Homeຂ່າວເຫດການເກີດເຫດພໍ່ຟັນຫົວລູກຕົນເອງແລ້ວຫລົບໜີ

ເກີດເຫດພໍ່ຟັນຫົວລູກຕົນເອງແລ້ວຫລົບໜີ

Published on

ອີງຕາມລາຍງານຈາກ: ມູນນິທິ ພົມມະເທບ ສະຫວັນນະເຂດ ໃນວັນທີ 28 ຕຸລາ 2024 ເວລາ 19:24 ນາທີ ໄດ້ຮັບແຈ້ງເຫດພໍ່ລູກຜິດກັນແລ້ວຟັນຫົວ ແລະ ແຂນ ລູກຊາຍບາດເຈັບສາຫັດ ຢູ່ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນ ແຂວງສະຫວັນນະເຂດ ຫລັງກໍ່ເຫດແລ້ວຜູ້ເປັນພໍ່ໄດ້ເອົາຫລົບໜີ.

ອາການເບື້ອງຕົ້ນຫົວມີບາດແຜເປີດເລິກ 4 ບາດແຜ ແລະ ຂໍ້ມືຊ້າຍຖືກຟັນເກືອບຂາດ ເຮັດໃຫ້ຄົນເຈັບເສຍເລືອດຫລາຍ ທີມກູ້ໄພໄດ້ປະຖົມພະຍາບານຂັ້ນຕົ້ນໃຫ້ແລ້ວນຳສົ່ງຄົນເຈັບໄປໂຮງໝໍແຂວງ, ປັດຈຸບັນ ເຈົ້າໜ້າທີ່ກຳລັງຊອກກັກຕົວຜູ້ກໍ່ເຫດມາສືບສວນສອບສວນຫາສາເຫດແລະແຮງຈູງໃຈໃນການກໍ່ເຫດຄັ້ງນີ້ ແລະ ດຳເນີນຕາມຂັ້ນຕອນລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...