spot_img
Homeຂ່າວພາຍ​ໃນມ້າງຄະດີຢາເສບຕິດ ພ້ອມຂອງກາງຢາໄອ໊ສ 50 ກິໂລກຼາມ ເຂດບ້ານເສັດ ເມືອງໂຂງ ແຂວງຈຳປາສັກ

ມ້າງຄະດີຢາເສບຕິດ ພ້ອມຂອງກາງຢາໄອ໊ສ 50 ກິໂລກຼາມ ເຂດບ້ານເສັດ ເມືອງໂຂງ ແຂວງຈຳປາສັກ

Published on

ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກໃຫ້ຮູ້ວ່າ: ໃນຄັ້ງວັນທີ 25 ສິງຫາ 2024 ທີ່ຜ່ານມາ ເຈົ້າໜ້າທີ່ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ລົງມ້າງຄະດີຢາເສບຕິດຢູ່ເຂດບ້ານເສັດ ເມືອງໂຂງ ແຂວງຈຳປາສັກ ເຊິ່ງສາມາດໄດ້ກັກຕົວຜູ້ຖືກຫາໄດ້ ຈໍານວນ 06 ຄົນ, ພ້ອມເຄື່ອງຂອງກາງຢາເສບຕິດ (ຢາໄອສ) ຈໍານວນ 50 ກິໂລກຼາມ. ເຊິ່ງຜູ້ຖືກຫາໃນຄັ້ງນີ້ມີ:

 

1. ທ້າວ ສົມຊາຍ ເພັດປະທຸມມາ ອາຍຸ 42 ປີ ກຳມະກອນ ຢູ່ບ້ານປາກກະດິງ, ເມືອງປາກກະດິງ ແຂວງບໍລິຄໍາໄຊ ຖືກກັກໂຕໃນຂໍ້ກ່າວຫາ : ຄ້າ-ຂາຍ ຢາເສບຕິດ (ຢາໄອສ) ພ້ອມເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ຢາເສບຕິດ (ຢາໄອສ) ຈໍານວນ 50 ກິໂລກຼາມ
ວັດຖຸສີເຫຼືອງຄ້າຍຄືຄໍາປະເພດ:ສາຍຄໍ 01 ເສັ້ນ, ແຫວນ 01 ວົງ,ແມ່ພະ 02 ອົງ, ໂທລະສັບ 01 ໜ່ວຍ, ເງິນບາດ 100.000 ບາດ (ໜຶ່ງແສນບາດ), ເງິນກີບ 2.700.000ກີບ (ສອງລ້ານເຈັດແສນກີບ), ລົດ ກະບະຣິໂວ້ ສີຂາວ ປ້າຍທະບຽນ ຣຈ 8588 ກຳແພງນະຄອນ


2. ທ້າວ ແສງ ແຈ້ງສະຫວ່າງ ອາຍຸ 30 ປີ ປະຊາຊົນ ບ້ານ ດອນໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ, ຖືກກັກໂຄໃນຂໍ້ກ່າວຫາ : ຄ້າ-ຂາຍ ຢາເສບຕິດ (ຢາໄອສ), ເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ໂທລະສັບ 01 ໜ່ວຍ.

3. ທ້າວ ໄພລີນ ພົງສາລີ ອາຍຸ 21 ປີ ຊາວນາ ບ້ານຫາງສະດໍາ ເມືອງໂຂງ ແຂວງ ຈໍາປາສັກ, ຖືກກັກໂຕໃນຂໍ້ກ່າວຫາ: ຄ້າ-ຂາຍ ຢາເສບຕິດ (ຢາໄອສ), ເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ລົດກະບະຣິໂວ້ ສີຂາວ ບໍ່ມີປ້າຍທະບຽນ, ໂທລະສັບ 01 ໜ່ວຍ.

4. ທ້າວ ສຳເລັດ ອາຍຸ 24 ປີ, ສັນຊາດກຳປູເຈຍ ຊາວນາ ບ້ານ ສົ້ມໂຮງ ເມືອງແສນປາງ ແຂວງຊຽງແຕງ, ກຳປູເຈຍ, ຖືກກັກໂຕໃນຂໍ້ຂໍ້ກ່າວຫາ : ຄ້າ-ຂາຍ ຢາເສບຕິດ (ຢາໄອສ), ເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ໂທລະສັບ 01 ໜ່ວຍ, ລົດຈັກຮອນດາເວັບ 01 ຄັນ ສີປອນ ປ້າຍທະບຽນ ຍນ 4473 ກຳແພງນະຄອນ, ສາຍຄໍສີເຫຼືອງຄ້າຍຄືຄໍາຝັ່ຣງ 01 ເສັ້ນ.


5. ທ້າວ ແອັດ ສີສະໝຸດ ອາຍຸ 54 ປີ ສັນຊາດກຳປູເຈຍ ຊາວນາ ບ້ານ ສົ້ມໂຮງ ເມືອງ ແສນປາງ ແຂວງຊຽງແຕງ, ຖືກກັກໂຕໃນຂໍ້ກ່າວຫາ : ສົມຮູ້ຮ່ວມຄິດຄ້າ-ຂາຍ ຢາເສບຕິດ (ຢາໄອສ), ເຄື່ອງຂອງກາງ ແລະ ຂອງຕິດຕົວມີ: ໂທລະສັບ 01 ໜ່ວຍ.


6. ທ້າວ ແຊນ ສີສະໝຸດ ອາຍຸ 21 ປີ ຊາວນາ ບ້ານ ໂສດ ເມືອງໂຂງ ແຂວງຈໍາ ປາສັກຖືກກັກໂຕໃນຂໍ້ກ່າວຫາ : ຂົນສົ່ງ ຢາເສບຕິດ (ຢາໄອສ) ເຄື່ອງຂອງກາງ ແລະ ຂອງຕິດຕົວມີ:ໂທລະສັບ 01 ໜ່ວຍ.


ປະຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ກຳລັງດໍາເນີນການສືບສວນ-ສອບສວນເພື່ອຊອກຫາຜູ້ເຂົ້າຮ່ວມຂະບວນການມາດໍາເນີນຄະດີຕາມຂັ້ນຕອນ ຂອງກົດໝາຍ.

ຂ່າວ: ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...