກ​ໂຄງການ​ນ້ຳ​ງື່ມ 2 ຍ້າຍ​ມາ​ຢູ່​ບ້ານ​ໂພນ​ສະຫວາດ ເມືອງ​ເຟືອງ ແຂວງ​ວຽງ​ຈັນ ເຫັນ​ວ່າ​ຍັງ​ບໍ່​ໄດ້​ຕາມ

​ແຜນ­ທີ່​ຄາດ​ຄະ­ເນໄວ້​ຍ້ອນ​ສະ­ພາບ​ພື້ນ​ທີ່​ຖືກ​ ຍົກ­ຍ້າຍ​ໄປມີ​ທີ່​ດິນ​ທຳ​ການ​ຜະ­ລິດ​ບໍ່​ພຽງ­ພໍ ເພາະ​ຂໍ້ມູນ​ທີ່​ເກັບ​ກຳ, ສຶກ​

ສາ​ສຳ​ຫຼວດ​ທຳ​ອິດ ແມ່ນ​ມີ​ແຕ່​ໂຄງ­ການ​ເຂື່ອນ​ນ້ຳ​ງື່ມ 2 ໂຄງ­ການດຽວ ແຕ່​ຍ້ອນ​ມີ​ໂຄງ­ການ​ເຂື່ອນ​ນ້ຳ​ລີກ 1;2 ເກີດ​

ຂຶ້ນ ຈິ່ງ​ເຮັດ​ໃຫ້­ການ​ນຳ​ໃຊ້​ທີ່ດິນ​ເພື່ອ​ການ​ຊົດ​ເຊີຍ​ເພີ່ມ​ຂຶ້ນ.

 

ສະ­ເພາະ​ໂຄງ­ການ​ນ້ຳ​ງື່ມ 2 ແມ່ນໄດ້​ມີ​ການ​ສຶກ​ສາ­ຜົນ​ກະ­ທົບ​ຕໍ່​ສິ່ງ​ແວດລ້ອມ ແລະ ສັງ­ຄົມ, ມີ​ແຜນ​ຄຸ້ມ​ຄອງສິ່ງ­ແວ­ດ

ລ້ອມ, ແຜນ​ຈັດ​ສັນ​ຍົກ­ຍ້າຍ, ມີ​ມາດ​ຕະ­ການ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ທາງດ້ານ​ສິ່ງ­ແວ­ດລ້ອມ-ສັງ­ຄົມ ແລະ ຖືກຮັບ­ຮອງ

​ຈາກ​ກະ­ຊວງ​ຊັບ­ພະ­ຍາ­ກອນທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ນອກນັ້ນ ໃບ​ລາຍ​ງານ (EIA) ການ​ປະເມີນ​ຜົນ​ກະ­ທົບ​ຕໍ່

​ສິ່ງ­ແວ­ດລ້ອມ-ສັງ­ຄົມໄດ້​ກຳ­ນົດ​ແຈ້ງ​ມາດ​ ຕະ­ການ​ຫຼຸດ­ຜ່ອນ ຜົນ​ກະ­ທົບ​ຢູ່​ໃນ​ແຜນ​ຈັດ​ສັນ​ຍົກ­ຍ້າຍ ແລະ ເອ­ກະ­ສານ​

ຊ້ອນ​ທ້າຍ​ຂອງ​ສັນ​ຍາສຳ​ປະ­ທານ.

 

ແນວ­ໃດ​ກໍ​ດີ ປະ­ຊາ­ຊົນ​ທີ່​ຍົກ­ຍ້າຍໄປ​ແມ່ນ​ໄດ້​ຮັບ​ເຮືອນ​ຢູ່​ພ້ອມ​ດິນ​ປຸກສ້າງ 600 ຕາ​ແມັດ ແລະ ດິນ​ປູກ­ຝັງ 0,5 ເຮັກ­

ຕາ​ຕໍ່​ຄອບ­ຄົວ ພ້ອມ​ທັງ​ສົ່ງ ເສີມ​ການ​ລ້ຽງ­ສັດ​ນ້ອຍ​ເຊັ່ນ: ລ້ຽງ​ແບ້, ປາ, ໄກ່ ແລະ ລ້ຽງ​ໝູ ແລະ ສົ່ງ­ເສີມ ການ​ຜະ­ລິດ

​ເປັນ​ສິນ­ຄ້າ, ການ​ຕ່ຳ­ຫູກທໍ​ໄໝ, ບໍ­ລິ­ການ​ດ້ານ​ອື່ນໆ ສະ­ເພາະບ້ານ​ຈັດ​ສັນ​ໃໝ່​ບ້ານ​ໂພນ​ສະ­ຫວາດ​ມີພົນ­ລະ­ເມືອງ

6.000 ຄົນ ປະ­ຈຸ​ບັນ​ລາຍຮັບ​ຂອງ​ປະ­ຊາ­ຊົນ​ສ່ວນ​ຫຼາຍ​ມີ​ເຖິງ 15 ລ້ານ​ກີບ​ຕໍ່​ປີ ຍັງ​ເຫຼືອ​ປະ­ມານ 20% ທີ່ ຍັງ​ບໍ່​ໄດ້​ຕາມ​

ຄາດ­ໝາຍ.

 

ທັງ​ນີ້ ໃນ​ປີ 2017 ນີ້ ກໍ​ຈະ​ຄົບ­ຮອບ 5 ປີ​ຂອງ​ແຜນ­ການ​ຟື້ນ​ຟູ​ຊີ­ວິດ​ການ​ເປັນຢູ່​ຂອງ​ປະ­ຊາ­ຊົນ​ບ້ານ​ໂພນ​ ສະ­ຫວາດຄະ­

ນະ​ກຳ­ມະ­ການ ແລະ ໂຄງ­ການຈະ​ໄດ້​ກວດ­ກາ, ຕີ​ລາ­ຄາ​ຄືນ​ອັດ­ຕາ​ສ່ວນລາຍ​ຮັບ​ທີ່​ປະ­ຊາ­ຊົນ​ໄດ້​ຮັບ ຈາກ​ນັ້ນ ກໍ​ຈະ​ສືບ­

ຕໍ່​ໃຫ້­ການ​ຊ່ວຍ­ເຫຼືອ​ປະ­ຊາ­ຊົນທີ່​ຍັງ​ບໍ່​ທັນ​ສາ­ມາດ​ກຸ້ມ​ ຕົນ​ເອງ, ສືບ­ຕໍ່ກຳ­ນົດ​ນະ­ໂຍ­ບາຍ​ຈົນ​ສາ­ມາດ​ກຸ້ມ​ຕົນເອງ​ໄດ້​

ຄາດ​ວ່າ​ປີ 2017-2018 ຈິ່ງຈະ​ສຳ­ເລັດ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...