Homeຂ່າວຕ່າງປະເທດປານໃນໜັງ ເຫດສະລັບຕົວເດັກນ້ອຍເກີດທຳອິດ ໃນໂຮງໝໍແຫ່ງໜຶ່ງໃນປະເທດໄທ

ປານໃນໜັງ ເຫດສະລັບຕົວເດັກນ້ອຍເກີດທຳອິດ ໃນໂຮງໝໍແຫ່ງໜຶ່ງໃນປະເທດໄທ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 15 ກັນຍາ 2024 ນີ້ເປັນເຫດການທີ່ໜ້າຕົກໃຈທີ່ສຸດສຳລັບຄອບຄົວໜຶ່ງໃນປະເທດໄທທີ່ກຳລັງຈະໄດ້ພົບໜ້າ ສະມາຊິກໃໝ່ຂອງຄອບຄົວ ແຕ່ກໍເກີດເຫດການສຸດແປກຂຶ້ນ ຫຼັງຈາກທີ່ເດັກນ້ອຍຄົບກຳນົດຮັກສາຕົວທີ່ໂຮງໝໍ ເຈົ້າໜ້າທີ່ຈຶ່ງໄດ້ສົ່ງຕໍ່ໃຫ້ຜູ້ທີ່ເປັນພໍ່ ແລະ ແມ່ ພາລູກຂອງຕົນເອງກັບບ້ານ ແຕ່ດ້ານພໍ່ນັ້ນໄດ້ເອະໃຈ ວ່າລູກຂອງຕົນເອງນັ້ນມີໃບໜ້າທີ່ປ່ຽນໄປ ຈາກທີ່ຜົມຍາວກໍສັ້ນ ຈາກທີ່ມີຄິ້ວກໍບໍ່ມີ ປ້າຍຊື້ຢູ່ຂໍ້ມືກໍບໍ່ມີ ແຖມຜ້າຂົນໜູກໍບໍ່ແມ່ນຂອງຕົນ.

ດ້ວຍຄວາມສົງໃສຈຶ່ງໄປຮຽກຮ້ອງໃຫ້ທາງໂຮງໝໍໃຫ້ມີການກວດເລືອດ ແລະ DNA ປາກົດວ່າບໍ່ແມ່ນລູກຂອງຕົນແທ້ ເດັກນ້ອຍໄດ້ສະລັບກັບເດັກນ້ອຍຊາວມຽນມາ ເຊິ່ງທາງດ້ານໄດ້ອອກມາຂໍໂທດ ແລະ ຍອມຮັບຜິດ ເຊິ່ງຈະໃຫ້ສິດທິໃນການຮັກສາເປັນພິເສດ ຂະນະທີ່ທາງຄອບຄົວຜູ້ເສຍຫາຍໄດ້ເອິ້ນເອົາເງິນຮັກສາ 2 ແສນບາດ ຫຼື ປະມານ 140 ລ້ານກີບ ໂດຍຈະແບ່ງກັບຄອບຄົວຊາວມຽນມາທີ່ຖືກສະລັບ.

ທາງດ້ານ ດຣ. ທະນະກິດ ຈິດອາລີຣັດ ທີ່ປຶກສາລັດທະມົນຕີວ່າການກະຊວງສາທາລະນະສຸກ ໄດ້ອອກມາຍອມຮັບວ່າເປັນຄວາມຜິດພາດຂອງໂຮງໝໍແທ້ ໂດຍໄດ້ຮັບລາຍງານຈາກນາຍແພດສາທາລະນະສຸກແຂວງສະມຸດສາຄອນແລ້ວ ຄາດວ່າເກີດເຫດສະຫຼັບຕົວຂະນະນຳເດັກນ້ອຍໄປກວດ ເມື່ອທາງພໍ່ຂອງເດັກນ້ອຍຮູ້ເຖິງຄວາມຜິດປົກກະຕິ ທາງໂຮງໝໍກໍໄດ້ດຳເນີນການສົ່ງກວດ DNA ແລ້ວ ແລະ ໄດ້ນັດທາງພໍ່ແມ່ຂອງເດັກມາເວົ້າໄກ່ເກ່ຍເລື່ອງຄ່າເສຍຫາຍ.

ແຫຼ່ງຂ່າວ: ໂຫນກະແສ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...