spot_img
Homeຂ່າວພາຍ​ໃນເພີ່ມ​ທະວີ​ການ​ຮ່ວມ​ມື ທາງ​ດ້ານ​ພະລັງງານທົດແທນ ຈາກບັນດາ​ຜູ້ນຳ​ດ້ານ​ພະລັງງານ​ໃນພາກພື້ນອາຊຽນ

ເພີ່ມ​ທະວີ​ການ​ຮ່ວມ​ມື ທາງ​ດ້ານ​ພະລັງງານທົດແທນ ຈາກບັນດາ​ຜູ້ນຳ​ດ້ານ​ພະລັງງານ​ໃນພາກພື້ນອາຊຽນ

Published on

ໃນວັນທີ 25-27 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ, ກະຊວງພະລັງງານ ແລະ ບໍ່ແຮ່ (MEM) ຂອງ ສປປ ລາວ ຮ່ວມກັບ ສູນພະລັງງານອາຊຽນ (ACE) ໄດ້ເປັນເຈົ້າພາບຈັດກອງປະຊຸມພາກທຸລະກິດດ້ານພະລັງງານອາຊຽນ ຄັ້ງທີ 24 (AEBF-24) ກອງປະຊຸມດັ່ງກ່າວເປັນເວທີເສວະນາ ແລະ ແລກປ່ຽນຄວາມຮູ້ ລະຫວ່າງ ພາກລັດ, ນັກວິຊາການ, ຜູ້ນໍາດ້ານອຸດສາຫະກຳ, ນັກລົງທຶນ ແລະ ຜູ້ຊ່ຽວຊານດ້ານພະລັງງານ ຈາກບັນດາປະເທດໃນອາຊຽນ ເພື່ອປຶກສາຫາລື, ຮ່ວມມື ແລະ ຄົ້ນຄວ້າໃນການແກ້ໄຂດ້ານພະລັງງານໃຫ້ຍືນຍົງໃນອະນາຄົດຂອງອາຊຽນ.

ທ່ານ  ສຸກວິສັນ ຄິນສະໝອນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນກ່າວໃນຕອນຕົ້ນຂອງງານວ່າ: ໂດຍ​ການ​ເປັນ​ປະທານ​ອາ​ຊຽນ ຂອງ ສປປ ລາວ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມຍືນຍົງ ພວກເຮົາໄດ້ສະແດງໃຫ້ເຫັນເຖິງການຮ່ວມມືກັນໃນການຮັບປະກັນຄວາມປອດໄພໃຫ້ພະລັງງານຫັນເປັນສີຂຽວ ແລະ ແຫຼ່ງພະລັງງານແບບຍືນຍົງ, ພ້ອມກັນມີສ່ວນຮ່ວມ ເພື່ອສ້າງການປ່ຽນແປງທາງບວກດ້ານພະລັງງານ.

ກອງປະຊຸມ AEBF-24 ໃນຄັ້ງນີ້ ກາຍເປັນເວທີສໍາຄັນຂອງ ສປປ ລາວ ໃນຊຸກຍູ້ບູລິມະສິດດ້ານພະລັງງານ ລວມທັງການເພີ່ມທະວີຄວາມໝັ້ນຄົງ ໃນການສົ່ງເສີມພະລັງງານທົດແທນ ແລະ ການພັດທະນາການເຊື່ອມຈອດທາງດ້ານພະລັງງານໃນພາກພື້ນ ແລະ ຊ່ວຍໃຫ້ ສປປ ລາວ ກັບ ອາຊຽນ ກາຍເປັນຜູ້ນໍາພາສູ່ການປຶກສາຫາລື ກ່ຽວກັບການແກ້ໄຂບັນຫາພະລັງງານແບບຍືນຍົງ.

ທ່ານ ດຣ ແອນດີ້ ຕິຣ໌ຕາ ຫົວໜ້າຝ່າຍບໍລິຫານ ສູນພະລັງງານອາຊຽນ ທັງເປັນປະທານກອງປະຊຸມ AEBF-24 ໄດ້ກ່າວໃຫ້ຮູ້ວ່າວ່າ: ນີ້​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ຂອງຂະ​ແໜງ​ພະ​ລັງ​ງານ, ເປັນເວທີສົນທະນາ ເພື່ອຊຸກຍູ້ການປະຕິບັດງານອາຊຽນ ການຮ່ວມມືດ້ານພະລັງງານ (APAEC) ຮ່ວມກັນ, ພວກເຮົາມີຄວາມມຸ່ງໝັ້ນດ້ານຄວາມປອດໄພທາງດ້ານພະລັງງານ ແລະ ການວາງພື້ນຖານສໍາລັບອະນາຄົດດ້ານພະລັງງານຍືນຍົງໃນອາຊຽນ.

ການຈັດງານໃນຄັ້ງ​ນີ້​ຈະ​ມີ​ບົດບາດ​ອັນ​ສຳຄັນ​ເພື່ອ​ຊຸກຍູ້​ການ​ປະຕິບັດ​ອາ​ຊຽນແຜນປະຕິບັດງານເພື່ອການຮ່ວມມືດ້ານພະລັງງານ (APAEC), ການມຸ່ງໝັ້ນຮ່ວມມືກັນເພື່ອຄວາມກ້າວໜ້າ ພ້ອມດ້ວຍຄວາມປອດໄພດ້ານພະລັງງານ ແລະ ຄວາມຍືນຍົງໃນທົ່ວພາກພື້ນອາຊຽນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...