spot_img
Homeຂ່າວກິລາ(ສຕລ) ໄດ້ປະກາດແຕ່ງຕັ້ງ ທ່ານ ຈອງ ເຈ ຄວອນ(Jung Jae-kwon) ເປັນຫົວໜ້າຄູຝຶກ ທີມຊາດລາວຮຸ່ນອາຍຸບໍ່ເກີນ 20 ປີ

(ສຕລ) ໄດ້ປະກາດແຕ່ງຕັ້ງ ທ່ານ ຈອງ ເຈ ຄວອນ(Jung Jae-kwon) ເປັນຫົວໜ້າຄູຝຶກ ທີມຊາດລາວຮຸ່ນອາຍຸບໍ່ເກີນ 20 ປີ

Published on

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ປະກາດແຕ່ງຕັ້ງ ທ່ານ ຈອງ ເຈ ຄວອນ(Jung Jae-kwon) ເປັນຫົວໜ້າຄູຝຶກ ທີມຊາດລາວຮຸ່ນອາຍຸບໍ່ເກີນ20ປີຫຼື U20ຄົນໃໝ່ເພື່ອຄຸມທິມເຂົ້າຮ່ວມ ລາຍການແຂ່ງຂັນບານເຕະ ຊີງແຊ້ມອາຊີ U20 ຮອບຄັດເລືອກ 2025 ຈັດຂຶ້ນ ວັນທີ 25-29 ກັນຍາ 2024 ( AFC U20 ASIAN CUP 2025 Qualifiers ).

ສຳລັບປະຫວັດ ຂອງ ທ່ານ ຈອງ ເຈ ຄວອນ ແມ່ນ ເກິດ ວັນທີິ ວັນທີ 5 ພະຈິກ 1970 ເປັນຄົນສັນຊາດ ສ. ເກົາຫລີ, ອະດີດ ກອງຫນ້າ ທີມຊາດ ສ. ເກົາຫລີ ໂດຍລົງສະຫນາມ ທີມຊາດຊຸດໃຫຍ່ ທັງຫມົດ 15 ນັດ ຍິງໄດ້ 3 ປະຕູ ແລະ ທີມຊາດ ສ.ເກົາຫລີ U23 ລົງສະຫນາມ 10 ນັດ ຍິງໄດ້ 3 ປະຕູ, ສ່ວນຜົນງານລະດັບສະໂມສອນ ມີຄື:

ປີ 1993 ຫລິ້ນໃຫ້ກັບ ສະໂມສອນ Industrial Bank of Korea, ປີ 1994-1999 ຫລິ້ນໃຫ້ກັບ ສະໂມສອນ Pusan Daewoo Royals ລົງສະຫນາມ 99 ນັດ ຍິງໄດ້ 20 ປະຕູ, ປີ 1998 ຫລິ້ນໃຫ້ກັບ ສະໂມສອນ Vitória FC ລົງສະຫນາມ ລົງສະຫນາມ 5 ນັດ ຍິງ ໄດ້ 5 ປະຕູ, ປີ 2000-2001 ຫລິ້ນໃຫ້ກັບ ສະໂມສອນ Pohang Steelers ລົງສະຫນາມ 17 ນັດ ຍິງໄດ້ 1 ປະຕູ

ຂະນະທີ່ຜົນງານການຄູມທີມມີຄື: ປີ 2002 ຄຸມທີມ ສະໂມສອນ Dong-eui University, ປີ 2003 -2007 ເຮັດວຽກຢູ່ Dongnae Middle School, ປີ 2008 – ປັດຈຸບັນ ຄູມທີມ ມະຫາວິທະຍາໄລ Hanyang University

ພາລະກິດຫຼັກໃນການມາຄຸມທິມຂອງ ທ່ານ ຈອງ ເຈ ຄວອນ ແມ່ນນຳພາ ທີມຊາດລາວ U20 ເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ U20ຮອບຄັດເລືອກ 2025 ຈັດຂຶ້ນ ວັນທີ 25-29 ກັນຍາ 2024 ( AFC U20 ASIAN CUP 2025 Qualifiers ) ຢູ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບໃນຮອບຄັດເລືອກ ໂດຍ ທີມຊາດລາວ ຢູ່ ຮ່ວມກຸ່ມ G ປະກອບມີ : ອີຣ່ານ, ມົງໂກລີ, ອິນເດຍ ແລະສປປລາວ ( ເຈົ້າພາບ ).

ກ່ອນນັ້ນ,ຄືວັນທີ 14 ສິງຫາ 2024 ສະຫະພັນບານເຕະແຫ່ງຊາດລາວກໍໄດ້ຖະແຫລງຂ່າວການແຕ່ງຕັ້ງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ໄວ 54 ປີ ສັນຊາດ ສ. ເກົາຫລີ ຮັບໜ້າທີ່ເປັນ ຄູຝຶກ ທີມຊາດລາວ ຄົນໃໝ່,ຄຸມທີມຊາດລາວ ຊຸດໃຫຍ່ ແລະທີມຊາດລາວU23 ເພື່ອກຽມທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມການແຂ່ງຂັນ ASEAN Mitsubishi Electric Cup 2024 ແລະ ການແຂ່ງຂັນ AFC Asian Cup 2027 ຮອບຄັດເລືອກ ຮອບ 2.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ U20 ວັນທີ 25/09/2024 ເວລາ 19:00 ອີຣ່ານ ພົບ ລາວ

– ວັນທີ 27/09/2024 ເວລາ 19:00 ລາວ ພົບ ມົງໂກລີ

– ວັນທີ 29/09/2024 ເວລາ 19:00ອິນເດຍ ພົບ ລາວ

ທຸກນັດແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...