spot_img
Homeຂ່າວພາຍ​ໃນ5 ປີ ເມືອງດາກຈຶງ ມີຄະດີອາຍາເກີດຂຶ້ນ 99 ເລື່ອງ ກັກຜູ້ຖືກຫາໄດ້ 129 ຄົນ

5 ປີ ເມືອງດາກຈຶງ ມີຄະດີອາຍາເກີດຂຶ້ນ 99 ເລື່ອງ ກັກຜູ້ຖືກຫາໄດ້ 129 ຄົນ

Published on

ເອົາໃຈໃສ່ຄວາມເປັນລະບຽບ 5 ປີຜ່ານມາ ເມືອງດາກຈຶ່ງມີຄະດີອາຍາເກີດຂຶ້ນທັງໝົດ 99 ເລື່ອງ

ໃນ 5 ປີ (2020-2024) ຜ່ານມາ, ທົ່ວເມືອງມີຄະດີອາຍາເກີດຂຶ້ນທັງໝົດ 99 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 129 ຄົນ, ຢຶດຂອງກາງລົດໃຫຍ່ໄດ້ 1 ຄັນ, ລົດຈັກ 2 ຄັນ, ປືນສັ້ນ 1 ກະບອກ, ລູກປືນ 36 ລູກ ແລະ ງ້າວ 2 ດວງ; ມີອຸປະຕິເຫດເກີດຂຶ້ນ 120 ເລື່ອງ, ພາຫະນະເປ້ເພ 195 ຄັນ, ມີຄົນໄດ້ຮັບບາດເຈັບ 200 ຄົນ, ຍິງ 17 ຄົນ ໃນນີ້, ເສຍຊີວິດ 22 ຄົນ, ມູນຄ່າເສຍຫາຍ 1,8 ຕື້ກວ່າກີບ ແລະ ມີອັກຄີໄພເກີດຂຶ້ນ 6 ຄັ້ງ, ມູນຄ່າເສຍຫາຍ 2,9 ຕື້ກວ່າກີບ.

ສະຫາຍ ພັນໂທ ບຸນທະວີໃສ ພົມມະວົງສາ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງດາກຈຶງ ໃຫ້ຮູ້ໃນໂອກາດຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ອົງຄະນະພັກເມືອງດາກຈຶງ ຄັ້ງທີ XVI ໃນວັນທີ 10 ກຸມພາ ຜ່ານມາວ່າ: ການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໄລຍະ 5 ປີຜ່ານມາ, ແມ່ນໄດ້ເອົາໃຈໃສ່ເຄື່ອນໄຫວກວດກາລາດຕະເວນ ຄວາມເປັນລະບຽບຮຽບຮ້ອຍ ຕາມຈຸດຫລໍ່ແຫລມ ແລະ ເຂດຍຸດທະສາດ ຕິດພັນກັບການຊຸກຍູ້-ປັບປຸງກໍາລັງ ປກຊ-ປກສ ບ້ານ, ຈັດຕັ້ງຫັດແອບຍຸດທະວິທີ, ຝຶກອົບຮົມວຽກງານວິຊາສະເພາະ, ສ້າງຕັ້ງເງິນກອງທຶນ ແລະ ເຄື່ອນໄຫວຕາມພາລະບົດບາດ ເພື່ອຕ້ານສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ.

ໃນນີ້, ສາມາດເລີກຮື້ມ້າງຄະດີຢາເສບຕິດໄດ້ 47 ເລື່ອງ, ກັກຜູ້ຖືກຫາໄດ້ 39 ຄົນ, ຍິງ 2 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 24.029 ເມັດ; ສຶກສາອົບຮົມຜູ້ຖືກເຄາະຮ້າຍຈາກການມົ້ວສຸມຢາເສບຕິດໄດ້ 128 ຄົນ, ຍິງ 7 ຄົນ; ສົ່ງຜູ້ຕິດຢາເສບຕິດໄປສູນບໍາບັດຢາເສບຕິດຫລັກ 33 ແຂວງສະຫວັນນະເຂດ 8 ຄົນ, ສູນບໍາບັດແຂວງເຊກອງ 1 ຄົນ; ສ້າງບ້ານປອດຢາເສບຕິດໄດ້ 12 ບ້ານ 751 ຄອບຄົວ. ພ້ອມກັນນີ້, ໄດ້ເຄື່ອນໄຫວເກັບກໍາ, ກວດກາ, ຄຸ້ມຄອງ ແລະ ຂຶ້ນບັນຊີຄົນຕ່າງປະເທດ ມາພັກເຊົາ, ຄ້າ-ຂາຍ ແລະ ດໍາເນີນທຸລະກິດພາຍໃນເມືອງ; ຂຶ້ນສໍາມະໂນຄົວ, ອອກບັດປະຈໍາຕົວໃຫ້ພົນລະເມືອງລາວ; ທ້ອນໂຮມອາວຸດທີ່ໃຊ້ລ່າສັດ, ໝໍ້ຊັອດປາ; ປະເມີນບ້ານປ້ອງກັນຄວາມສະຫງົບ ແລະ ຈັດສົ່ງພະນັກງານລົງປະຈໍາຢູ່ຫ້ອງການຕ້ານອາດຊະຍາກໍາລຽບຊາຍແດນ.

ສະຫາຍ ພັນໂທ ບຸນທະວີໃສ ພົມມະວົງສາ ຍັງໃຫ້ຮູ້ຕື່ມອີກວ່າ: ໃນຊຸມປີຕໍ່ໜ້າ ເມືອງຈະສືບຕໍ່ເພີ່ມທະວີກວດກາລາດຕະເວນຈຸດຫລໍ່ແຫລມ, ເຂດຍຸດທະສາດຂອງເມືອງ; ສືບຕໍ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍແກ້ໄຂບັນຫາຢາເສບຕິດ, ສະກດັກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລ່ຽນ ແລະ ບ້ານແບບຢ່າງປອດຢາເສບຕິດ ແລະ ຊຸກຍູ້ກໍາລັງ ປກຊ-ປກສ ບ້ານ ເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເຮັດໃຫ້ດາກຈຶງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວ, ປະຊາຊົນມີຊີວິດການເປັນດີຂຶ້ນເປັນກ້າວໆ.

ແຫຼ່ງຂ່າວ: ຂ່າວເຊກອງ

ບົດຄວາມຫຼ້າສຸດ

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...