spot_img
Homeແຈ້ງການເມືອງທຸລະຄົມອອກແຈ້ງການໃຫ້ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາສັດລ້ຽງບໍ່ໃຫ້ຢູ່ຕາມຖະຫນົນຫົນທາງ

ເມືອງທຸລະຄົມອອກແຈ້ງການໃຫ້ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາສັດລ້ຽງບໍ່ໃຫ້ຢູ່ຕາມຖະຫນົນຫົນທາງ

Published on

ເມືອງທຸລະຄົມອອກແຈ້ງການໃຫ້ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາສັດລ້ຽງບໍ່ໃຫ້ຢູ່ຕາມຖະຫນົນຫົນທາງ. ເພື່ອເຮັດໃຫ້ຕົວເມືອງ ໂດຍສະເພາະເມືອງທຸລະຄົມໃຫ້ມີຄວາມສະອາດຈົບງາມ ແລະ ເຮັດໃຫ້ມີຄວາມປອດ ໄພໃນການເດີນທາງໄປ-ມາ.

ຫ້ອງວ່າການເມືອງທຸລະຄົມ ຂໍຖືເປັນກຽດແຈ້ງການມາຍັງ ຫົວຫນ້າກຸ່ມບ້ານພັດທະນາ 5 ກຸ່ມບ້ານ, ນາຍບ້ານ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງທຸລະຄົມ, ແຂວງວຽງຈັນ ຊາບວ່າ: ໃນໄລຍະຜ່ານມາມີສັດລ້ຽງປະເພດງົວ, ຄວາຍ ແລະ ແບ້ ຂອງປະຊາຊົນຈໍານວນຫນຶ່ງ ອອກມາຢູ່ຕາມຖະຫນົນຫົນທາງພາຍໃນຂອບເຂດຕາມທາງ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການສັນຈອນໄປ-ມາຕາມທາງ ແລະ ທໍາລາຍຜົນລະປູກຂອງປະຊາຊົນ ພ້ອມທັງເຮັດໃຫ້ເປື້ອນ ຕາມທ້ອງຖະຫນົນ ແລະ ເປັນພາບພົດທີ່ບໍ່ງາມໃຫ້ບ້ານເມືອງ, ສະນັ້ນ ຈຶ່ງຮຽກຮ້ອງມາຍັງ ຫົວຫນ້າກຸ່ມບ້ານ, ນາຍບ້ານ ຈົ່ງຮີບຮ້ອນນໍາເອົາບັນຫາດັ່ງກ່າວໄປປຶກສາຫາລືແກ້ໄຂ ໂດຍໃຫ້ສຶກສາອົບຮົມເຈົ້າຂອງສັດລ້ຽງ ໃຫ້ ເອົາໃຈໃສ່ຄຸ້ມຄອງສັດລ້ຽງຂອງຕົນໃຫ້ຢູ່ໃນຄັງ, ໃນຄອກ, ຢູ່ໃນຄວາມປອດໄພ, ຖ້າຫາກມີການພົບເຫັນສັດລ້ຽງ ຂອງທ່ານໃດອອກມາຢູ່ຕາມຫົນທາງ ຫລື ຈັບໄດ້ ຈະຖືກປັບໄຫມຕາມລະບຽບບ້ານ ພ້ອມດຽວກັນນັ້ນຫົວຫນ້າກຸ່ມ ບ້ານ, ນາຍບ້ານຕ້ອງໄດ້ເຮັດບົດບັນທຶກກັບເຈົ້າຂອງສັດລ້ຽງໄວ້ເປັນຫລັກຖານ.
ຜົນດີ.
ດັ່ງນັ້ນ ຈຶ່ງໄດ້ເຮັດແຈ້ງການສະບັບນີ້ມາຍັງບັນດາທ່ານ ເພື່ອຮັບຊາບ ແລະ ໃຫ້ພ້ອມກັນປະຕິບັດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...