Homeຂ່າວສະພາບອາກາດຈ້ງເຕືອນສະພາບລະດັບນໍ້າສາຂາ ປະຈໍາວັນທີ 26 ກັນຍາ 2024. ເວລາ 12:00 ໂມງ

ຈ້ງເຕືອນສະພາບລະດັບນໍ້າສາຂາ ປະຈໍາວັນທີ 26 ກັນຍາ 2024. ເວລາ 12:00 ໂມງ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນສະພາບລະດັບນໍ້າສາຂາ ປະຈໍາວັນທີ 26 ກັນຍາ 2024. ເວລາ 12:00 ໂມງ ບໍລິເວນຄວາມກົດດັນສູງຂອງອາກາດເຢັນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງໃຕ້ພັດປົກ ຄຸມ, ຊຶ່ງຈະເຮັດໃຫ້ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຈະໃນລະດັບປານກາງຢູ່ບາງທ້ອງຖິ່ນພ້ອມມີລົມ ພັດແຮງເປັນບາງໂອກາດ.

ພ້ອມດຽວກັນນີ້, ໃນເວລາ 7:00 ໂມງ ສະພາບລະດັບນໍ້າສາຂາ ເຊັ່ນ: ເຊບັ້ງໄຟ: ສະຖານີຂົວເຊ ແທກໄດ້ 19.06 ແມັດ, ລະດັບນໍ້າໄດ້ຂຶ້ນຮອດລະດັບນໍ້າຖ້ວມແລ້ວ (ລະດັບເຕືອນໄພ 17.50 ແມັດ; ລະດັບນໍ້າຖ້ວມ 18.50 ແມັດ), ສະຖານີ ຕົ້ນແຫນ ແທກໄດ້ 13.04 ແມັດ, (ລະດັບເຕືອນໄພ 13.50 ແມັດ; ລະດັບນໍ້າຖ້ວມ 14,50 ແມັດ) ແລະ ເຊຈໍາພວນ: ສະຖານີແກ້ງກອກ, ແທກໄດ້ 8.06 ແມັດ, ລະດັບນໍ້າໄດ້ຂຶ້ນຮອດລະດັບນໍ້າຖ້ວມແລ້ວ (ລະດັບເຕືອນໄພ 7.50 ແມັດ; ລະດັບນໍ້າຖ້ວມ 8.00 ແມັດ).

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການການປົກຄອງທ້ອງຖິ່ນທຸກພາກສ່ວນທີ່ອາໄສຕາມແຄມແມ່ນໍ້າ ແລະ ເຂດຟື້ນ ທີ່ຕ່ໍາ ເຊັ່ນວ່າ: ຕາມລໍານໍ້າ ເຊບັ້ງໄຟ, ເຊຈໍາພອນ, ຈົ່ງມີສະຕິລະວັງ ຕໍ່ສະພາບຝົນຕົກຕໍ່ເນື່ອງຫຼາຍວັນ ທີ່ອາດຈະເຮັດໃຫ້ເກີດນໍ້າຖ້ວມຍິ່ງ, ນໍ້າ ຖ້ວມຂັງ ໃນໄລຍະ 1 ຫາ 2 ວັນຕໍ່ຫນ້ານີ້, ດັ່ງນັ້ນຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...