Homeຂ່າວພາຍ​ໃນເສຍຊີວິດກໍລະນີທີ 4 ຈາກການດື່ມເຫຼົ້າປະສົມສານປົນເປື້ອນທີ່ວັງວຽງ

ເສຍຊີວິດກໍລະນີທີ 4 ຈາກການດື່ມເຫຼົ້າປະສົມສານປົນເປື້ອນທີ່ວັງວຽງ

Published on

ຈາກກໍລະນີທີ່ສັງຄົມໃຫ້ການຕິດຕາມຢ່າງໃກ້ຊິດກ່ຽວກັບນັກທ່ອງທ່ຽວກຸ່ມໜຶ່ງມາທ່ຽວໃນເມືອງວັງວຽງ, ແຂວງວຽງຈັນ, ສປປ ລາວ ແລ້ວໄດ້ເຂົ້າໂຮງໝໍຫຼັງຈາກດື່ມເຫຼົ້າທີ່ຄາດວ່າມີສານປົນເປື້ອນ ໃນວັນທີ 18 ພະຈິກ 2024 ທີ່ຜ່ານມາ.

ລາຍງານຈາກ ABC News ອົດສະຕາລີ ຫຼ້າສຸດ, ມີຜູ້ເສຍຊິວິດເພີ່ມ 1 ຄົນ ເຊິ່ງເປັນຄົນອາເມລິກາ ຈາກການດື່ມເຫຼົ້າທີ່ຄາດວ່າ ມີສານປົນເປື້ອນ methanol. ກະຊວງການຕ່າງປະເທດສະຫະລັດອາເມລິກາໃຫ້ຮູ້ວ່າ: ພວກເຮົາສາມາດຢືນຢັນວ່າມີຄົນອາເມລິກາເສຍຊີວິດ 1 ຄົນ ຢູ່ທີ່ເມືອງວັງວຽງ, ພວກເຮົາຂໍສະແດງຄວາມເສຍໃຈມາຍັງຄອບຄົວໃນການສູນເສຍຄັ້ງນີ້, ແລະ ພວກເຮົາແມ່ນຕິດຕາມຢ່າງໃກ້ຊິດ ພ້ອມໃຫ້ການຊ່ວຍເຫຼືອທຸກເວລາ.

ນອກນີ້, 1 ໃນ 2 ຂອງນັກທ່ອງທ່ຽວ ຄົນອົດສະຕາລີ ທີ່ໄປຮັກສາຢູ່ທີ່ໂຮງໝໍໃນໄທ ກໍໄດ້ເສຍຊີວິດລົງໃນຕອນເຊົ້າມື້ນີ້ ວັນທີ 21 ພະຈິກ 2024 ເຊິ່ງທາງຄອບຄົວໄດ້ອອກມແຈ້ງຂ່າວ. ສ່ວນໝູ່ອີກ 1 ຄົນ ຍັງຮັກສາໂຕ ແລະ ໄດ້ຮັບການເບິ່ງແຍງຢ່າງໃກ້ຊິດຈາກທ່ານໝໍ.

ສຳລັບກໍລະນີທີ 1 ແລະ ກໍລະນີທີ 2 ທີ່ເສຍຊີວິດແມ່ນເປັນຄົນເດັນມາກ ຈາກການດື່ມເຫຼົ້າທີ່ມີສານປົນເປື້ອນເຊັ່ນດຽວກັນ.

ທັງນີ້, ທາງເຈົ້າໜ້າທີ່ຕຳຫຼວດ ແລະ ພາກສ່ວນກ່ຽວຂ້ອງໃນເມືອງວັງວຽງ ແລະ ນະຄອນຫຼວງວຽງຈັນ ກໍໄດ້ເຂົ້າກວດກາຈຸດເກີດເຫດ ພ້ອມສືບສວນສອບສວນເລື່ອງນີ້ຕໍ່ໄປ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...