Homeຂ່າວຢາເສບຕິດປກສ ນະຄອນ ໄກສອນ ພົມວິຫານ ກັກຕົວເປົ້າໝາຍຄ້າຂາຍຢາສູບໄຟຟ້າພ້ອມຂອງກາງ 12.998 ອັນ

ປກສ ນະຄອນ ໄກສອນ ພົມວິຫານ ກັກຕົວເປົ້າໝາຍຄ້າຂາຍຢາສູບໄຟຟ້າພ້ອມຂອງກາງ 12.998 ອັນ

Published on

ໃນຕອນເຊົ້າວັນທີ 30 ສິງຫາ 2024 ທີ່ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ຈັດພິທີກ່ຽວກັບການກັກຕົວເປົ້າໜາຍຄ້າຂາຍຢາສູບໄຟຟ້າ(ພ໋ອດ) ພ້ອມຂອງກາງຈຳນວນ12.998 ອັນ.

ຕາມການລາຍງານ ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ໃຫ້ຮູ້ວ່າ: ພາຍຫຼັງເຈົ້າໜ້າທີ່ໄດ້ຮັບແຈ້ງວ່າ: ຢູ່ຈຸດເຮືອນຂອງ ທ້າວ ເດືອນປະເສີດ ສົງສີ ຫຼື ແບັກແຮ່ມ ອາຍຸ 24 ປີ ອາຊີບ ກໍາມະກອນ ບ້ານ ສຸນັນທາ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ ເປັນບ່ອນ ຊື້-ຂາຍ ສິ່ງເສບຕິດປະເພດຢາສູບໄຟຟ້າ (ພ໋ອດ); ໃນວັນທີ 29 ສິງຫາ ຜ່ານມານ້ ເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນເຮືອນຂອງເປົ້າໝາຍ ພ້ອມທັງກັກຕົວ ທ້າວ ເດືອນປະເສີດ. ຜ່ານການກວດຄົ້ນຈິ່ງພົບເຫັນ ຢາສູບໄຟຟ້າ(ພ໋ອດ) ຈໍານວນ 1.299 ກັບ ແລະ 08 ອັນ ລວມທັງໝົດເທົ່າກັບ 12.998 ອັນ ມາສືບສວນ-ສອບສວນ.

ປັດຈຸບັນ, ເຈົ້າໜ້າທີວີຊາສະເພາະກຳລັງເລັ່ງດຳເນີນການສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂັ້ນຕອນຂອງກົດໜາຍ ທັງນີ້ການຢາສູບໄຟຟ້າ ຫຼື ພ໋ອດ ເຮັດໃຫ້ມີຜົນເສຍຫຼາຍຢ່າງແກ່່ຄົນອ້ອມຂ້າງ ແລະ ຕົນເອງເຊັ່ນ: ຫາຍໃຈຫອບ, ເປັນປອດ, ຫົວໃຈ, ຫຼື ເປັນມະເຮັງ.

ຂ່າວ: ປກສ ແຂວງສະຫວັນນະເຂດ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...